Ad

Ad

25 July 2016

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ໄຂຂຶ້ນທີ່ນະຄອນຫລວງວຽງຈັນ

          ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ໄຂຂຶ້ນຢ່າງເປັນທາງການໃນເຊົ້າວັນທີ 24 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດກ່າວເປີດກອງປະຊຸມສຳຄັນນີ້, ທີ່ມີລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ພິເສດມີລັດຖະມົນຕີຕ່າງປະເທດຕີມໍເລສເຕ, ປະເທດປາປົວນິວກີນີ ແລະ ນອກແວເຂົ້າຮ່ວມໃນນາມແຂກຂອງ ສປປ ລາວ ໃນນາມປະທານອາຊຽນ.
          ກ່ອນກ່າວເປີດປະຊຸມຂອງທ່ານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນ ຕີ
ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມ ກໍໄດ້ກ່າວຕ້ອນຮັບບັນດາຜູ້ແທນກອງປະຊຸມ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ບັນດາປະເທດອາຊຽນ, ຄູ່ເຈລະຈາອາ ຊຽນ, ປະເທດເພື່ອນມິດສາກົນທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ເພື່ອກະກຽມດຳເນີນກອງປະຊຸມສຳຄັນນີ້ ແລະ ການເປັນປະທານອາຊຽນຂອງລາວ ພາຍໃຕ້ຄຳຂວັນ ຫັນວິໃສທັດໃຫ້ເປັນຮູບປະທຳເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນແລະ ຜົນສຳເລັດຂອງບັນດາກອງປະຊຸມຄັ້ງນີ້ ຈະເປັນເງື່ອນໄຂອັນດີໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2016ນີ້, ທີ່ນະຄອນຫລວງວຽງຈັນ.
          ໃນບົດປາໃສກ່າວເປີດກອງປະຊຸມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຢ້ຳຄືນອີກເທື່ອໜຶ່ງເຖິງຄວາມສຳເລັດຕ່າງໆທີ່ອາຊຽນ, ຍາດມາໄດ້ໃນຜ່ານມາ, ມັນແມ່ນໝາກຜົນແຫ່ງການຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ, ໂດຍຜ່ານກົນໄກທີ່ອາຊຽນລິເລີ່ມຂຶ້ນຕາມວິທີທາງອາຊຽນ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະສະເພາະຂອງພາກພື້ນອາຊຽນທີ່ພວກເຮົາຈະສືບຕໍ່ໄປ.
          ທ່ານນາຍົກກ່າວວ່າ: ສປປ ລາວ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຖືກມອບໝາຍເປັນປະທານອາຊຽນ ເປັນຄັ້ງທີສອງໃນປີ 2016, ຊຶ່ງເປັນປີທີ່ມີຄວາມສຳຄັນ ສຳລັບ ອາຊຽນ ເນື່ອງຈາກວ່າ ເປັນປີໄຂສັງກາດໃໝ່ຂອງການເປັນປະຊາຄົມ ອາຊຽນ ແລະ ທັງເປັນປີທຳອິດຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ວາງຄຳຂວັນ ສຳລັບການເປັນປະທານວ່າ: ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນແລະ ໄດ້ກຳນົດເອົາ 8 ບູລິມະສິດ ສຳລັບການເປັນປະທານອາຊຽນຂອງຕົນ, ຊຶ່ງກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນກຸມພາ 2016 ຜ່ານມາ ໄດ້ຮັບຮອງເອົາ. ໃນນີ້ 2 ເອກກະສານຄື: ແຜນງານຂໍ້ລິເລີ່ມ ສຳລັບການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ຊຶ່ງຜູ້ນຳອາຊຽນ ຈະຮັບຮອງເອົາໃນເດືອນກັນຍາ 2016ນີ້, ຈະເປັນສ່ວນໜຶ່ງຂອງວິໄສທັດປະຊາຄົມອາຊຽນ 2025; ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງ ທີ່ອາຊຽນພວມສຸມໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຮັດແໜ້ນການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ ແລະ ໃນຂະນະດຽວກັນ ສະພາບການພາກພື້ນ ແລະ ສາກົນ ກໍສືບຕໍ່ມີການຜັນແປໄປຢ່າງໄວວາ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ ສຳລັບພວກເຮົາ ຫລາຍພາກພື້ນຂອງໂລກ ຍັງປະເຊີນກັບສິ່ງທ້າທາຍ ທີ່ກ່ຽວຂ້ອງກັບການທະຫານ ແລະ ບໍ່ກ່ຽວຂ້ອງກັບການທະຫານເຊັ່ນ: ຂໍ້ຂັດ ແຍ້ງດ້ານເຂດຊາຍແດນ, ລັດທິຫົວຮຸນແຮງ ແລະ ລັດທິກໍ່ການຮ້າຍ, ໄພພິບັດທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ການເຄື່ອນຍ້າຍແບບຜິດປົກກະຕິ, ບັນຫາຊາວອົບພະຍົບ, ການຄ້າມະນຸດ ແລະ ອື່ນໆ. ພ້ອມດຽວກັນ, ສະພາບການໃນຫລາຍພາກພື້ນລວມທັງການຖອນຕົວອອກຈາກ ອີຢູ ຂອງອັງກິດ ເປັນເຫດການທີ່ຕ້ອງໄດ້ສືບຕໍ່ ຕິດຕາມຢ່າງໃກ້ຊິດ. ຫວັງວ່າ ບັນດາລັດຖະມົນຕີຕ່າງປະເທດຂອງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ຈະພ້ອມກັນປຶກສາຫາລືຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນຕົ້ນເດືອນກັນຍາ 2016 ທີ່ນະຄອນຫລວງວຽງຈັນ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ເພື່ອປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.

