Ad

Ad

30 December 2015

ໜຶ່ງ​ປີຜ່ານມາ​ປ່າ​ໄມ້​ໄດ້​ຮັບ​ການ​ຟື້ນ​ຟູ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ່າໄມ້ປະຈຳປີ 2015 ​ໄດ້ຈັດຂຶ້ນ​, ​ເມື່ອບໍ່ດົນມານີ້, ທີ່ສະຖາບັນຄົ້ນກະສິກຳ​ ​ແລະ ປ່າໄມ້ແຫ່ງຊາດ,​ ນະຄອນຫຼວງວຽງຈັນ,​ ໂດຍການ​​ເປັນປະທານທ່ານ ດຣເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ​​ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຫົວໜ້າພະແນກກະສິກຳແລະປ່າໄມ້ນະຄອນຫຼວງແລະແຂວງໃນ​​ທົ່ວປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານຫົວໜ້າກົມປ່າໄມ້ລາຍງານຕໍ່ທີ່ປະຊຸມວ່າ:​​ ກອງປະຊຸມຄັ້ງນີ້ຈັດຂຶ້ນ​​ເພື່ອສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ການກວດກາປ່າໄມ້, ການປະເມີນຜົນເນື້ນທີ່ປົກຫຸ້ມຂອງປ່າໄມ້ປີ 2015, ພ້ອມທັງຕີລາຄາການຈັດຕັ້ງປະຕິບັດສະບັບເລກທີ 31 / ນຍແລະເພື່ອເຮັດໃຫ້ວຽກງານການຄຸ້ມ
ຄອງປ່າໄມ້ມີປະສິດທິພາບຍິ່ງຂຶ້ນ, ​ໂດຍສະເພາະແມ່ນການຄຸ້ມຄອງປ່າຜະລິດແລະ ປ່າໄມ້ຂັ້ນບ້ານ, ຊຶ່ງນອນຢູ່ໃນຄວາມຮັບຜິດຊອບຂອງກົມປ່າໄມ້, ຕາມພາລະບົດບາດ, ຂອບເຂດສິດ ​​ແລະ ໜ້າທີ, ທັງເປັນການຜັນຂະຫຍາຍນະໂຍບາຍລວມຂອງພັກ​ ​​ແລະ ລະບຽບກົດໝາຍຂອງລັດ,ຍຸດທະສາດປ່າໄມ້ຮອດປີ 2020, ຊຶ່ງກົດມປ່າ​​ໄມ້ໄດ້ກຳນົດ 6 ​ແຜນງານຫຼັກ​​​ເຂົ້າໃນການຄຸ້ມຄອງປ່ໄມ້ຄື: (1) ​ແຜນງານຈັດສັນແລະ ຄຸ້ມຄອງປ່າຜະລິດແບບຍືນຍົງ, (2) ​ແຜນງານການຟື້ນຟູປ່າເຊື່ອມໂຊມ, (3) ​ແຜນງານສຳຫຼວດແລະ ປະເມີນຊັບພະຍາກອນປ່າໄມ້,(4)​ແຜນງານພັດທະນາປ່ໄມ້ບ້ານ ​​ແລະເຂດພັດທະນາສະເພາະ,(5) ​ແຜນງານພັດທະນາຄຸນຄ່າບໍລິການຂອງລະບົບນິເວດເລະ (6) ​ແຜນກງານສະໜັບສະໜູນ ​​ແລະ ສ້າງຄວາມເຂັ້ມແຂງຂອງຂະແໜງປ່າ​​ໄມ້,​ ໂດຍຜ່ານການຈັດຕັ້ງປະຕິບັດໃນໄລຍະໜຶ່ງປີຜ່ານມາມີຄືແນວໃດ,​ ເພື່ອພ້ອມກັນຕີລາຄາຖອດຖອນບົດຮຽນຈຸດດີ, ຈຸດອ່ອນແລະ ຜັນຂະຫຍາຍຜົນສຳເລັດຕ່າງໆໃນຕໍ່ໆໄປ.


No comments:

Post a Comment