Ad

Ad

30 December 2015

ກົມຄວບຄຸມມົນລະພິດຈະເລັ່ງເຜີຍແຜ່ຜົນຮ້າຍຂອງ ການໃຊ້ສານເຄມີໃນພາກກະສິກໍາ

ທ່ານຫົວໜ້າກົມຄວບຄຸມມົນລະຜິດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຂະແໜງການຕົນຈະເລັ່ງໂຄສະນາເຜີຍແຜ່ຜົນຮ້າຍຂອງການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກໍາໃຫ້ປະຊາຊົນກໍຄືຜູ້ປະກອບການ, ກະສິກອນຮັບຮູ້ຫລາຍກວ່າເກົ່າ, ພາຍຫລັງເຫັນວ່າໃນໄລຍະຜ່ານມາການນໍາໃຊ້ສານເຄມີເຂົ້າໃນການຜະລິດສີນຄ້າກະສິກໍາຂອງປະຊາຊົນຍັງມີແຜ່ຫລາຍ, ອັນໄດ້ສົ່ງຜົນກະທົບໃນຫລາຍດ້ານຕໍ່ສະພາບແວດລ້ອມ ແລະ ສັງຄົມຄືດັ່ງຜ່ານມາ.
ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ລັດຖະບານໄດ້ມີນະໂຍບາຍສົ່ງເສີມການຜະລິດເປັນສີນຄ້າ,
ໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ ແລະ ອື່ນໆເພື່ອຮັບປະກັນໃຫ້ປະຊາຊົນກໍຄືຊາວກະສິກອນມີລາຍຮັບທີ່ດີ, ແຕ່ໃນຄວາມຈິງເຫັນວ່າຍັງມີບາງໂຄງລົງທຶນມີການນໍາໃຊ້ສານເຄມີເຂົ້າໃນການຜະ ລິດຂອງຕົນຢ່າງຫລວງຫລາຍເຊັ່ນ: ຢາປາບສັດຕູພືດ,ຢາຂ້າຫຍ້າ ແລະ ເຄມີຊະນິດອື່ນໆ, ອັນໄດ້ກໍໃຫ້ເກີດມົນລະພິດທາງດິນ, ນໍ້າ, ອາກາດ ແລະ ສົ່ງຜົນກະທົບທີ່ບໍ່ດີຕໍ່ສະພາບແວດລ້ອມ ແລະ ສຸຂະ ພາບຂອງປະຊາຊົນທີ່ອາໄສຢູ່ບໍລິເວນໃກ້ຄຽງ ແລະ ສາເຫດທີ່ພາໃຫ້ເກີດມີບັນຫາດັ່ງກ່າວແມ່ນບັນດານິຕິກໍາ, ຄູ່ມືການຄຸ້ມຄອງ ແລະ ຄວບຄຸມດ້ານສານເຄມີປະເພດຕ່າງໆຍັງບໍ່ທັນໄດ້ຮັບການສ້າງແລະປັບປຸງໃຫ້ຄົບຖ້ວນຮັດກຸມດີ, ຂະນະດຽວກັນຂອດປະສານງານລະຫວ່າງຂະແໜງການກັບທ້ອງ ຖິ່ນຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ໂດຍສະເພາະແມ່ນດ້ານການຄຸ້ມຄອງການນໍາເຂົ້າສານເຄມີຕ່າງໆລວມເຖິງການແນະນໍາການນໍາໃຊ້ສານເຄມີຢ່າງຖືກຕ້ອງ, ການກວດກາການນໍາໃຊ້ ແລະ ດໍາເນີນ

ມາດຕະການຕໍ່ຜູ້ລະເມີດແມ່ນຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ. ສະນັ້ນ ວິທີການແກ້ໄຂບັນຫາໃນຕໍ່ໜ້ານີ້, ກ່ອນອື່ນໝົດແມ່ນຕ້ອງເພີ່ມທະວີໂຄສະນາເຜີຍແຜ່ຜົນຮ້າຍຂອງການນໍາໃຊ້ສານເຄມີ, ຢາປາບສັດຕູພືດ ແລະ ຢາຂ້າຫຍ້າໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ, ຂະນະດຽວກັນກໍຕ້ອງເອົາໃຈໃສ່ໃນການກວດກາຂອດນໍາເຂົ້າສານເຄມີໃຫ້ຖືກຕ້ອງຕາມລະບຽບກາ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ.

No comments:

Post a Comment