Ad

Ad

28 December 2015

ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຈົບງາມ

ກອງປະຊຸມ​​ສະໄໝສາມັນ​​ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII, ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມໃນຕອນບ່າຍວັນທີ 25 ທັນວານີ້, ພາຍຫລັງດຳເນີນມາເປັນເວລາ 18 ວັນທີ່ຫໍສະພາແຫ່ງຊາດ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ຈູມມາລີ ໄຊຍະສອນ.
ທ່ານປະທານສະພາແຫ່ງຊາດນາງປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດປິດກອງປະຊຸມຊຶ່ງມີບາງຕອນສໍາຄັນວ່າ: ສະພາແຫ່ງຊາດຊຸດທີ VII ​ໃກ້ຈະໝົດວາລະໃນບໍ່ເທົ່າໃດເດືອນຂ້າງໜ້ານີ້ ແລະ ຕະຫລດດໄລຍະ 5 ປີຜ່ານມາໃນຖານະເປັນອົງການແຫ່ງສິດແລະ ຜົນປະ
ໂຫຍດຂອງປະຊາຊົນສະ ມາຊິກສະພາແຫ່ງຊາດແຕ່ລະທ່ານໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃນການຄົ້ນຄວ້າພິຈາລະນາແລະ ຕົກລົງບັນຫາສຳຄັນຂອງຊາດ, ພ້ອມທັງໄດ້ລົງໃກ້ຊິດຕິດແທດເພື່ອຮັບຟັງຂໍ້ຄິດເຫັນຂອງປະຊາຊົນແລະ ນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂຕາມຄວາມເໝາະສົມແລະ ທັນການ.
ພາຍຫລັງກອງປະຊຸມອັດລົງຢ່າງເປັນທາງການ, ທ່ານຮອງປະທານສະພາແຫ່ງຊາດ ສົມພັນ ແພງຄໍາມີ ກໍໄດ້ຖະແຫລ່ງຜົນສໍາເລັດຂອງກອງປະຊຸມຕໍ່ສື່ມວນຊົນວ່າ: ກອງປະຊຸມດັ່ງກ່າວໄດ້ດໍາເນີນມາແຕ່ວັນທີ 7-25 ທັນວາ 2015 ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດນາງ ປານີ ຢາທໍຕູ້ ແລະ ມີສະມາຊິກສະພາແຫ່ງຊາດໃນແຕ່ລະເຂດເລືອກຕັ້ງເຂົ້າຮ່ວມຢ່າງພ້ອມ ພຽງ, ຊຶ່ງໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນສະບັບປັບປຸງປີ 2015​ ​ເຊິ່ງເປັນກົດໝາຍພື້ນ ຖານຂອງຊາດເພື່ອເປັນພື້ນຖານໃຫ້ແກ່ການປັບປຸງບູລະນະອົງການອຳນາດລັດໃຫ້ເຂັ້ມແຂງ,​ ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍມີຄວາມເຂັ້ມງວດແລະ ສັກສິດຫລາຍກວ່າເກົ່າ,​ ໄດ້ພິຈາລະນາຮັບຮອງເອົາກົດໝາຍທັງໝົດ 11 ສະບັບ, ​ໃນນີ້ມີກົດໝາຍສ້າງໃໝ່​ 4 ສະບັບຄື: ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດແລະ ກົດໝາຍວ່າດ້ວຍການປ້ອງກັນຊາ, ສ່ວນກົດໝາຍປັບປຸງໃໝ່ມີຈຳນວນ 7 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍງົບປະມານ, ກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນແລະ ກົດໝາຍວ່າດ້ວຍລັດຖະບານ. ນອກຈາກນີ້ຍັງໄດ້ຮັບຟັງ​​ລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020), ຍຸດທະສາດຮອດປີ 2025, ວິໄສທັດຮອດປີ 2030, ການພັດທະນາໂຄງການດາວທຽມລາວແລະໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການຄຸ້ມຄອງລັດ-ຄຸ້ມຄອງ​​ເສດຖະກິດ-ສັງຄົມ​​ໃນ 4 ຂະແໜງການຂອງລັດຖະບານຄື: ກະຊວງອຸດສາຫະກຳແລະ ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ, ກະ ຊວງປ້ອງກັນຄວາມສະຫງົບແລະ ທະນາຄານແຫ່ງ ສປປ ລາວ,ພິຈາລະນາຮັບຮອງເອົາການຈັດຕັ້ງປະຕິບັດວຽກງານທົດລອງ 3 ສ້າງແລະ ການເຄື່ອນໄຫວວຽກງານ 5 ປີຂອງສະພາແຫ່ງຊາດຊຸດທີ VII(2011-2015).

ນອກຈາກນີ, ກອງປະຊຸມຍັງໄດ້ພິຈາລະນາຮັບຮອງກ່ຽວກັບການກະກຽມບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ VIII, ສະມາຊິກສະພາປະຊາຊົນຂັ້ນແຂວງແລະ ການສ້າງຕັ້ງສະພາປະຊາຊົນຂັ້ນທ້ອງຖິ່ນ, ຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບຜົນການກວດສອບບົດສະຫລຸບຂາດຕົວຂອງການປະຕິບັດແຜນງົບປະມານແຫ່ງລັດສົກປີ 2013-2014, ການປະຕິບັດມະຕິຂອງສະພາແຫ່ງຊາດ, ການແກ້ໄຂການລະເມີດແລະ ການກວດຄືນຜົນການກວດສອບ, ພິເສດໃນໄລຍະການດຳເນີນກອງປະຊຸມໄດ້ມີປະຊາຊົນສົ່ງຄວາມຄິດເຫັນແລະຂໍສະເໜີຜ່ານໂທລະສັບສາຍດ່ວນສະພາຫລາຍກວ່າ 150 ບັນຫາ,​ ເຊິ່ງສ່ວນໃຫຍ່​​ກ່ຽວຂ້ອງກັບສ້ອມແປງຖະໜົນຫົນທາງ, ເງິນອຸດໜູນແລະເງິນນະໂຍບາຍຕ່າງໆ, ​ເຊິ່ງສະພາແຫ່ງຊາດໄດ້ສະຫລຸບສັງລວມແລະມອບໃຫ້ພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງຜ່ານທາງສື່ມວນຊົນແລ້ວຈໍານວນໜຶ່ງ.

No comments:

Post a Comment