Ad

Ad

30 December 2015

ນໍາສະເໜີວາລະສານ “ລາວດວງເດືອນ”.

 ໃນວັນທີ 27 ທັນວາຜ່ານມາຜ່ານມານີ້, ທີ່ສວນອາຫານເສລີພາບໃໝ່, ນະຄອນຫລວງວຽງຈັນ, ສຳນັກພິມລາວດວງເດືອນ, ໄດ້ຈັດພິທີນໍາສະເໜີວາລະສານໃໝ່ມີຊື່ວ່າ: “ລາວດວງເດືອນ”, ໂດຍມີນັກຂ່າວ, ນັກຂຽນ, ນັກກະວີ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.
ວາລະສານດັ່ງກ່າວມີເນື້ອໃນເນັ້ນໃສ່ທາງດ້ານສິລະປະ, ວັດທະນະທຳ, ວັນນະກຳສ້າງສັນຮ່ວມສະໄໝທີ່ຫລາກຫລາຍເຊັ່ນ: ການເຄື່ອນໄຫວຂອງວົງການວິຈິດສິນ, ດົນຕີ, ກະວີ, ເພງ, ເລື່ອງ ສັ້ນ ແລະສາລະໜ້າຮູ້ທີ່ມີປະໂຫຍດຕ່າງໆ.
ທ່ານ ປັນຍາ ພັນທະພານິດ ຫົວໜ້າບັນນາທິການວາລະສານດັ່ງກ່າວໃຫ້ຮູ້ວ່າ: ວາລະສານດາວດວງເດືອນມີທັງໝົດ 155 ໜ້າ, ຊຶ່ງໄດ້ຮີບໂຮມເອົາບັນດາຜົນງານການຂີດຂຽນຂອງນັກຂຽນ-ນັກກະວີຫລາຍກວ່າ 40 ທ່ານລົງພິມໃນສະບັບທໍາອິດນີ້ເພື່ອເປັນການຄໍານັບຮັບຕ້ອນການສະເຫລີມສະ ຫລອງວັນສະຖາປະນາສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ແລະ ຈະມີການວາງຈໍາໜ່າຍໃນໄວໆນີ້ຕາມຮ້ານຂາຍປື້ມທົ່ວໄປ.

No comments:

Post a Comment