Ad

Ad

26 July 2016

ລັດຖະບານພິຈາລະນາຫລາຍບັນຫາສໍາຄັນປະຈໍາເດືອນກໍລະກົດນີ້

           ກອງປະຊຸມຄະນະລັດຖະບານປະຈໍາເດືອນກໍລະກົດ 2016 ໄດ້ຈັດຂຶ້ນແຕ່ວັນທີ 21-22 ກໍລະ ກົດນີ້,ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ເພື່ອຄົ້ນຄວ້າ, ພິຈາ ລະນາ ແລະ ຮັບຮອງຫລາຍບັນຫາສໍາຄັນຄື: ພິຈາລະນາຮັບຮອງຮ່າງປະມວນກົດໝາຍອາຍາ(ສ້າງ ໃໝ່), ຮ່າງກົດໝາຍວ່າດ້ວຍທະນາຍຄວາມ ແລະ ສະພາທະນາຍຄວາມສະບັບປັບປຸງ, ຮ່າງກົດໝາຍວ່າການລ້ຽງສັດ ແລະ ສັດຕະວະແພດ ສະບັບປັບປຸງ ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ. ນອກຈາກນີ້ຍັງໄດ້ຮັບຮອງຫລັກການຮ່າງດໍາລັດວ່າດ້ວຍການຄຸ້ມຄອງສູນຂໍ້ມູນ ແລະ ຂ່າວສານ ແລະ ຮ່າງດໍາລັດວ່າດ້ວຍການສຶກສາສົງ, ພ້ອມທັງຕົກລົງເຫັນດີໃຫ້ອົງການກາແດງລາວໄປຂຶ້ນກັບກະຊວງ
ແຮງງານ ແລະ ສະຫວັດດີການສັງຄົມ, ໃຫ້ຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ແລະ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດໄປຂື້ນກັບສູນກາງສະ ຫະພັນແມ່ຍິງລາວ ແລະ ແຕ່ງຕັ້ງຮອງນາຍົກລັດຖະມົນຕີເປັນປະທານ ແລະ ປະທານສູນກາງສະຫະ ພັນແມ່ຍິງເປັນຮອງປະທານຄະນະກໍາມາທິການດັ່ງກ່າວ,ເຫັນດີອະນຸມັດຕົວເລກລັດຖະກອນໃໝ່ໃນສົກປີ 2017 ຈໍານວນ 5 ພັນຄົນ ເພື່ອທົດແທນຈໍານວນລັດຖະກອນທີ່ອອກຈາກການເປັນລັດຖະກອນ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານນັບທັງສູນກາງ ແລະ ທ້ອງ ຖິ່ນ.
           ໃນໂອກາດດັ່ງກ່າວ,ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກຄະນະລັດຖະບານ

ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບພິຊອບສູງຄື: ກະຊວງປ້ອງກັນຄວາມສະ ຫງົບໃຫ້ເອົາໃຈໃສ່ຮັກສາຄວາມຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການກະກຽມເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນທີ່ຈະຈັດຂຶ້ນໃນມໍ່ໆນີ້, ພ້ອມທັງມອບໃຫ້ກະຊວງການຕ່າງປະເທດກະກຽມແຜນຕ້ອນຮັບບັນດາປະມຸກລັດທີ່ຈະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງສໍາຄັນດັ່ງກ່າວ, ໃຫ້ກະຊວງອຸດສະຫະກໍາ ແລະ ການຄ້າເອົາໃຈໃສ່ກະກຽມໃຫ້ແກ່ກອງປະຊຸມຮ່ວມລະຫວ່າງພາກລັດຖະບານ ແລະ ພາກເອກະຊົນ ແລະ ຍ້ອງຍໍນັກທຸລະກິດ, ຜູ້ປະກອບການທີ່ມີຜົນງານເດັ່ນໃນການປະກອບສ່ວນເຂົ້າໃນການສ້າງສາພັດ ທະນາ ແລະ ເສຍພັນທະພາສີອາກອນໃຫ້ລັດ, ໃຫ້ກະຊວງກະສິກໍາ-ປ່າໄມ້ ເພີ່ມທະວີລົງຊຸກຍູ້ການຜະລິດລະດູຝົນໃຫ້ສໍາເລັດຕາມແຜນການວາງໄວ້ ແລະ ເອົາໃຈໃສ່ວຽກງານຕ້ານແລ້ງຕ້ານຖ້ວມ ເພື່ອໃຫ້ການຜະລິດຂອງປະຊາຊົນບັນລຸຕາມຄາດໝາຍດີ, ໃຫ້ກະຊວງການເງິນສືບຕໍ່ດໍາເນີນແຜນ ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍໃຫ້ບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ ພ້ອມສົມທົບກັບຂະແໜງການກ່ຽວຂ້ອງນັບທັງສູນກາງ ແລະ ທ້ອງຖິ່ນສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາສົກປີ 2017 ໃຫ້ສໍາເລັດໂດຍໄວ ແລະ ໃຫ້ກະຊວງແຜນການ ແລະ ການລົງທຶນ ສັງລວມໜີ້ສີນໂຄງການລົງທຶນຂອງລັດໃນທົ່ວປະເທດໃຫ້ສໍາເລັດໂດຍໄວເຊັ່ນກັນ ເພື່ອເປັນຂໍ້ມູນພື້ນຖານໃນການຄົ້ນຄວ້າໂຄງການລົງທຶນໃໝ່ສໍາລັບສົກປີ 2017, ໃຫ້ທະນາຄານແຫ່ງ ສປປ ລາວ ສະຫລຸບສັງລວມຖານະການເງິນຂອງຕົນ ແລະ ແຜນປັບປຸງທະນາຄານລັດທີ່ຂາດທຶນ ແລະ ແຜນເງິນຕາເພື່ອລາຍງານລັດຖະບານມີວິທີແກ້ໄຂໂດຍໄວ, ໃຫ້ກະຊວງສຶກສາກະກຽມເງື່ອນ ໄຂຕ່າງໆໃຫ້ແກ່ການເປີດສົກຮຽນໃໝ່ສົກປີ 2016-2017, ໃຫ້ກະຊວງສາທາລະນະສຸກກະກຽມຮອບດ້ານເພື່ອສະກັດກັ້ນ ແລະ ເຝົ້າລະວັງພະຍາດຕິດຕໍ່ຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງໄລຍະນີ້, ໃຫ້ກະຊວງຖະແຫລງຂ່າວ,ວັດທະນາທໍາ ແລະ ທ່ອງທ່ຽວ ເພີ່ມທະວີວຽກງານໂຄສະນາປະຊາສໍາພັນໃນໂອກາດທີ່ ສ ປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນທ້າຍປີນີ້ ເພື່ອໃຫ້ແກ່ນັກທ່ອງທ່ຽວ ແລະ ພິເສດກໍແມ່ນຄະນະຜູ້ແທນທີ່ມາຮ່ວມກອງປະຊຸມດັ່ງກ່າວມີຄວາມປະທັບໃຈ, ທັງເປັນການຍົກບົດບາດອິດທິພົນຂອງປະເທດເຮົາໃຫ້ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ອີກບັນຫາສໍາຄັນແມ່ນໃຫ້ທຸກພາກສ່ວນນັບທັງພາກລັດ ແລະ ເອກະຊົນ ແຕ່ສູນກາງຮອດທ້ອງຖິ່ນ ຈົ່ງເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີແຫ່ງ ສ ປປ ລາວຢ່າງເຂັ້ມງວດ.

No comments:

Post a Comment