Ad

Ad

28 December 2015

ໜຶ່ງປີຜ່ານມາວຽກງານ​ຕ່າງ​ປະ​ເທດຂອງລາວຍາດໄດ້ຜົນງານຫລາຍດ້ານ

ກອງປະຊຸມສະຫລຸບວຽກງານປະຈໍາປີ 2015 ຂອງກະຊວງການຕ່າງປະເທດ, ໄດ້ຈັດຂຶ້ນໃນວັນ 25 ທັນວານີ້,​ ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລຸນ ສີສຸລິດ.
ໃນໂອກາດນີ້, ທ່ານຫົວໜ້າຫ້ອງການກະຊວງດັ່ງກ່າວໄດ້ຂຶ້ນລາຍງານບົດສະຫລຸບການເຄື່ອນ ໄຫວປະຈໍາປີ 2015 ວ່າ: ສປປ ລາວ,​ ໄດ້ສ້າງສາຍພົວພັນການທູດກັບ 138 ປະເທດ, ມີສຳນັກງານຕາງໜ້າທູດທັງໝົດ 38 ​ແຫ່ງຢູ່ 27 ປະເທດໃນນັ້ນມີສະຖານທູດ 26 ​ແຫ່ງສຳນັກງານຕາງໜ້າຖາວອນ 3 ​ແຫ່ງແລະສຳນັກງານສາກົນ
ກົງສຸນໃຫ່ຍ 9 ​ແຫ່ງ, ​ຂະນະດຽວກັນການເຄື່ອນໄຫວ​​ການຕ່າງປະເທດກໍແມ່ນຢູ່ໃນທ່າບຸກ,​ ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກສັນຕິ ພາບ,​ ເອກະລາດແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ. ນອກຈາກນີ້ການພົວພັນຮ່ວມມືໃນຂອບສອງຝ່າຍກໍໄດ້ສືບຕໍ່ເປີດກວ້າງແລະ ກ້າວເຂົ້າສູ່ລວງເລິກຫລາຍຂຶ້ນ, ຊຶ່ງສະແດງອອກເຖິງການຢ້ຽມຢາມລະຫວ່າງການນຳຂັ້ນສູງກັບປະເທດຕ່າງໆຢ່າງເປັນປົກກະຕິ. ສ່ວນໃນຂອບຫລາຍຝ່າຍກໍໄດ້ມີການເຄື່ອນໄຫວຢ່າງເປັນເຈົ້າການແລະ ສາມາດປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສປປລາວຢູ່​​ໃນເວທີພາກພື້ນແລະສາກົນເຊັ່ນ: ​ເວທີອາຊຽນ,​ ອາເຊັມ, ອົງການການຄ້າໂລກ, ອົງການສະຫະປະຊາຊາດດັ່ງນີ້ເປັນຕົ້ນ, ພ້ອມກັນນີ້, ຍັງໄດ້ສຳເລັດການເປັນເຈົ້າພາບຈັດກອງປະຊຸມລະດັບພາກພື້ນແລະ ສາກົນທີ່ສຳຄັນຫລາຍຄັ້ງດ້ວຍຜົນສຳເລັດອັນຈົບງາມເປັນຕົ້ນ: ກອງປະຊຸມໂຕະມົນຄັ້ງທີ 12, ກອງປະຊຸມລະດັບລັດຖະມົນຕີເຂດສາມຫລ່ຽມພັດທະນາກຳປູເຈຍ-​ລາວ-​ຫວຽດ ນາມ(CLV)ຄັ້ງທີ 10, ກອງປະຊຸມໃຫຍ່ຄັ້ງທີ 3 ຂອງອົງຄະນະພັກກະຊວງການຕ່າງປະເທດແລະ ກອງປະຊຸມສໍາຄັນອື່ນໆ.

ສໍາລັບທິດທາງແຜນການໃນຊຸມປີຕໍ່ໜ້າ, ທ່ານຫົວໜ້າຫ້ອງການກະຊວງດັ່ງກ່າວໄດ້ສະເໜີ ວ່າ: ຕ້ອງສືບຕໍ່ຍົກສູງບົດບາດເປັນເສນາທິການໃຫ້ຂັ້ນເທິງດ້ານການຕ່າງປະເທດ, ຍຶດໝັ້ນໃນແນວ ທາງການຕ່າງປເທດຂອງພັກ, ​ເປີດກວ້າງການພົວພັນສາກົນຢ່າງມີຈຸດສຸມແລະ ຍາດແຍ່ງຜົນປະໂຫຍດຕົວຈິງມາສູ່ປະເທດຊາດ, ປັບປຸງກົນໄກການປະສານງານແລະ ຄຸ້ມຄອງວຽກງານການຕ່າງປະເທດຜ່ານປະຕູດຽວ, ສູ້ຊົນແກ້ໄຂຈຸດຄົງຄ້າງເສັ້ນຊາຍ​ແດນກັບປະເທດເພື່ອນບ້ານໃຫ້ສຳເລັດໂດຍພື້ນຖານ,​​ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຕ່າງປເທດຂັ້ນທ້ອງຖິ່ນເພື່ອຮັບປະກັນຄວາມພ້ອມສຳລັບການເຊື່ອມໂຍງ-​ເຊື່ອມຈອດພາກພື້ນແລະ ສາກົນໃຫ້ຫລາຍຂຶ້ນ.

No comments:

Post a Comment