Ad

Ad

29 December 2015

ສະພາການ​ຄ້າ ​ແລະ ອຸດສາຫະກຳ​​ແຫ່ງ​ຊາດ​ສະຫຼຸບ​ວຽກ​ປະຈຳ​ປີ 2015

ວັນທີ 28 ທັນວານີ້, ສະພາການຄ້າແລະ ອຸດສາຫະກຳ​​ແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຕົນປະຈຳປີ 2015  ​ແລະ ການພັດທະນາແຜນຍຸດທະສາດເພື່ອກຽມພ້ອມເຂົ້າສູ່ປະຊາຄົມ​​ເສດຖະກິດອາຊຽນຂຶ້ນທີ່ໂຮງແຮມລາວພລາຊາ​​ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ສີສະຫວາດ ທິຣະວົງ ປະທານສະພາການຄ້າແລະ ອຸດສາ ຫະກຳແຫ່ງຊາດລາວ, ມີຕົວແທນສະພາການຄ້າແລະ ອຸດສາຫະກຳນະຄອນຫຼວງແລະແຂວງຕ່າງໆ​​​ເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານປະທານກ່າວຕໍ່ທີ່ປະຊຸມວ່າ: ​ໄລຍະປີ 2009 ​ຄະນະບໍລິຫານງານສະພາການຄ້າແລະ ອຸດສາຫະກຳແຫ່ງຊາດຊຸດທີ 3 ​ໄດ້ຮັບຮອງແຜນຍຸດທະສາດຂອງຕົນເພື່ອສ້າງຄວາມເຂັ້ມ​​ແຂງໃຫ້ສະພາການຄ້າ
ແຕ່ລະຂັ້ນ, ລວມເຖິງສະມາຄົມ, ກຸ່ມທຸລະກິດຕ່າງໆແລະມີຜົນສຳເລັດຫຼາຍດ້ານຄື: ການເຕົ້າ​​ໂຮມບັນດາບໍລິສັດທີ່ມີທືນຈົດທະບຽນຕັ້ງແຕ່ 50 ລ້ານກີບຂຶ້ນ​​ໄປເຂົ້າເປັນສະມາຊິກໄດ້ເຖິງ 3000 ບໍລິສັດ,​​ ແຕ່ກໍມີຂໍ້ຄົງຄ້າງ​ ​ແລະ ສິ່ງທ້າທາຍຕ່າງແລະເພື່ອຮອງຮັບແຜນຍຸດທະສາດໄລຍະສັ້ນ ( 2016-2020) ​ແລະໄລຍະຍາວເຖິງປີ 2030 ​ໃຫ້ສອດຄ່ອງກັບການເປັນສ່ວນໜຶ່ງຂອງປະຊາຄົມເສດຖະກິດອາຊຽນ AEC, ຊຶ່ງສະພາການຄ້າແລະ ອຸດສາຫະກຳແຫ່ງຊາດມີບົດບາດສຳຄັນໃນການສ້າງຄວາມຕື່ນຕົວໃຫ້ແກ່ບັນດາສະມາຊິກທຸລະກິດຂອງຕົນຕໍ່ກັບການກ້າວເຂົ້າ​ AEC ​ໂດຍການ​​ເຜີຍແຜ່ຂໍ້ມູນທີ່ຈຳເປັນກ່ຽວກັບ AEC  ​ແລະ ການສະໜອງການບໍລິການທີ່ກ່ຽວພັນໃຫ້ກັບສະມາຊິກ​,​ເປັນຕົ້ນແມ່ນການສ້າງຄວາມອາດສາມາດໃນການແຂ່ງຂັນໃຫ້ແກ່ວິສາຫະກິດຂອງລາວ, ການສ້າງຄວາມ​​ເຂັ້ມແຂງດ້ານຜະລິດຕະພາບແລະ ການປັບປຸງຄຸນນະພາບຜະລິດຕະພັນຕ່າງໆ​​ໃຫ້ມີຄວາມພ້ອມໃນໄລຍະຍາວຂອງພາກເອກະຊົນ, ຊຶ່ງສະພາການຄ້າແລະ ອຸດສາຫະກຳແຫ່ງຊາດຈະຕ້ອງໄດ້ສ້າງວິໄສທັດ, ພ້ອມດ້ວຍຍຸດທະສາໄລຍະສັ້ນແລະໄລຍະຍາວໃນການພັດທະນາພາກເອກະຊົນຈົນເຖິງປີ 2030  ​ແລະເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້ຈະເຮັດໃຫ້ການປັບປຸງແຜນຍຸດທະສາດຂອງສະພາການຄ້າແລະ ອຸດສະຫະກຳແຫ່ງຊາດລາວສອດຄ່ອງກັບແຜນພັດທະນາເສດຖະກິດ​-ສັງຄົມ, ທັງເປັນການສະແດງ​​ເຖິງຜົນງານຂອງພາກທຸລະກິດປະກອບສ່ວນ​​ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດດີຂື້ນ.

No comments:

Post a Comment