Ad

Ad

25 July 2016

ການນໍາພັກ-ລັດ ເຂົ້າວາງພວງມາລາໄຫວ້ອາໄລ ສະຫາຍ ພົນໂທ ສະໝານ ວິຍະເກດ


          ບ່າຍຂອງວັນທີ 22 ກໍລະກົດ ນີ້ ການນໍາພັກ - ລັດ ເຊິ່ງນໍາໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສິສຸລິດ ນາຍົກ ລັດຖະມົນຕີ, ສະຫາຍນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ເຂົ້າວາງພວງ ມາລາສະແດງຄວາມອາໄລ ແດ່ສະຫາຍ ພົນໂທ ສະໝານ ວິຍະເກດ ອະດີດ ກຳມະການສູນກາງພັກສະໄໝ II, III ແລະ ອະດີດ ກຳມະການກົມການເມືອງສູນກາງພັກ ສະໄໝທີ IV,V,VI,VII,VIII, ອະດີດ ປະທານສະພາແຫ່ງຊາດຊຸດທີ III, IV, V, ອະດີດ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ອະດີດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດ ລັດຖະມົນຕີກະຊວງສຶກສາທິການ, ອະດີດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ເສຍຊີວິດໃນເວລາ 00:24 ໂມງຂອງວັນທີ  22 ກໍລະກົດ 2016 ລວມອາຍຸໄດ້ 89 ປີ.


          ເພື່ອເປັນການຈາລຶກຄຸນງາມຄວາມດີຂອງສະຫາຍ ເຊິ່ງເປັນໜຶ່ງໃນພະນັກງານການນຳອາ ວຸໂສ,  ເປັນການນຳຂັ້ນສູງຂອງປະເທດ ທີ່ໄດ້ອຸດທິຕົນຕະຫລອດຊີວິດ ໃຫ້ແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ໄດ້ຕົກລົງຈັດງານຊາປະນາກິດສົບ ແລະ ພິທີໄຫວ້ອາໄລຢ່າງເປັນທາງການ ເປັນເວລາ 3 ວັນ ນັບແຕ່ວັນທີ 22-25 ກໍລະກົດນີ້,  ປັດຈຸບັນ ສົບຂອງເພີ່ນໄດ້ບຳເພັນກຸສົນໄວ້ຢູ່ຕຶກສະພາແຫ່ງຊາດ ທີ່ນະຄອນຫລວງວຽງຈັນ, ສ່ວນວັນຊາປະນາກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນຈັນ, ວັນທີ 25 ກໍລະກົດນີ້, ເວລາ 13:00 ໂມງທີ່ເດີ່ນທາດຫລວງ.

No comments:

Post a Comment