Ad

Ad

25 July 2016

ລັດຖະມົນຕີຕ່າງປະເທດອາເມລິກາມາຢ້ຽມຢາມລາວ

  ສະຖານທູດສະຫະລັດອາເມລິກາປະຈໍາລາວ ໃຫ້ຮູ້ວ່າ: ແຕ່ວັນທີ 25-26 ກໍລະກົດນີ້, ທ່ານ ຈອນ ແຄຣີ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ຈະມາຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ,ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ. ນອກຈາກນີ້ ທ່ານ ຈອນ ແຄຣີ ຈະພົບປະສອງຝ່າຍກັບທ່ານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ປປ ລາວ ສະເຫລີມໄຊ ກົມມະສິດ ເພື່ອຫາລືກ່ຽວກັບການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດລາວ ແລະ ສະຫະລັດອາເມລິກາ ໃຫ້ແໜ້ນແຟ້ນຂື້ນ ແລະ ກ່ອນໜ້ານັ້ນ ທ່ານ ເບນຈາມີນ ໂຣດ ທີ່ປືກສາດ້ານຄວາມໝັ້ນຄົງ
ແຫ່ງຊາດຂອງປະທານາທິບໍດີ ສະຫະລັດອາເມລິກາ ບາຣັກ ໂອບາມາ ກໍໄດ້ມາຢ້ຽມຢາມ ສ ປປ ລາວ ແລະ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການຈະມາຢ້ຽມຢາມ ສ ປປ ລາວ ໃນຄັ້ງປະຫວັດສາດຂອງປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ແມ່ນມີຄວາມໝາຍສໍາຄັນຫລາຍຕໍ່ສາຍພົວພັນລະຫວ່າງສອງປະເທດລາວ ແລະ ອາເມລິກາ, ທັງເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນລະຫວ່າງອາເມລິກາ ແລະ ອາ ຊຽນນໍາດ້ວຍ. ທ່ານທີ່ປືກສາປະທານາທິບໍດີອາເມລິກາ ກ່າວຢໍ້າວ່າ: ສະຫະລັດອາເມລິກາ ມີຄວາມພະຍາຍາມສູງເພື່ອຊ່ວຍເຫລືອ ສ ປປ ລາວໃນຫລາຍໆດ້ານ ເປັນຕົ້ນ: ການສຶກສາ, ສາທາລະນະສຸກ, ເກັບກູ້ລະເບີດບໍ່ທັນແຕກ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ໂພສະນາການ ແລະ ອື່ນໆ. ນອກຈາກນີ້ ສະຫະລັດອາເມລິກາ ມີຄວາມຍີນດີທີ່ເຫັນວ່າບັນດາຜູ້ປະກອບການໄວໜຸ່ມລາວຈໍານວນບໍ່ໜ້ອຍແມ່ນມີຄວາມຄິດສ້າງສັນໃນການລິເລີ່ມເຮັດທຸລະກິດ, ຊຶ່ງຜູ້ປະກອບການເຫລົ່ານີ້ແມ່ນມີ

ຄວາມສໍາຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ, ເຊິ່ງສະຫະລັດອາເມລິກາຈະພະຍາຍາມຄົ້ນຄວ້າການໃຫ້ສະໜັບສະໜູນແຫລ່ງທຶນແກ່ຜູ້ປະກອບການໜຸ່ມໃນລາວ ເພື່ອໃຫ້ເຂົ້າເຈົ້າກ້າວໄປສູ່ຄວາມສໍາເລັດໄດ້ເປັນຢ່າງດີ.

No comments:

Post a Comment