Ad

Ad

29 December 2015

ບໍລິ​ສັດພູ​ສີຈຳກັດ​ ແຕ່ງຕັ້ງ​ເອພີ​ເອັມລາວ​ເປັນ​ທີ່​ປຶກສາ​ການ​ເງິນ​ກຽມຈົດ​ທະບຽນຕະຫລາດ​ຫລັກ​ຊັບ​ໃນ​ທ້າຍ​ປີ 2016

ບໍລິສັດພູສີຫລວງພະບາງກໍ່ສ້າງແລະ ສ້ອມແປງຂົວ-ທາງຈຳກັດຜູ້ດຽວ(PSC), ​ໄດ້ແຕ່ງ ຕັ້ງບໍລິສັດຫລັກຊັບເອພີເອັມລາວຈຳກັດ(APM LAO)​ເປັນທີ່ປຶກສາທາງການເງິນ ເພື່ອຈັດໂຄງສ້າງທາງທຸລະກິດກຽມຄວາມພ້ອມເຂົ້າຈົດທະບຽນຕະຫລາດຫລັກຊັບລາວໃນທ້າຍປີ 2016 ​ເພື່ອຮອງຮັບການຂະຫຍາຍຕົວແລະເພີ່ມສັກກະຍະພາບການແຂ່ງຂັນຂອງທຸລະກິດ.
ທ່ານ ສີທອງ ພົມມະຈິດ ອຳນວຍການໃຫຍ່ບໍລິສັດ ພູສີຫລວງພະບາງກໍ່ສ້າງແລະ ສ້ອມແປງຂົວ-ທາງຈຳກັດຜູ້ດຽວ ກ່າວວ່າ: ບໍລິສັດຂອງຕົນມີແຜນທີ່ຈະເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວເພື່ອນຳເງິນທີ່ໄດ້ຈາກການລະດົມທຶນໄປຂະຫຍາຍທຸລະກິດຮັບເໝົາກໍ່ສ້າງທີ່ມີການເຕີບໃຫຍ່ສູງໃນປະເທດ
ແລະ ສ່ວນໜຶ່ງແມ່ນໃຊ້ເປັນເງິນທຶນໝູນວຽນໃນກິດຈະການ,​ ເຊິ່ງບໍລິສັດໄດ້ແຕ່ງຕັ້ງ APMLAO ​ເປັນທີ່ປຶກສາທາງການເງິນເພື່ອຈັດໂຄງສ້າງທາງທຸລະກິດ,​ ໂຄງສ້າງການເງິນແລະປັບປຸງມາດຕະຖານບັນຊີເພື່ອໃຫ້ສອດຄ່ອງກັບຫລັກການເພື່ອກຽມຄວາມພ້ອມເຂົ້າລະດົມທຶນແລະ ວາງແຜນທຸລະກິດ,​ ເຊິ່ງຈະຊ່ວຍເພີ່ມໂອກາດການແຂ່ງຂັນໃນອຸດສາຫະກຳກໍ່ສ້າງໄດ້ຢ່າງແຂງແຮງ, ຊຶ່ງປັດຈຸບັນບໍລິສັດມີໂຄງການທີ່ກຳລັງກໍ່ສ້າງຢູ່ຫລາຍໂຄງການເຊັ່ນ:​ ກໍ່ສ້າງຖະໜົນລຽບແຄມຂອງຢູ່ຫລວງພະບາງມີມູນຄ່າປະມານ 43 ລ້ານໂດລາສະຫະລັດ,​ກໍ່ສ້າງຖະໜົນໃນແຂວງຫລວງພະບາງມູນຄ່າ 10 ລ້ານໂດລາສະຫະລັດ,​ ກໍ່ສ້າງຖະໜົນລຽບຊາຍແດນລາວ-ກຳປູເຈຍທີ່ແຂວງອັດຕະປືມີມູນຄ່າ 60 ລ້ານໂດລາສະຫະລັດ ແລະ ໃນປີ 2016 ບໍລິສັດມີໂຄງການກໍ່ສ້າງຖະໜົນທີ່ແຂວງຫລວງພະບາງອີກຈໍານວນໜຶ່ງທີ່ມີມູນຄ່າຫລາຍກວ່າ 30 ລ້ານໂດລາສະຫະລັດ,​ ໂຄງການກໍ່ສ້າງກັນຕະຝັ່ງເຈື່ອນມູນຄ່າຫລາຍກວ່າ 70 ລ້ານໂດລາສະຫະລັດ,​ ໂຄງການປັບປຸງ​​ສະໜາມບິນແຂວງບໍ່ແກ້ວທີ່ມີມູນຄ່າ​ 30 ລ້ານໂດລາສະຫະລັດ.
ທ່ານ ສີທອງ ພົມມະຈິດ ກ່າວວ່າ: ບໍລິສັດພວກເຮົາດໍາເນີນທຸລະກິດກໍ່ສ້າງເປັນຫລັກ, ​ເຊິ່ງມີສັດສ່ວນລາຍໄດ້ຈາກການຮັບເໝົາກໍ່ສ້າງກວມຫລາຍກວ່າ 80% ຂອງລາຍໄດ້ທັງໝົດຂອງກຸ່ມບໍລິສັດ,ນອກຈາກນີ້ບໍລິສັດຍັງໄດ້ຮັບສຳປະທານເຂື່ອນໄຟຟ້າຈາກລັດຖະບານອີກ 2 ແຫ່ງ, ​ເຊິ່ງມີໄລຍະສຳປະທານ 30 ປີ,​ ມີທຸລະກິດບໍລິການສະຖານີນ້ຳມັນພາຍໃຕ້ເຄື່ອງໝາຍການຄ້າ “PLP” ​ເຊິ່ງມີຍອດຂາຍປະມານ 4-5 ລ້ານລິດຕໍ່ເດືອນແລະ ມີທຸລະກິດສຳປະທານບໍ່ແຮ່ອີກຈໍານວນໜຶ່ງ.

