Ad

Ad

28 December 2015

ກອງ​ປະຊຸມ​ຄັ້ງທີ 38 ຂອງ​ຄະນະ​ກຳມະການ​ຮ່ວມ​ມືລາວ-ຫວຽດນາມຈັດ​ຂຶ້ນທີ່​ນະຄອນຫລວງ​ວຽງ​ຈັນ​ດ້ວຍ​ຜົນສຳ​ເລັດ​ສູງ

ກອງປະຊຸມຄັ້ງທີ 38 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມໄດ້ຈັດຂຶ້ນໃນວັນທີ 25-27 ທັນວານີ້ທີ່ນະຄອນຫລວງວຽງຈັນພາຍໃຕ້ການເປັນປະທານຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດການຜະລິດແລະຈໍລະຈອນທັງເປັນປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມແລະທ່ານຫງວຽນຊວນຟຸກຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວໂດຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງແລະຂະແໜງການກ່ຽວຂ້ອງຕ່າງໆພ້ອມບັນດາເຈົ້າແຂວງຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມທີ່ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນແລະ ສະໜິດສະໜົມນັ້ນຕ່າງກໍໄດ້ຕີລາຄາສູງຕໍ່ຜົນສຳເລັດການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາໂດຍສະເພາະແມ່ນເປັນການ ຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມຄັ້ງທີ 37 ຜ່ານມາແລະ ສັນຍາວ່າດ້ວຍການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານໃນປີ 2015 ​ແລະເຫັນວ່າມີຫລາຍອັນສາມາດບັນລຸຜົນສຳເລັດຕາມລະດັບຄາດໝາຍວາງໄວ້ເປັນຢ່າງດີ, ​ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນມູນເຊື້ອຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດຖະບານແລະປະຊາຊົນສອງຊາດລາວ-ຫວຽດນາມນັບມື້ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.
ກອງປະຊຸມຄັ້ງນີ້ຍັງໄດ້ພ້ອມກັນປຶກສາຫາລືແລະເປັນເອກະພາບກັບທິດທາງແຜນການຮ່ວມມືທະວີພາຄີໄລຍະປີ 2016-2020 ​ແລະແຜນຮ່ວມມືປະຈຳປີ 2016 ​ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງທັງສອງຝ່າຍແນໃສ່ປະຕິບັດບັນດາຂໍ້ຕົກລົງຂອງກົມການເມືອງສອງຝ່າຍແລະສັນຍາຮ່ວມມືທະວີພາຄີລະຫວ່າງລັດຖະບານສອງປະເທດໃຫ້ປາກົດຜົນເປັນຈິງຄືເຮັດໃຫ້ຕົວເລກຄາດໝາຍການຄ້າລະຫວ່າງສອງປະເທດບັນລຸຜົນ 2 ຕື້ໂດລາໃນແຕ່ລະປີ, ຝ່າຍຫວຽດນາມເຫັນດີເພີ່ມທຶນການສຶກສາໃຫ້ແກ່ລາວ, ​ແຕ່ຂະນະດຽວກັນນັ້ນກໍສະເໜີໃຫ້ກະຊວງສຶກສາສອງຝ່າຍປະສານສົມທົບກັນໃນການຄັດເລືອກນັກຮຽນໄປຮຽນທັງທຶນສ່ວນຕົວ, ທຶນແຮກສ່ຽວແລະ ທຶນໃນແຜນໃຫ້ຮັບປະກັນຄຸນນະພາ, ສອງຝ່າຍເຫັນດີກວດກາຄືນໃນການສ້າງເງື່ອນໄຂສະດວກໃຫ້ແກ່ການນຳໃຊ້ທ່າເຮືອຫວຸງອ່າງໃຫ້ມີປະສິດທິຜົນສູງສຸດແລະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ໂຄງການສ້າງທໍ່ສົ່ງນ້ຳມັນແຕ່ທ່າ​​ເຮືອຫວຸງອ່າງເຂົ້າມາລາໃຫ້ປາກົດຜົນເປັນຈິງແລະ ບັນຫາສຳຄັນອື່ນໆອີກໃນການກະຕຸກຊຸກຍູ້ແລະສ້າງເງື່ອນໄຂໃຫ້ແກ່ການລົງທຶນສອງຝ່າຍມີປະສິດທິຜົນສູງຂຶ້ນ.

          ໃນໂອກາດດຳເນີນກອງປະຊຸມສຳຄັນດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດແລະ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ກໍໄດ້ມີຄຳເຫັນແລະ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນລະຫວ່າງສອງປະທານປະເທດອັນເປັນປັດໄຈສຳຄັນໃນການເພີ່ມພູນຄູນສ້າງມູນເຊື້ອການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດແລະ ປະຊາຊົນສອງຊາດນັບມື້ແຕກດອກອອກຜົນງອກງາມຍິ່ງໆຂຶ້ນແລະ ​​ໃນໂອກາດອັນສຳຫງ່າລ່າສີນີ້, ທ່ານຮອງນາຍົກລັດຖະມົນຕີສົມສະຫວາດເລັ່ງສະຫວັດໄດ້ກ່າວສະແດງຄວາມຮູ້ບຸນຄຸນແລະ ຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານແລະ ປະຊາຊົນຫວຽດນາມເຊິ່ງຍາມໃດກໍໄດ້ເຊີດຊູນ້ຳໃຈສາກົນອັນຜ່ອງໃສ, ຄວາມສາມັກຄີພິເສດ, ​ໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ຫລວງ, ມີຜົນສັກສິດແລະ ທັນການແກ່ ສປປ ລາວໃນການສ້າງສາພັດທະນາປະເທດຊາດຂອງຕົນໂດຍດີຕະຫລອດມາ.

No comments:

Post a Comment