Ad

Ad

14 January 2015

ຈຳຄຸກ 9 ປີຍ້ອນຢາເສບຕິດ



     ເມື່ອຕົ້ນເດືອນມັງກອນນີ້, ສານປະຊາຊົນນະຄອນຫລວງວຽງຈັນ,ໄດ້ຕັດສີນລົງ ໂທດທ້າວ ສຸລິເດດ ອາຍຸ 24 ປີຢູ່ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງ ວຽງ ຈັນ, ໃຫ້ຈຳຄຸກເປັນເວລາ 9 ປີພ້ອມປັບໃໝ 64 ລ້ານກີບ, ໃນຂໍ້ຫາເສບ ແລະ ຄ້າຢາ ເສບຕິດ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອຕົ້ນເດືອນເມສາ 2014 ໃນຂະນະຂີ່ລົດ ເລາະລັກຂາຍຢາເສບຕິດໃຫ້ລູກຄ້າຢູ່ເຂດບ້ານໂພນຄຳ ເມືອງສີ ໂຄດຕະບອງ ນະຄອນ ຫລວງວຽງຈັນ ພ້ອມຂອງກາງ ຢາບ້າ 591 ເມັດ.
      ເຈົ້າໜ້າທີ່ໃຫ້ຮູ້ວ່າ:ທ້າວ ສຸລິເດດ ເຄີຍຖືກຜູ້ປົກຄອງສົ່ງຕົວໄປບຳບັດຢູສູນ ປິ່ນປົວ ຢາເສບຕິດມາແລ້ວ 2 ຄັ້ງຍ້ອນ ເສບຢາບ້າ ແລະ ພາຍຫລັງອອກຈາກສູນດັ່ງກ່າວ ເມື່ອຕົ້ນປີ 2014 ກໍບໍ່ມີຄວາມເຂັດຫລາບ ແລະ ສືບຕໍ່ພົວພັນເສບ ແລະ ຄ້າຂາຍຢາເສບ ຕິດໃຫ້ຊາວໜຸ່ມໃນເຂດເມືອງຈັນທະບູລີ, ສີໂຄດຕະບອງ ແລະ ເມືອງໃກ້ຄຽງອື່ນໆ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະ ດີຕາມລະບຽບກົດໝາຍດັ່ງກ່າວ.

No comments:

Post a Comment