Ad

Ad

28 December 2015

10 ເຫດການເດັ່ນຂອງປະເທດໃນປີ 2015

ໃນປີ 2015 ນີ້, ໄດ້ມີຫລາຍເຫດການພົ້ນເດັ່ນທາງດ້ານການເມືອງ, ເສດຖະກິດ, ວັດທະນທໍາ-ສັງຄົມເກີດຂຶ້ນໃນປະເທດເຮົາ, ແຕ່ໜັງສືພິມລາວພັດທະນາ ຂໍຍົກເອົາ10 ເຫດການເດັ່ນມາສະເໜີດັ່ງນີ້:
ອັນດັບ 10 : ແມ່ນເປີດໂຄງການຍົກຍ້າຍ-ຈັດສັນເມືອງກະລືມໃໝ່, ແຂວງເຊກອງໃນວັນທີ 25 ເມສາ, ໂດຍການເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ, ເປັນໂຄງການບູລິມະສິດຂອງລັດຖະບານທີ່ມີມູນຄ່າຫລາຍກວ່າ 930 ຕື້ກີບ, ເພື່ອສ້າງເມືອງດັ່ງກ່າວໃຫ້ມີການພັດທະ ນາໂສມໜ້າໃໝ່ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.

ອັນດັບ 9 : ແມ່ນໄຂງານມະຫາກໍາຊັບສີນທາງປັນຍາ 2015 ຄັ້ງທໍາອິດຂຶ້ນທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ, ແຕ່ລະຫວ່າງວັນທີ 24 ເມສາຫາ 1 ພືດສະພາ 2015 ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ດຣ ພັນຄໍາ ວິພາວັນ, ງານວາງສະແດງດັ່ງກ່າວຈັດຂຶ້ນເພື່ອສົ່ງເສີມວຽກງານຊັບສີນທາງປັນຍາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມແບບຍືນຍົງ, ໂດຍມີເຈົ້າຂອງລິຂະສິດພູມປັນຍາ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດຜະລິດສີນຄ້າທີ່ມີຫົວຄິດປະດິດສ້າງ ແລະ ນະວັດຕະກໍາທີ່ລໍ້າສະໄໝທັງພາຍໃນ ແລະ ຕ່າງປະເທດເຂົ້າ
ຮ່ວມວາງສະແດງຢ່າງຫລວງຫລາຍ.
ອັນດັບ 8 : ລາວເປີດຂະບວນການສັກວັກແຊງປ້ອງກັນພະຍາດໄຂ້ສະໝອງອັກເສບຍີ່ປຸ່ນໃນວັນທີ 1 ເມສາ 2015 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນເພື່ອແນໃສ່ໃຫ້ເດັກທີ່ມີອາຍຸແຕ່ 1-15 ປີໄດ້ຮັບວັກແຊງກັນພະຍາດດັ່ງກ່າວບັນລຸຫລາຍກວ່າ 95% ໃນທົ່ວປະເທດ.
ອັນດັບ 7 : ການເປີດນໍາໃຊ້ສະໜາມບິນແຂວງອັດຕະປືໃນວັນທີ 30 ພຶດສະພາ 2015, ໂດຍການເຂົ້າຮ່ວມຂອງທ່ານປະທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນແລະ ປະທານປະ ເທດແຫ່ງ ສສ ຫວຽດນາມ ເຈືອງເຕີນຊາງ, ຊຶ່ງສະໜາມບິນດັ່ງກ່າວແມ່ນບໍລິສັດຮວ່າງແອງຢາລາຍຫວຽດນາມສະໜອງສີນເຊື່ອບໍ່ມີດອກເບ້ຍເພື່ອກໍ່ສ້າງໃນມູນຄ່າ 36,19 ລ້ານໂດລາສະຫະລັດ, ເພື່ອພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງຂອງລາວເພື່ອໃຫ້ເຊື່ອມໂຍງກັບພາກພື້ນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ເທື່ອລະກ້າວ.
ອັນດັບ 6 : ແມ່ນການເດີນທາງມາຢ້ຽມຢາມ ສປປ ລາວ ຂອງພັນລະຍາຮອງປະທານາທິບໍດີສະຫະລັດອາເມລິກາທ່ານນາງ ຈິວໄບເດັນ ໃນລະຫວ່າງວັນທີ 21-22 ກໍລະກົດ 2015 ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເຂົ້າພົບປະກັບການນໍາຂັ້ນສູງຂອງລາວຫລາຍທ່ານ.
ອັນດັບ 5 : ແມ່ນໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 60 ປີ ( 20 ກໍລະກົດ 1955-20 ກໍລະກົດ 2015), ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ, ໃນພິທີທ່ານປະທານສະຫະພັນແມ່ຍິງລາວໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານແມ່ນຍິງໃນຕະຫລອດໄລຍະ 60 ປີຜ່ານມາ, ໂດຍສະເພາະແມ່ຍິງໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານນັບແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ, ຈົນມາຮອດປັດຈຸບັນ, ໃນໂອກາດນີ້, ສະຫາຍປະທານປະເທດ, ໄດ້ໃຫ້ກຽດປະດັບຫລຽນຄໍາແຫ່ງຊາດໃຫ້ແກ່ສະຫະພັນແມ່ນຍິງລາວທີ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືໄລຍະປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 60 ປີຜ່ານ ມາ.
