Ad

Ad

26 July 2016

ນ້ຳຖ້ວມ 5 ບ້ານ ຢູ່ເມືອງບໍ່ແຕນ ເສຍຫາຍ ຫລາຍຮ້ອຍລ້ານກີບ


          ແຫລ່ງຂ່າວທ້ອງຖິ່ນ ລາຍງານວ່າ: ໃນວັນທີ 23 ກໍລະກົດ 2016 ນີ້ ໄດ້ເກີດເຫດນ້ຳປ່າໄຫລຊຸ ລົງໃສ່ນ້ຳເຫືອງ ຍຶ່ງຖ້ວມບ້ານເຮືອນປະຊາຊົນໃນ 5 ບ້ານ ຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ ຍ້ອນຝົນຕົກຕິດຕໍ່ກັນຫລາຍວັນ, ຄາດວ່າຈະມີມູນຄ່າເສຍຫລາຍກວ່າ 200 ລ້ານກີບ ແລະ ມາຮອດປັດຈຸບັນ ລະດັບນ້ຳແມ່ນກັບສູ່ ສະພາບປົກກະຕິແລ້ວ.
          ຕາມການລາຍງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງບໍ່ແຕນ ໃຫ້ຮູ້ວ່າ: ທ້າຍອາທິດທີ່ຜ່ານມາ ໄດ້ເກີດມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ຕົກໜັກຜິດປົກກະຕິ ສົ່ງຜົນເຮັດໃຫ້ນ້ຳປ່າໄຫລຊຸ ລົງໃສ່ນ້ຳເຫືອງ ຍຶ່ງຖ້ວມເຮືອນປະຊາຊົນ ບ້ານນາຄ່າ, ບ້ານບໍ່ແຕນ, ບ້ານໃຫຍ່, ເຕົາ
ເກືອ ແລະ ບ້ານດອນສະຫວ່າງ. ນອກຈາກເຮັດໃຫ້ເຮືອນຂອງປະຊາຊົນ ຈຳນວນ 7 ຫລັງເສຍຫາຍແລ້ວນ້ຳຍັງໄຫລເຂົ້າຖ້ວມເນື້ອທີ່ນາປີປັກດຳແລ້ວ 60 ກວ່າເຮັກຕາ , ໜອງປາ 56 ໜອງ ແລະ ສົ່ງຜົນໃຫ້ຊົນລະປະທານ 5 ແຫ່ງ ເປ່ເພເສຍຫາຍ ແລະ ອື່ນໆ.

          ຕໍ່ກັບເຫດການດັ່ງກ່າວ, ອຳນາດການປົກຄອງເມືອງບໍ່ແຕນ ແຂວງໄຊຍະບູລີ ກໍໄດ້ລົງຕິດ ຕາມ ແລະ ໃຫ້ການຊ່ວຍເຫລືອ ໃນເບື້ອງຕົ້ນແລ້ວ.

No comments:

Post a Comment