Ad

Ad

30 December 2015

ນະຄອນຫລວງ​ວຽງ​ຈັນ ຈັດ​ກຳລັງເຈົ້າໜ້າທີ່ຫລາຍກວ່າ 600 ນາຍ ສຸມໃສ່ປະຕິບັດໜ້າທີ່ ໃນໄລຍະປີໃໝ່ສາກົນ

     ທ່ານ ພັນຕີ ວິລະພົງ ສະເໜ່ຫາ ຮອງຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ, ຫົວໜ້າກອງແກ້ໄຂຄະດີອຸປະຕິເຫດ ໄດ້ໃຫ້ສຳພາດໃນວັນທີ 29 ທັນວາ ນີ້ວ່າ: ການປ້ອງການອຸປະຕິເຫດທາງທ້ອງຖະໜົນໃນລະຫວ່າງວັນທີ 29 ທັນວາ 2015 ເຖິງວັນທີ 2 ມັງກອນ 2016, ເຊິ່ງເປັນໄລຍະການສະເຫລີມສະຫລອງປີໃໝ່ສາກົນ, ນະຄອນຫລວງວຽງຈັນ ໄດ້ລະດົມກຳລັງເຈົ້າໜ້າທີ່ຈະລາຈອນ ຫລາຍກວ່າ 600 ສະຫາຍເຂົ້າປະຕິບັດໜ້າທີ່, ໂດຍການຕັ້ງຈຸດກວດກາຄວາມໄວ, ທາດເຫລົ້າ ແລະ ອື່ນໆ ຕາມຊາຍແດນແຕ່ລະເມືອງ, ໂດຍສະເພາະ  4 ເມືອງໃນ ແລະ 5 ເມືອງນອກ ໃນທີ່ມີຄວາມສ່ຽງເກີດອຸປະຕິເຫດ, ທັງນີ້ກໍເພື່ອປ້ອງກັນ ການເກີດອຸປະຕິເຫດຕາມທ້ອງ ຖະໜົນສາຍຕ່າງໆໃຫ້ຫລຸດຜ່ອນລົງຕາມລຳດັບ, ໂດຍສະເພາະ ໃນປີນີ້ ກົມຕຳຫລວດ ຈະລາຈອນ ໄດ້
ອອກແຈ້ງການກ່ຽວກັບການຈັດກຳລັງສຸມໃສ່ປ້ອງກັນ ແລະ ສະກັດກັ້ນ ການເກີດອຸປະຕິເຫດໃນໄລຍສະ ເຫລີມສະຫລອງປີໃໝ່ສາກົນໃຫ້ຫລຸດລົງເທື່ອລະກ້າວ ໃນນີ້ ນະຄອນຫລວງວຽງຈັນ ໄດ້ສຸມໃສ່ການຈັດກຳລັງເຈົ້າໜ້າທີ່ລົງປະຕິບັດໜ້າທີ່ແຕ່ ລະຈຸດໃນແຕ່ລະເມືອງຂອງຕົນ, ໂຄສະນາຕາມສະຖານທີ່ໂຮງຮຽນ, ໂຮງງານ, ບໍລິສັດ, ຕາມບ້ານ ແລະ ສະຖານທີ່ຕ່າງໆເພື່ອໃຫ້ທຸກຄົນໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດລະບຽບ ຈະລາຈອນໃຫ້ເຂັ້ມງວດ ເພື່ອຫລຸດຜ່ອນອຸປະຕິເຫດ, ພ້ອມທັງຕັ້ງຈຸດກວດກາໃນໄລຍະ ບຸນປີໃໝ່ຢ່າງເຂັ້ມງວດ ແລະ ຢູ່ແຕ່ລະປ້ອມມີເຈົ້າໜ້າທີ່ປະຈຳການ 24 ຊົ່ວໂມງ, ຖ້າ ເປັນປ້ອມນ້ອຍແມ່ນ 16 ຊົ່ວໂມງ, ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ມ່ວນຊື່ນໃນການສະເຫລີມ ສະຫລອງປີໃໝ່ສາກົນຢ່າງເປັນລະບຽບຮຽບຮ້ອຍແລະ ປອດໄພ.

     ທ່ານຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ​ໃນປີ 2015 ມີອຸປະຕິເຫດເກີດຂຶ້ນ 1.568 ກໍລະນີ, ມີພາຫະນະເປ່ເພຫລາຍກວ່າພັນຄັນ, ​ໃນນີ້ມີຜູ້ເສຍຊີວິດ 241 ຄົນເມື່ອທຽບໃສ່ປີ 2015ຜ່ານມາເຫັນວ່າ ມີຕົວເລກເພີ່ມຂຶ້ນ.     

No comments:

Post a Comment