ອັນດັບ 4 :  ສປປ ລາວ ປະກາດຈົບຊັ້ນປະຖົມສືກສາບໍາລຸງທົ່ວປະເທດຢ່າງເປັນທາງການໃນວັນທີ 28 ສິງຫາ 2015 ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງປະທານປະເທດ ຈູມມາລີ ໄຊຍະສອນ, ຊຶ່ງ ສປປ ລາວ, ໄດ້ເອົາໃຈໃສ່ວຽກງານດັ່ງກ່າວມາແຕ່ປີ 1976 ເປັນຕົ້ນມາ ແລະ ມາຮອດປັດຈຸບັນມີປະຊາກອນໃນເກນອາຍຸ 15-45 ປີໄດ້ຈົບລົບລ້າງຄວາມບໍ່ຮູ້ໜັງສື ແລະ ຈົບຊັ້ນປະຖົມບໍາລຸງທັງ 640.743 ຄົນ(ຍິງ 338.739 ຄົນ ແລະ ຜົນສໍາເລັດດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນວ່າ ສປປ ລາວ ສາມາດບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາທີ 2 ໂດຍພື້ນຖານ.
ອັນດັບ 3 : ສປປ ລາວ ເປີດຂະບວນການສັກ ແລະ ຟອດຢາວັກແຊງກັນພະຍາດໂປລີໂອ IPV ໃຫ້ເດັກອາຍຸແຕ່ 14 ອາທິດຫາລຸ່ມ 1 ປີໃນທົ່ວປະເທດຂຶ້ນໃນວັນທີ 15 ຕຸລາ 2015 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ, ການເປີດຂະບວນການສັກວັກແຊງດັ່ງກ່າວມີຂຶ້ນພາຍຫລັງຂະແໜງສາທາລະນະສຸກພົບການກັບຄືນມາລະບາດໃໝ່ຂອງພະຍາດດັ່ງກ່າວຢູ່ບາງແຂວງຂອງລາວ, ນັບແຕ່ພະຍາດດັ່ງກ່າວຖືກດັບສູນໄປແຕ່ປີ 2000.
ອັນດັບ 2 : ແມ່ນ ສປປ ລາວ ປະສົບຜົນສໍາເລັດສົ່ງດາວທຽມໜ່ວຍທໍາອິດ( LAOSAT-1) ຂຶ້ນສູ່ວົງໂຄຈອນໂລກທີ່ຕໍາແໜ່ງ 128,5 ອົງສາຕາເວັນອອກໃນວັນທີ 21 ພະຈິກ 2015 ທີ່ແຂວງສີສວນ, ສປ ຈີນ, ໂດຍການເຂົ້າຮ່ວມຂອງທ່ານຮອງປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ, ການປ່ອຍດາວທຽມດັ່ງກ່າວແມ່ນຂອງວັນພິເສດຈາກລັດຖະບານຈີນແກ່ ສປປ ລາວ ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີແລະ ລະບົບຂອງດາວທຽມທັງໝົດຈະຖືກຄວບຄຸມບັນຊາການທີ່ສະຖານີດາວທຽມລາວ, ທີ່ນະຄອນຫລວງວຽງຈັນ, ມີມູນຄ່າ 258 ລ້ານໂດລາສະຫະລັດ, ມີ 22 ຊ່ອງສັນຍານ, ໃນນັ້ນ 2 ຊ່ອງຈະຖືກນໍາໃຊ້ສໍາລັບການບໍລິການສື່ສານພາຍໃນປະເທດ ແລະ ສ່ວນທີ່ເຫລືອແມ່ນເປີດບໍລິການໃຫ້ຕ່າງປະເທດເຊົ່າ, ມີອາຍຸການໃຊ້ງານ 15 ປີ, ດາວທຽມດັ່ງກ່າວຈະນໍາປະໂຫຍດຢ່າງຫລວງຫລາຍມາສູ່ປະເທດເຮົາ, ໂດຍສະເພາະແມ່ນດ້ານການສຶກສາ, ການປິ່ນປົວທາງໄກຂອງການແພດ, ການຄົມມານາຄົມສື່ສານ ແລະ ວຽກງານຕ້ານໄພພິບັດຕ່າງໆຢ່າງວ່ອງໄວທັນການ.
ອັນດັບ1 : ແມ່ນການສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 40 ປີ(2 ທັນວາ 1975-2 ທັນວາ 2015), ພິທີດັ່ງກ່າວຈັດຂຶ້ນຢ່າງຄຶກຄື້ນ ແລະ ຢ່າງຍິ່ງໃຫຍ່ຢູ່ສະໜາມຫລວງ, ນະຄອນຫລວງວຽງຈັນໃນວັນທີ 2 ທັນວາ 2015, ໂດຍມີການນໍາຂັ້ນສູງຂອງພັກ ແລະ ລັດ ແລະ ຄະນະຜູ້ແທນຂັ້ນສູງຈາກປະເທດເພື່ອນມິດເຊັ່ນ: ສປ ຈີນ, ຫວຽດນາມ, ກໍາປູເຈຍ ແລະ ຜູ້ຕາງໜ້າປະເທດເພື່ອນມິດອື່ນໆ. ພິເສດຍັງມີຄະນະຜູ້ແທນຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດຫລາຍກວ່າ 20 ປະເທດໃນໂລກຫລາຍກວ່າ 200 ຄົນເຂົ້າຮ່ວມ. ໃນພິທີທ່ານປະເທດປະເທດໄດ້ຂຶ້ນກ່າວສູນທອນພົດໂດຍຍົກໃຫ້ເຫັນຜົນສໍາເລັດ ແລະ ໄຊຊະນະທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕະຫລອດໄລຍະ 40 ປີຜ່ານມາ, ເຊິ່ງບໍ່ມີຍຸກໃດສະໄໝໃດທີ່ປະເທດຊາດອັນແສນຮັກຂອງພວກເຮົາໄດ້ມີຄວາມຢູ່ເຢັນເປັນສຸກ, ໄດ້ມີການພັດທະນາຈະເລີນກ້າວໜ້າ ແລະ ມີຊື່ສຽງບົດບາດສູງເດັ່ນໃນເວທີພາກພື້ນ ແລະ ສາກົນເທົ່າກັບຍຸກສະໄໝນີ້ ແລະ ມີການສວນສະໜາມຂອງກ້ອນກໍາລັງປະກອບອາວຸດ, ກ້ອນກໍາ

ລັງອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງສັງຄົມຢ່າງເປັນຂະບວນຟົດຟື້ນ ແລະ ໃນບ່າຍວັນທີດຽວກັນກໍ່ມີພິທີວາງສີລາເລີກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຊຶ່ງມີໄລຍະທາງແຕ່ຊາຍແດນຈີນ-ລາວມາເຖິງນະຄອນຫລວງວຽງຈັນມີຄວາມທັງໝົດ 427,2 ກິໂລແມັດ, ເພື່ອມອບເປັນຂອງຂວັນເນື່ອງໃນໂອກາດການສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 40 ປີ, ໂດຍການເຂົ້າຮ່ວມພິທີຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ, ສະຫາຍ ຈ່າງເຕີຈ່ຽງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານຄະນະປະຈໍາສະພາປະ ຊາຊົນທົ່ວປະເທດຈີນ. ໂຄງການດັ່ງກ່າວມີມູນຄ່າກໍ່ສ້າງທັງໝົດ 38,7 ຕື້ຢວນ(ສະກຸນເງິນຈີນ) ແລະ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງ 5 ປີໃຫ້ສໍາເລັດ, ຊຶ່ງຈະຕອບສະໜອງຄວາມຄອງຄອຍຂອງປະຊາຊົນລາວທັງຊາດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະຊ່ວຍຫັນປະເທດລາວຈາກສະຖານະພາບປະເທດທີ່ບໍ່ມີຊາຍແດນຕິດຈອດທະເລໃຫ້ກາຍເປັນເຊື່ອມຈອດ ແລະ ປະກອບສ່ວນເພີ່ມທະວີມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຈີນກໍຄືລະຫວ່າງອາຊຽນກັບຈີນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

No comments:

Post a Comment