Ad

Ad

30 December 2015

ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຊີ້​ແຈງຂໍ້ຂ້ອງ​ໃຈຂອງສັງຄົມທີ່​ມີ​ຕໍ່​ຂະ​ແໜງ​ການ​ຕົນ

     ທ່ານ ບຸນປອນໄຊຍະເສນ ຫົວໜ້າກົມບຳນານເສຍອົງຄະແລະ ພິການ ກະຊວງ​ ​ແຮງງານແລະ ສະຫວັດດີການສັງຄົມ ໄດ້ອອກມາຊີ້ແຈ້ງຂໍ້ຂ້ອງໃຈຂອງສັງຄົມ ທີ່ກ່ຽວພັນກັບຂະແໜງການຕົນຜ່ານສາຍດ່ວນ​ 156 ​ໃນໄລຍະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ​​ໂດຍສະເພາະວຽກງານສັງຄົມສົງເຄາະ​​ເປັນຕົ້ນ ປະຊາຊົນແຂວງບໍລິຄຳໄຊ ມີຄວາເປັນຫ່ວງກ່ຽວກັບຄົນຢູ່ຕາມບ້ານຕ່າງໆໃນເທດສະບານແຂວງບໍລິຄຳໄຊ ກໍຄືໃນຫລາຍທ້ອງຖິ່ນ ຊຶ່ງມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ສັງຄົມແລະ ນັກທ່ອງທ່ຽວ. ຕໍ່ບັນຫາດັ່ງກ່າວ ທ່ານຫົວໜ້າກົມບຳນານເສຍອົງຄະແລະ ຄົນພິການໄດ້ຊີ້ແຈງຕໍ່ສື່ມວນຊົນວ່າ: ​ໃນໄລຍະຜ່ານມາ ບັນຫາຄົນຂໍທານແມ່ນມັກພົບເຫັນຢູ່ສະເພາະນະຄອນຫລວງວຽງຈັນ, ສ່ວນແຂວງອື່ນຍັງບໍ່ໄດ້ຮັບການລາຍງານ
ຈາກພາກ ສ່ວນກ່ຽວຂ້ອງ​ ​ແຕ່ບັນຫານີ້ ທາງກະຊວງແຮງງານແລະ ສະຫວັດດີການສັງຄົມ ໄດ້ລົງສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງດັ່ງກ່າວເພື່ອເກັບກໍາຂໍ້ມູນຄົນຂໍທານ, ​ໂດຍແຍກໃຫ້ຖືກຕາມກຸ່ມເປົ້າໝາຍຂອງສັງຄົມສົງເຄາະ​ ​ເພື່ອໃຫ້ເຂົາເຈົ້າເຫລົ່ານັ້ນໄດ້ຮັບການຊ່ວຍເຫລືອຢ່າງຖືກວິທີ, ສ່ວນຜູ້ທີ່ແຂງແຮງດີແມ່ນຈະໄດ້ສຶກສາອົບຮົມ, ສົ່ງກັບທ້ອງຖິ່ນເດີມ, ຊອກວຽກເຮັດງານທຳ​​ໃຫ້ເຂົາເຈົ້າເພື່ອບໍ່ໃຫ້ກັບມາຂໍທານອີກ, ພ້ອມນີ້ ຍັງມີປະຊາຊົນບ້ານໂພນຕ້ອງສະຫວາດ, ​ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນໄດ້ສະ​​​ເໜີຢາກໃຫ້ນຳໃຊ້ບັດປະກັນສັງຄົມໄດ້ທຸກໂຮງໝໍທີ່ເປັນຂອງລັດ ຈະເປັນການດີທີ່ສຸດເພາະວ່າພະນັກງານບາງຄົນໄປ​​ເຮັດວຽກຢູ່ຕ່າງແຂວງ ຖ້າ​​ເຈັບເປັນກໍຈະສະດວກໃນການເຂົ້າຮັບການປິ່ນປົວໃຫ້ທັນເວລາ. ຕໍ່ບັນຫານີ້ ທ່ານໄດ້ຊີ້ແຈງວ່າ: ປັດຈຸບັນຫ້ອງການກອງທຶນປະກັນສັງຄົມແລະ ສູນບໍລິການກອງທຶນປະກັນສັງຄົມແຫ່ງຊາດ ຢູ່ບັນດາແຂວງທົ່ວປະເທດໄດ້ເຊັນສັນຍາກັບບັນດາໂຮງໝໍສູນກາງ, ​​ແຂວງແລະເມືອງໃນທົ່ວປະເທດ, ຖ້າຫາກມີຄວາມຈຳເປັນ ຫລືເກີດເຫດການສຸກເສີນ ຜູ້ກ່ຽວພຽງແຕ່ນຳໃຊ້ບັດດັ່ງກ່າວ ຍື່ນຕໍ່​​ໂຮງໝໍທີ່ຕົນເຂົ້າປິ່ນປົວ, ຈາກນັ້ນ ທາງໂຮງໝໍຈະປະສານງານກັບໂຮງໝໍທີ່ຜູ້ກ່ຽວໄດ້ເລືອກໄວ້ແຕ່ເບື້ອງຕົນ ພຽງເທົ່ານີ້ ກໍສາມາດ​​ໃຊ້ບໍລິການໄດ້ທຸກໂຮງໝໍທີ່​​ໃກ້ຄຽງໄດ້ແລ້ວ.

1 comment:

  1. ຂໍອອກຄວາມຄິດແນ່ເດີ ເວລາໄປ ຮໝ ອື່ນເຂົາກະບອກໃຫ້ເກັບບິນໄວ້ ເວລາມາເບີກກະເວົ້າວ່າເຈົ້າບໍ່ແຈ້ງ ທັງທີ່ແຈ້ງແລ້ວ,ລະຊິແກ້ໄຂແນວໃດເດ

    ReplyDelete