Ad

Ad

28 December 2015

ກົມຄຸ້ມຄອງມົນລະພິດຮຽກຮ້ອງສັງຄົມຢຸດຖີ້ມຂີ້ເຫຍື້ອຊະຊາຍ

ກົມຄຸມຄອງມົນລະພິດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ອອກມາຮຽກຮ້ອງຜ່ານສື່ມວນຊົນເມື່ອບໍ່ດົນນີ້, ໂດຍຂໍໃຫ້ທຸກພາກສ່ວນສັງຄົມຢຸດຕິການສວຍໂອກາດຖິ້ມຂີ້ເຫຍື້ອແບບຊະຊາຍສ້າງຄວາມເປີະເປື້ອນ ແລະ ທໍາລາຍສະພາບແວດລ້ອມໃນຕົວເມືອງ.
ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ຂີ້ເຫຍື້ອມີຫລາຍປະເພດທີ່ເກີດຈາກຫລາຍແຫລ່ງເຊັ່ນ: ຈາກຄົວເຮືອນ, ໂຮງແຮມ, ຮ້ານອາຫານ, ຕະຫລາດ ແລະ ຫົວໜ່ວຍທຸລະກິດຕ່າງໆ, ນອກຈາກນີ້ຍັງມີຂີ້ເຫຍື້ອປະເພດເປັນພິດອັນຕະລາຍຈາກໂຮງໝໍ ແລະ ຄລີນິກ, ຂະນະທີ່ຂີ້ເຫຍື້ອບາງປະເພດກໍສາ ມາດນໍາກັບມາໃຊ້ຄືນໄດ້, ສ່ວນການແບ່ງຄວາມຮັບຜິດຊອບໃນການຈັດເກັບຂີ້ເຫຍື້ອໂດຍສະເພາະໃນຕົວເມືອງ
ແມ່ນອົງການພັດທະນາ ແລະບໍລິຫານຕົວເມືອງ(ອພບຕ) ເປັນຜູ້ຮັບຜິດຊອບ, ຊຶ່ງແຕ່ລະຄອບຄົວ, ຫ້າງຮ້ານ, ຫົວໜ່ວຍທຸລະກິດຕ້ອງໄດ້ເຮັດສັນຍາຈ່າຍຄ່າບໍລິການຈັດເກັບຂີ້ເຫຍື້ອຢ່າງເປັນປະຈຳມາແລ້ວ ແຕ່ເຫັນວ່າ: ສະພາບຄວາມເປັນຈິງຂອງບັນຫາຂີ້ເຫຍື້ອໃນປັດຈຸບັນແມ່ນມີປະລິມານເພີ່ມຂຶ້ນເລື້ອຍໆຈົນເກີນຄວາມສາມາດໃນການຂົນອອກໄປໃຫ້ທ່ວງທັນເວລາຍ້ອນພາຫະນະຂົນຂີ້ເຫຍື້ອມີຈໍາກັດຄວາມຕື່ນຕົວຂອງຄົນໃນສັງຄົມມີໜ້ອຍ, ຈຶ່ງເກີດສະພາບຂີ້ເຫຍື້ອຕົກຄ້າງຫລາຍຕາມຈຸດຊຸມຊົນໃນຕົວເມືອງ ແລະ ກໍໃຫ້ເກີດມົນລະມິດທາງອາກາດເປັນຕົ້ນ: ສົ່ງກິນເໝັນ, ຂະນະດຽວກັນມີຄົນຈໍານວນໜຶ່ງມັກງ່າຍຫລືບໍ່ຢາກເສຍເງິນຄ່າຂີ້ເຫຍື້ອກໍສວຍໂອກາດເອົາໄປຖິ້ມຕາມແຄມທາງ

ຕ່າງໆໃນຍາມຄໍ່າຄືນຈຶ່ງເຮັດໃຫ້ເກີດມີສະພາບຂີ້ເຫຍື້ອຖືກຖີ້ມຢ່າງຊະຊາຍໃນຕົວເມືອງຄືດັ່ງເຫັນນໍາກັນໃນທຸກວັນນີ້. ສະນັ້ນ ຢາກແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປ, ກ່ອນອື່ນຕ້ອງໄດ້ເພີ່ມທະວີການໂຄ ສະນາປູກຈິດສໍານຶກໃຫ້ສັງຄົມມີສະຕິຕື່ນຕົວປະກອບສ່ວນໃນການກໍາຈັດຂີ້ເຫຍື້ອໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນປະຕິບັດນະໂຍບາຍ ສະອາດ ຂອງນະຄອນຫລວງວຽງຈັນວາງອອກຢ່າງເຂັ້ມງວດ, ປັບປຸງຂອດບໍລິການຈັດເກັບຂີ້ເຫຍື້ອໃຫ້ວ່ອງໄວ ແລະ ຕ້ອງປະຕິບັດມາດຕະການອັນເດັດຂາດຕໍ່ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍດັ່ງກ່າວ, ຈຶ່ງຈະເຮັດໃຫ້ຕົວເມືອງມີຄວາມສະອາດຈົບງາມ, ມີສະພາບແວດລ້ອມທີ່ສົດຊື່ນ ແລະ ປະກອບສ່ວນເຮັດໃຫ້ນະໂຍບາຍ 6 ຂອງນະຄອນຫລວງປາກົດຜົນເປັນຈິງ.

No comments:

Post a Comment