          ກອງປະຊຸມສຳຄັນນີ້ ລາວກໍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳຄັນຕ່າງໆຄື: ວັນທີ 22 ກໍລະກົດຜ່ານມານີ້, ແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ໂດຍສະເພາະແຜນແມ່ບົດສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນທີ່ຜູ້ນຳອາຊຽນໄດ້ຮັບຮອງເອົາ, ພ້ອມໄດ້ປຶກສາຫາລືຫລາຍບັນຫາສຳຄັນອື່ນໆອີກ ແລະ ມື້ດຽວກັນ ກໍມີກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ເພື່ອສົ່ງເສີມການຈັດຕັ້ງປະຕິບັດສົນທິ ສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ 2013-2017 ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນຂົງເຂດ. ສຳລັບວັນທີ 23 ກໍລະກົດຜ່ານມາ, ກໍມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກ 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ), ກອງປະຊຸມເຈົ້າໜ້າທີ່ອາວຸໂສ, ກອງ ປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັມ), ຊຶ່ງປະກອບດ້ວຍ 10 ປະເທດ ສະມາຊິກອາຊຽນ ແລະ 8 ປະເທດຄູ່ເຈລະຈາອາຊຽນ (ອົດສະຕາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ, ສ.ເກົາຫລີ, ລັດເຊຍ ແລະ ສ ອາເມລິການ, ພ້ອມນີ້ ກໍມີກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຂອງການຮ່ວມມືແມ່ນ້ຳຂອງ ແລະ ຄູ່ຮ່ວມພັດທະນາຄື: ຍີ່ປຸ່ນ, ສ.ເກົາຫລີ, ອິນເດຍ ແລະ ສ ອາເມລິກາ ເພື່ອທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຕະຫລອດໄລຍະ 1 ປີຜ່ານມາຂອງທັງ 4 ຂອບການຮ່ວມມື ໂດຍສະເພາະການຜັນຂະຫຍາຍບັນດາແຜນປະຕິບັດງານ ແລະ ຖະແຫລງການຂອງກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງຜ່ານມາທີ່ໄດ້ຮັບຮອງເອົາໃນປີ 2015 ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ພ້ອມທັງເປັນການກະກຽມຄວາມພ້ອມດ້ານເນື້ອໃນ ໃຫ້ແກ່ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທັງ 4 ຂອບການຮ່ວມມືຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ແລະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 7, ທີ່ຈະຈັດຂຶ້ນວັນທີ 24 ກໍລະກົດ 2016 ແລະ ກອງປະຊຸມລັດຖະມົນຕີຕ່າງປະ ເທດ ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 9 ແລະ ກຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 9, ທີ່ຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2016 ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ.

No comments:

Post a Comment