Ad

Ad

30 December 2015

ລາຄາສິນຄ້າ​ຕາມ​ທ້ອງ​ຕະຫຼາດ​ມີ​ການ​ເໜັງ​ຕີງ​ເລັກ​ໜ້ອຍ

ຕາມການລົງຕິດຕາມສະພາບ​​ລາຄາສິນຄ້າ​​ໃນທ້ອງຕະຫຼາດໃຫຍ່ໃນຕົວເມືອງຂອງນັກຂ່າວໜັງສືພີມລາວພັດທະນາໃນວັນທີ 29 ທັນວາ ຜ່ານມານີ້, ​​ເຫັນວ່າ​: ສິນຄ້າປະເພດອຸປະ​​ໂພ-ບໍລິໂພມີການເໜັງຕີງເລັກໜ້ອຍເຊັ່ນ: ​ຊີ້ນງົວມີລາຄາລະຫວ່າງ 75 – 78 ພັນກີບຕໍ່ກິໂລ, ຊີ້ນໝູ 35 – 40 ພັນກີບຕໍ່ກິໂລ, ​ເປັດ​-ໄກ່ 50 - 55 ພັນກີບຕໍ່ກິໂລ, ປານິນ 18 – 22 ພັນກີບຕໍ່ກິໂລ, ສ່ວນພືດຜັກຕ່າງໆເຊັ່ນ: ຜັກບົ້ງ, ຜັກສະຫຼັດ, ຫອມບົ່ວ, ຫອມປ້ອມ, ໝາ​​​ເຜັດ, ໝາກນາວ, ໝາກເລັ່ນ, ​ໝາກເຂື່ອແລະ ຜັກອື່ນໆກໍເຫັນວ່າມີລາຄາແພງຂຶ້ນເລັກໜ້ອຍປະມານ 2-3 ພັນກີບຕໍ່ກິໂລ, ​ເຊິ່ງການ​​ເໜັງຕີງເພີ່ມຂຶ້ນຂອງລາຄາສິນຄ້າດັ່ງກ່າວ​​ແມ່ນມີຜົນມາຈາກຄວາມຕ້ອງການໃນຊ່ວງໄລຍະນີ້ມີສູງຈຶ່ງເຮັດໃຫ້ຜູ້ຜະລິດແລະ ຜູ້
ຈຳໜ່າຍສ່ວຍໂອກາດຂຶ້ນລາຄາເພື່ອເກງກຳໄລສົ່ງຜົນກະທົບ,​​ ຊາວຄ້າຂາຍຈໍານວນໜຶ່ງບອກກັບນັກຂ່າວພວກເຮົາວ່າ: ​ເປັນເລື່ອງປົກກະຕິພໍຮອດ​​ເທດສະການຕ່າງໆລາຄາສິນຄ້າອຸປະໂພ-ບໍລິໂພ​​ຈະຖີບໂຕສູງຂຶ້ນ​​ເລັກໜ້ອຍຕາມກົນໄກຕະຫຼາດ,​ ເນື່ອງຈາກມີປະຊາຊົນມາຈັບຈ່າຍຊື້​​ສິນຄ້າເປັນຈຳນວນຫຼາຍ, ບວກກັບສິນຄ້າບາງປະເພດ​​ບໍ່ພຽງພໍກັບຄວາມຕ້ອງການ,​ ແຕ່ແນວໃດກໍຕາມ​​ເຫັນວ່າລາຄາສິນຄ້າໃນທ້ອງຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນແມ່ນຍັງຢູ່ໃນ​​ເກີນປົກກະຕິຕາມການກຳນົດແລະ ຄວບຄຸມຂອງພາກລັ.

No comments:

Post a Comment