Ad

Ad

29 December 2015

ປີ 2016 ກະສິກຳ​ຕັ້ງ​ເປົ້າ​ປູກເຂົ້ານາ​​ແຊງ​​ໃຫ້​ໄດ້112.000 ​ເຮັກຕາ

ກະຊວງກະສິກຳແລະ ປ່າໄມ້​​ໃຫ້ຮູ້ວ່າ​: ປັດຈຸບັນກະສິກອນທ້ອງຖີ່ນຕ່າງໆບ່ອນທີ່ມີເງື່ອນໄຂໄດ້ເລີ່ມກະກຽມດິນແລະ ຕົກກ້າເພື່ອກະກຽມໃຫ້ແກ່ການຜະລິດເຂົ້ານາ​​ແຊງປີ 2016 ​ໃຫ້ໄດ້ຕາມຄາດໝາຍ​​ຕັ້ງ​​ໄວ້ 112.000 ​ເຮັກຕາ ຄາດຄະເນຜົນຜະລິດໃຫ້ໄດ້ຫຼາຍກວ່າ 570 ພັນໂຕນ,​ ດ້ວຍສະມັດຕະພາບສະເລ່ຍ 5 ​ໂຕນ / ​ເຮັກຕາ, ສຳລັບການປູກພືດລະດູ​​ແລ້ງໃຫ້ບັນລຸ 50 ພັນເຮັກຕາ, ຊຶ່ງມາຮອດປັດຈຸບັນກະສິກອນບາງທ້ອງຖິ່ນໄດ້ລິເລີ່ມປູກໄດ້ແລ້ວ 2 ພັນກວ່າເຮັກຕາ, ເທົ່າ 9% ຂອງແຜນການ,ຂະນະທີ່ຂະແໜງກະສິກຳກໍໄດ້ລົງຊຸກຍູ້ໃຫ້ຊາວກະສິກອນນຳໃຊ້ເຕັກນິກການຜະລິດແບບກະເສດສຸມເພື່ອຍົກສະມາດຕະພາບໃຫ້ສູງຂຶ້ນ, ພ້ອມທັງເລັ່ງ ປົວແປງລະບົບຊົມລະປະທານທີ່ຊຸດໂຊມຮັບປະກັນການສະໜອງນ້ຳໃຫ້ພຽງພໍໃນເນື່ອທີ່ການຜະລິດໂດຍສະເພາະແມ່ນຢູ່ 10 ແຂວງຈຸດສຸມຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ ແລະ ຈຳປາສັກ.

No comments:

Post a Comment