Ad

Ad

29 December 2015

ງານວາງສະແດງຜະລິດຕະພັນເຟີນີເຈີລາວປະຈໍາປີ 2016 ຈະຈັດຂຶ້ນໃນລະຫວ່າງວັນ 14-19 ມັງກອນຈະເຖິງນີ້

ໃນວັນທີ 28 ທັນວານີ້, ທີ່ສະພາການຄ້າແລະອຸດສະຫະກໍາແຫ່ງຊາດ, ທ່ານປະທາສະມາຄົມເຟີນີເຈີລາວ ຄໍາໄພ່ສົມຊະນະ ໄດ້ຖະແຫລງຕໍ່ສື່ມວນຊົນກ່ຽວກັບການຈັດງານວາງສະແດງຜະລິດຕະພັນເຟີນີເຈີລາວຄັ້ງທີ 2 ປະຈໍາປີ 2016 ວ່າ: ງານດັ່ງກ່າວຈະໄຂຂຶ້ນໃນລະຫວ່າງວັນທີ 14-19 ທັນວານີ້ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ, ພາຍໃນງານຈະມີບັນດາຜູ້ປະກອບການ, ໂຮງານຜະລິດເຟີນີເຈີ, ໂຮງງານປຸງແຕ່ງໄມ້, ອຸປະກອນ, ເຄື່ອງມືຕົບແຕ່ງແລະຜະລິດຕະພັນເຟີນີເຈີທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍເປັນຈໍານວນຫລວງຫລາຍຄືດັ່ງປະສົບຜົນສໍາເລັດຢ່າງຈົບງາມໃນປີຜ່ານມາ.

ທ່ານຮອງປະທານສະມາຄົມເຟີນີເຈີລາວກອງມາລາພົມມະໄລກ່າວວ່າ: ການຈັດງານວາງສະແດງດັ່ງກ່າວເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກແລະລັດຖະບານໃນການສົ່ງເສີມການຜະລິດເປັນສີນຄ້າເທື່ອລະກ້າວ, ໂດຍສະເພາະການກະກຽມຄວາມພ້ອມກ້າວສູ່ປະຊາຄົມເສດຖະກິດອາຊຽນ, ຂະນະດຽວກັນເປັນເຜີຍແຜ່ສີໄມ້ລາຍມືຂອງຊ່າງເຟີນີເຈີລາວໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດຮັບຮູ້ຢ່າງກວ້າງຂວາງ, ພ້ອມທັງເປັນການສົ່ງເສີມການອະນຸລັກປ່າໄມ້, ປູກໄມ້ທົດແທນໄມ້ທໍາມະຊາດ, ການນໍາໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.
ທ່ານຮອງປະທານສະມາຄົມດັ່ງກ່າວໃຫ້ຮູ້ວ່າ: ສະມາຄົມເຟີນີເຈີລາວ, ສ້າງຕັ້ງຂຶ້ນໃນປີ 2008 ແລະ ຜ່ານການເຄື່ອນໄຫວໃນຕະຫລອດໄລຍະຜ່ານມາເຫັນວ່າມີຜົນສໍາເລັດອັນໜ້າພາກພູມໃຈຫລາຍດ້ານເປັນຕົ້ນ: ການຈັດງານວາງສະແດງສີນຄ້າເຟີນີເຈີ ແລະເຄື່ອງໃຊ້ພາຍໃນເຮືອນ, ງານວາງສະແດງແມດອິນລາວ(Made in Laos) ທີ່ນະຄອນຫລວງວຽງຈັນ, ເຂົ້າຮ່ວມງາວາງສະ ແດງສີນຄ້າ CAEXPO ທີ່ໜານໜິງ ສປ ຈີນ, ງານວາງສະແດງຜະລິດຕະພັນເຟີນີເຈີສາກົນທີ່ສິງກະໂປ, ວາງສະແດງອາຊຽນຈີນແລະອື່ນໆ, ອັນໄດ້ສ້າງຊື່ສຽງໃຫ້ແກ່ປະເທດຊາດ ແລະ ເຜີຍແຜ່ສີລະປະລວດລາຍການປະດິດສ້າງທາງດ້ານສີໄມ້ລາຍມືຫັດຖະກໍາຂອງລາວໃຫ້ສາກົນໄດ້ຮັບຮູ້ຢ່າງກວ້າງຂວາງ.

ສະມາຄົມດັ່ງກ່າວໃຫ້ຮູ້ຕື່ມວ່າ: ສໍາລັບຄ່າເຊົ່າຫ້ອງວາງສະແດງໃນງານດັ່ງກ່າວມີມູນຄ່າເລີ້ມແຕ່ 2,8 – 4,5 ລ້ານກີບ, ຜູ້ທີ່ສົນໃຈຕິດຕໍ່ສາມາດພົວພັນໄດ້ທີ່ຫ້ອງການສະມາຄົມເຟີນີເຈີລາວ, ໂທ ລະສັບ 021-720454 ຫລືເວບໄຊ: Laowoodsproducts.la

No comments:

Post a Comment