Ad

Ad

25 July 2016

ໂຍທາເນັ້ນໃຫ້ການບິນເຂັ້ມງວດຄວາມປອດໄພ

       ໃນວັນທີ 22 ກໍລະກົດນີ້,ທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລັດຕະນະມະນີ ຄຸນນີວົງ ໄດ້ໂອ້ລົມພະນັກງານຂອງລັດວິສາຫະກິດການບິນລາວ, ໂດຍເນັ້ນໃຫ້ເອົາໃຈໃສ່ດ້ານຄວາມປອດໄພໃຫ້ດີກວ່າເກົ່າ, ເພື່ອຮັບປະກັນໃຫ້ແກ່ການເດີນທາງໄປມາຂອງຜູ້ໂດຍສານກໍຄືນັກທ່ອງທ່ຽວ, ພິເສດແມ່ນໃນໄລຍະກະກຽມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປີ່ນອ້ອມໆ ມີຄວາມສະດວກສະບາຍ ແລະ ປອດໄພດີ.
     ທ່ານຮອງລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ໃນໂອກາດອັນສໍາຄັນນີ້, ຂະແໜງການບິນແມ່ນພາກສ່ວນໜຶ່ງທີ່ມີບົດບາດສໍາຄັນໃນການປະກອບສ່ວນສະໜັບສະໜູນໜ້າທີ່ການເມືອງຂອງພັກ ແລະ ລັດຖະບານເວົ້າລວມ, ເວົ້າສະເພາະກໍຄືການເຮັດໜ້າທີ່ບໍລິການຂົນສົ່ງຜູ້ໂດຍສານ, ສີນຄ້າ ແລະ ສໍາພາລະອື່ນໆທາງອາກາດມີຄວາມຮັບປະກັນ ແລະ ສະດວກປອດໄພດີ ແລະ
ຢາກໄດ້ແນວນີ້ກ່ອນອື່ນໝົດກໍຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາລັດວິສາຫະກິດການບິນລາວຕ້ອງເພີ່ມທະວີເຮັດວຽກງານສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ພະນັກງານ, ລັດຖະກອນ ແລະ ກໍາມະກອນເປັນປົກກະຕິ ເພື່ອກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງໜັກແໜ້ນ, ພ້ອມທັງປະຕິບັດຂໍ້ກໍານົດ ແລະ ກົດລະບຽບຕ່າງໆຂອງລະບົບຄວາມປອດໄພຂອງການບໍລິການການ

ບິນຕາມມາດຕະຖານສາກົນຢ່າງເຂັ້ມງວດ ເປັນຕົ້ນ: ເອົາໃຈໃສ່ປັບປຸງຍົກລະດັບດ້ານວິຊາສະເພາະໃຫ້ພະນັກງານສູງຂຶ້ນ, ຕິດຕາມລະບົບເຕັກນິກ ແລະ ສ້ອມບໍາລຸງເຮືອບິນຢ່າງເປັນປົກກະຕິ ເພື່ອໃຫ້ຮັບປະກັນຄວາມປອດໄພທາງດ້ານເຕັກນິກ, ນໍາໃຊ້ລະບົບທັນສະໄໝເຂົ້າໃນການກວດກາຜູ້ໂດຍສານ, ສີນຄ້າ, ແລະ ວັດຖຸພັນອື່ນໆຢ່າງເຄັ່ງຄັດ,ລວມເຖິງການຈັດສັນແຜນການບິນ,ເຮືອບິນຂອງຄະນະຜູ້ແທນທີ່ມາຮ່ວມກອງປະຊຸມໃຫ້ມີປະສິດທິພາບ ແລະ ກະກຽມເພີ່ມຖ້ຽວບິນໃນເສັ້ນທາງຕ່າງໆໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ໂດຍສານ, ນອກຈາກນັ້ນຕ້ອງຈັດຕັ້ງໜ່ວຍປະຈໍາການຕະຫລອດ 24 ຊົ່ວໂມງພາຍໃນອາຄານ ແລະ ສະຖານທີ່ຕ່າງໆຂອງສະໜາມບິນ.

No comments:

Post a Comment