Ad

Ad

30 December 2015

ແຂວງສະຫວັນນະເຂດ​ເປີດ​ຂະ​ບວນການຢອດ ຢາກັນພະຍາດເປ້ຍລ່ອຍ

ແຂວງສະຫວັນນະເຂດ, ໄດ້ເປີດຂະບວນການປຸກລະດົມການສັກວັກແຊັງກັນພະຍາດເປ້ຍລ່ອຍ(ໂປລີໂອ)ໃຫ້ແກ່ເດັກນ້ອຍໃນກຸ່ມເປົ້າໝາຍອາຍຸແຕ່ 1 ຫາຕໍ່າກວ່າ15 ປີ​​, ແມ່ມານແລະ ແມ່ຍິງອາຍຸແຕ່ 15-45 ປີໃນວັນທີ 29 ທັນວານີ້,​ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີທ່ານ ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີ​​ວ່າການກະຊວງສາທາລະ ນະສຸກ, ທ່ານ ດຣ ສຸພັນ ແກ້ວມິໄຊ ເຈົ້າແຂວງໆສະຫວັນນະເຂດ, ມີບັນດາເຈົ້າແຂວງ, ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະຜູ້ປົກຄອງເຂົ້າຮ່ວມເປັນຈໍານວນຫລວງຫລາຍ.
ທ່ານເຈົ້າແຂວງສະຫວັນນະເຂດລາຍງານວ່າ: ໃນໄລຍະຜ່ານມາພັກ ແລະ ລັດຖະບານກໍຄື
ອົງການປົກຄອງແຂວງສະຫວັນນະເຂດໄດ້ເອົາໃຈໃສ່ວຽກງານຊຸກຍູ້ສັກຢາກັນພະຍາດຢ່າງຈິງຈັງ ແລະ ສາມາດປະກາດເປັນປະເທດທີ່ປອດພະຍາດໂປລີໂອໄດ້ໃນປີ 2000, ຂະນະດຽວກັນແຂວງສະຫວັນນະເຂດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການມີສ່ວນຮ່ວມໃນການຫລຸດຜ່ອນການເຈັບເປັນ, ການຕາຍຂອງແມ່ແລະເດັກເຊິ່ງສະແດງອອກໃຫ້ເຫັນຈາກຜົນການລາຍງານໃນສົກປີ 2014-2015 ການສັກຢາກັນພະຍາດ 5 ຊະນິດເຊັ່ນ: ພະຍາດຄໍຕີບ, ກັນພະຍາດໄອໄກ່, ພະຍາດທະຍັກ, ພະຍາດອັກເສບຕັບ ແລະ ພະຍາດເຫຍື້ອຫຸ້ມໃນສະໜອງໃນຮອບປົກກະຕິແມ່ນປະຕິບັດໄດ້ 93% ສັກຄົບ3 ຄັ້ງ, ໃນນັ້ນອັດຕາການຢອດຢາໂປລີໂອ 3 ຄັ້ງປະຕິບັດໄດ້ 93%  ແນວໃດກໍຕາມ, ເຖິງວ່າ
ຕົວເລກອັດຕາການໄດ້ຮັບການສັກຢາ-ຢອດຢາກັນພະຍາດຈະບັນລຸໄດ້ໃນລະດັບສູງແຕ່ກໍຍັງມີປະຊາ ຊົນຈໍານວນໜຶ່ງຍັງບໍ່ທັນເຫັນຄວາມສໍາຄັນຂອງການສັກຢາກັນພະຍາດ, ຈຶ່ງເຮັດໃຫ້ລູກຫລານບໍ່ໄດ້ຮັບການຢອດຢາ ແລະ ສັກ​ຢາ​ກັນ​ພະຍາດ.
ລັບແຂວງສະຫວັນນະເຂດໄດ້ເລີ່ມປະຕິບັດການສັກວັກແຊງກັນພະຍາດໂປລີໂອມາແຕ່ເດືອນຕຸລາ 2015 ໂດຍໄດ້ນໍາເອົາວັກແຊງໂປລີໂອຊະນິດສັກໄປບໍລິການຢູ່ຕາມໂຮງໝໍ 15 ເມືອງ, ສຸກສາລາ 149 ແຫ່ງເພື່ອນໍາໄປບໍລິການຈຸດຕ່າງໆ ແລະ ບ້ານໄດ້ຢ່າງທົ່ວເຖິງ.
​          ທ່ານປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ພິທີບາງຕອນກ່າວວ່າ: ການເປີດຂະບວນປຸກລະ ດົມຢອດຢາກັນພະຍາດໂປລີໂອໃນປີນີ້ແມ່ນເພື່ອກໍາຈັດການແຜ່ລະບາດຂອງພະຍາດໂປລີໂອຢູ່ບາງແຂວງທັງເຮັດໃຫ້ເດັກນ້ອຍທຸກຄົນໃນທົ່ວປະເທດໄດ້ຮັບການຢອດວັກແຊງປ້ອງກັນພະຍາດໂປລິໂອໃຫ້ບັນລຸຕາມຄາດໝາຍ 95% ຂຶ້ນໄປແນ່ໃສ່ເຮັດໃຫ້ປະເທດເຮົາກັບຄືນມາປອດໄພຈາກພະຍາດໂປລີໂອອີກຄັ້ງໜຶ່ງ, ທັງປະກອບສ່ວນເຮັດໃຫ້ໂລກປອດຈາກພະຍາດໂປລິໂອໃນປີ 2018 ​ແລະ ໃນຊຸມປີຜ່ານມາພັກ-ລັດຖະບານ​, ຂະແໜງສາທາລະນະສຸກ, ອໍານາດການປົກຄອງ ແລະ ບັນດາອົງການ

ຈັດຕັ້ງມະຫາຊົນທຸກຂັ້ນໄດ້ເອົາໃຈໃສ່ຊີ້ນໍາຈັດຕັ້ງປະຕິບັດນະໂຍບາຍດ້ວຍຫລາຍຮູບ ແລະ ຫລາຍລະດັບ, ໂດຍໄດ້ປຸກລະດົມຂະບວນການສັກຢາໃນລະດັບຊາດ ແລະ ລະດັບທ້ອງຖິ່ນ, ການປະຕິບັດນະໂຍບາຍບໍ່ເສຍຄ່າ, ການສ້າງບ້ານແບບຢ່າງສາທາລະນະສຸກ ແລະ ອື່ນໆໂດຍການປະກອບສ່ວນວັດຖຸອຸປະກອນ ແລະ ການປະກອບສ່ວນພາກເອກະຊົນ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຊຸມຊົນກໍຄືຄອບຄົວໄດ້ເຮັດ ໃຫ້ປະເທດເຮົາສາມາດສະກັດກັ້ນການແຜ່ລະບາດຂອງພະຍາດຕ່າງໆໄດ້ຫລຸດລົງເປັນກ້າວໆເຮັດໃຫ້ ສປປ ລາວ ສາມາດລົບລ້າງພະຍາດເປ້ຍລ່ອຍເກີດຈາກເຊື້ອພະຍາດໂປລີໂອໃນປີ 2000. 

No comments:

Post a Comment