Ad

Ad

29 December 2015

ຍີ່ປຸ່ນຊ່ວຍ​ຂະຫຍາຍ​ອາຄານ​ຜູ້​ໂດຍສານ​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ໃນ​ມູນ​ຄ່າ 61 ລ້ານ​ໂດ​ລາ​ສະຫະລັດ

     ພິທີວາງສີລາລຶກໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕໄດ້ມີຂຶ້ນໃນວັນທີ 28 ທັນວານີ້, ຢູ່​​ສະໜາມບິນດັ່ງກ່າວ ທີ່ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ດຣ. ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງ, ມີທ່ານເກະອິຊິ ອິຊິ ລັດຖະມົນຕີວ່າການກະຊວງທີ່ດິນພື້ນຖານໂຄງລ່າງຂົນສົ່ງແລະ ທ່ອງທ່ຽວ ປະເທດຍີ່ປຸ່ນ.
     ທ່ານລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງໄດ້ກ່າວໃນພິທີວ່າ: ລັດຖະບານ​​ ສປປ ລາວ ​​ໄດ້ສຸມທຶນຮອນຂອງຕົນເຂົ້າໃສ່ການພັດທະນາ​​ຂະແໜງການບິນພົນລະເຮືອນເປັນຕົ້ນການລົງທຶນພັດທະນາພື້ນຖານໂຄງລ່າງແລະ ສິ່ງອຳນວຍຄວາມສະດວກຕ່າງເຊັ່ນ: ​ເຮືອບິນ, ສະໜາມບິນ, ລະບົບ
ການຈະລາຈອນທາງອາກາດ, ການຮັບປະກັນດ້ານຄວາມປອດໄພການບິນ ລວມເຖິງການພັດທະນາບຸກຄະລາກອນ​​ຮັບໃຊ້ໃນວຽກງານດັ່ງກ່າວ ແລະ ກໍໄດ້ຮັບການຮ່ວມມືຊ່ວຍເຫລືອຈາກຫລາຍປະເທດເພື່ອນມິດ ແລະ ສາກົນຄື: ​ໃນໄລຍະ​​ຜ່ານມາ, ລັດຖະບານຍີ່ປຸ່ນກໍໄດ້ໃຫ້ການຊ່ວຍເຫລືອທາງດ້ານງົບປະມານເປັນຈຳນວນບໍ່ໜ້ອຍເຊັ່ນ: ​ໂຄງການກໍ່ສ້າງຫໍບັນຊາການບິນແລະ ສູນດັບເພີງໃນປີ 1996, ​ໂຄງການກໍ່ສ້າງອາຄານຜູ້ໂດຍສານສາກົນໃນປີ 1999 ​ແລະໂຄງການຂະຫຍາຍລານຈອດຂອງສະໜາມບິນສາກົນວັດໄຕແລະ ກໍ່ສ້າງອາຄານກຽດຕິຍົດໃນປີ 2012, ມາຮອດປີ 2015 ລັດຖະບານຍີ່ປຸ່ນໄດ້​​ໃຫ້ການຊ່ວຍເຫລືອ​​​​​ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕໃນມູນຄ່າ​ 7.530 ລ້ານກວ່າເຢັນ (ສະກຸນເງິນຍີ່ປຸ່ນ) ​ຫລື ປະມານ 61 ລ້ານໂດລາສະຫະລັດ, ​ເຊິ່ງຈະ​​ໃຊ້​​ເວລາ​​​ກໍ່ສ້າງ​ 32 ​ເດືອນ, ປັດຈຸບັນເນື່ອງຈາກວ່າຈຳ ນວນຜູ້ໂດຍສານຂອງສະໜາມບິນສາກົນວັດໄຕເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 520.000 ​ຄົນໃນປີ 2011 ມາເປັນ 1 ລ້ານກວ່າຄົນໃນປີ 2015, ​ເຊິ່ງເຫັນວ່າມີການເພີ່ມຂຶ້ນເທົ່າຕົວແລະ ຄາດວ່າໃນປີ 2028 ຈະມີຜູ້ໂດຍສານປະມານ 2,8 ລ້ານຄົນ. ​ເນື່ອງຈາກການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມແລະ ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ​ພ້ອມນີ້ໃນປີ 2016 ສປປ ລາວ ຍັງຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນນຳອີກ.

     ທ່ານລັດຖະມົນຕີວ່າການ ​​ກ່າວວ່າ: ພາຍຫລັງການກໍ່ສ້າງສະໜາມບິນສາກົນວັດໄຕແຫ່ງນີ້ສຳເລັດ ຈະສາມາດອຳນວຍຄວາມສະດວກໃຫ້ການດຳເນີນວຽກງານການບິນໃຫ້ນັບມື້ຫລາຍຂຶ້ນ​​ກວ່າເກົ່າ, ພ້ອມທັງເປັນການພັດທະນາ​​ເສດຖະກິດ-ສັງຄົມຂອງລາວໃຫ້ນັບມື້ເຂັ້ມ​​ແຂງຂຶ້ນ​​ເລື້ອຍໆ, ​ໂດຍສະເພາະ ທາງດ້ານການຄ້າ, ການທ່ອງທ່ຽວແລະ ການລົງທຶນຈາກຕ່າງປະເທດ​. ນອກຈາກນີ້ ການບໍລິການດ້ານການບິນ ຖືເປັນເສັ້ນທາງຄົມມະນາຄົມທີ່ສຳຄັນ​​ແກ່ການພັດທະນາປະເທດແລະ ການຕິດຕໍ່ເຊື່ອມໂຍງສາກົນ

No comments:

Post a Comment