ທ່ານ ສົມພົບ ສັກພັນພະນົມ ອຳນວຍການໃຫຍ່ບໍລິສັດຫລັກຊັບເອພີເອັມລາວຈຳກັດ (APMLAO) ກ່າວວ່າ: ນັບວ່າເປັນໂອກາດດີທີ່ໄດ້ຮ່ວມງານກັບບໍລິສັດພູສີ​ ​ເຊິ່ງເປັນບໍລິສັດທີ່ມີສັກກາຍະພາບເຕີບໃຫຍ່ສູງ, ແລະ ມີປະສົບການໃນການດຳເນີນທຸລະກິດມາແລ້ວຫລາຍກວ່າ 20 ປີ ແລະAPMLAO ຈະເຂົ້າມາຊ່ວຍໃນການຈັດໂຄງສ້າງທາງທຸລະກິດແລະໂຄງສ້າງທາງການເງິນໃຫ້ມີຄວາມເໝາະສົມໄປຕາມຫລັກເກນລວມເຖິງຊ່ວຍຈັດຫາແຫລ່ງທຶນທີ່ເໝາະສົມເພື່ອຂະຫຍາຍທຸລະກິດທີ່ດຳເນີນການຢູ່ແລະ ຫາລືໃນການກຽມຄວາມພ້ອມເພື່ອເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວແລະ ຄາດວ່າຈະສາມາດຍື່ນຄຳຂໍອະນຸຍາດສະເໜີຂາຍຮຸ້ນເພີ່ມທຶນຕໍ່ມວນຊົນຄັ້ງທຳອິດຕໍ່ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ (ຄຄຊ) ​ເພື່ອລະດົມທຶນໄດ້ພາຍໃນຕົ້ນປີ 2016 ​ເພື່ອສ້າງໂອກາດໃນການຂະຫຍາຍທຸລະກິດຂອງບໍລິສັດໃນອະນາຄົດ.

No comments:

Post a Comment