Ad

Ad

14 January 2015

ລາວ-ຫວຽດນາມສືບຕໍ່ຍົກລະດັບຄຸນນະພາບສະຖາບັນການທະນາຄານ


        ສະຖາບັນການທະນາຄານ ທະນາຄານແຫ່ງ ສປປ ລາວຮ່ວມ ກັບສະຖາບັນການທະນາຄານ ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ຈັດຕັ້ງກອງປະຊູມແລກປ່ຽນບົດຮຽນກ່ຽວກັບການປັບປຸງຍົກລະ ດັບຄຸນນະພາບຂອງການຮຽນ-ການສອນ ແລະ ການຄົ້ນຄ້ວາວິໃຈ ເຊິ່ງໄດ້ຈັດຂື້ນໃນວັນທີ 12 ມັງກອນ 2015 ທີ່ສະຖາບັນການທະນາ ຄານ ນະຄອນຫຼວງວຽງຈັນ ໂດຍການພົບປະກັນລະຫວ່າງສອງ ຫົວໜ້າສະຖາບັນການທະນາຄານລາວ ແລະ ຫວຽດນາມເຊິ່ງ ຝ່າຍລາວນຳໂດຍ ທ່ານນາງ ດວງດີ ພິມວົງສາ ຫົວໜ້າສະຖາບັນການທະນາຄານ ພ້ອມຄະນະ ແລະ ຝ່າຍຫວຽດນາມນຳໂດຍທ່ານ ໂຕ ງັອກ ຮຶງ ຫົວໜ້າສະຖາບັນການທະນາຄານ ພ້ອມຄະນະ, ພ້ອມນີ້ ກໍມີບັນດາຜູ້ຕາງໜ້າທະນາຄານລັດໃນຂັ້ນສູນກາງ, ບັນດາພະ ນັກງານ ແລະ ຜູ້ບໍລິຫານລະ ດັບສູງຈາກກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກ ນິກປາກປ່າ ສັກ, ວິທະຍາໄລກົດໝາຍ, ສະຖາບັນເສດຖະກິດການເງິນ ແລະ ບັນດາຄູ-ອາຈານຂອງສະຖາບັນການທ ະນາຄານລາວ ແລະ ຫວຽດນາມເຂົ້າຮ່ວມ.
         ກອງປະຊູມແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ນຳສະເໜີຫຼາຍບັນຫາທີ່ປິ່ນອ້ອມ ການປັບປຸງຍົກລະດັບຄຸນ ນະພາບຂອງການຮຽນ-ການສອນ ແລະ ການຄົ້ນຄ້ວາວິໃຈຂອງແຕ່ລະ ປະເທດໃຫ້ກັນຊາບ ເຊິ່ງສະຖາບັນການທະນາຄານ ຂອງລາວກໍໄດ້ມີການພັດທະນາດ້ານການ ຮຽນ-ການສອນ ແລະ ການຄົ້ນຄ້ວາວິໃຈຢ່າງຕໍ່ເນື່ອງ, ໂດຍຖືສອງວຽກງານ ນີ້ເປັນຕົ້ນຕໍ ເຊິ່ງສາມາດປະຕິບັດແຜນຍຸດທະສາດການພັດທະນາການສຶກສາກໍຄືວຽກງານຝຶກອົບຮົມ ແລະ ວິທະຍາສາດ ເຕັກໂນໂລຊີໄດ້ຕາມຄາດໝາຍ ໂດຍໄດ້ເອົາໃຈໃສ່ຍົກລະດັບວຽກງານສິດສອນ, ສົ່ງເສີມວຽກງານການຄົ້ນຄ້ວາວິໄ
ຈໃຫ້ບັນດາຄູ-ອາ ຈານ ແລະ ຂະນະດຽວກັນກໍໄດ້ສະແຫວງຫາວິທີການໃໝ່ໆເພື່ອຝຶກອົບຮົມ, ຍົກລະດັບຄຸນນະພາບ ຂອງການສອນ ແລະ ການຄົ້ນຄ້ວາວິໃຈຢ່າງຕັ້ງໜ້າ, ຍ້ອນບັນຫາດັ່ງກ່າວຈຶ່ງເຮັດໃຫ້ນັກສຶກສາທີ່ຮຽນ ຈົບມີຄະແນນ ໄຕ່ເຕົ້າສູງຂຶ້ນໃນທຸກໆສົກສຶກ ສາ, ໂດຍສະເພາະໃນສົກຮຽນ 2012-2013 ມີປະເພດດີເລີດ 26,30%, ປະເພດດີ 63,89% ແລະ ໃນສົກຮຽນຕໍ່ມາກໍມີນັກສຶກສາປະເພດດີເລີດ 22,70%, ປະເພດດີ 69,30%.
          ສຳລັບຫວຽດນາມໃນປະຈຸບັນການຍົກສູງຄຸນນະພາບຊັບພະຍາກອນມະນຸດໂດຍຜ່ານການປັບປຸງກຳລັງແຮງ ງານ, ຂຸດຄົ້ນຫົວຄິດປະດິດສ້າງ ແລະ ຄວາມສາມາດບົ່ມຊ້ອນຂອງຜູ້ອອກແຮງງານເປັນບັນຫາສຳຄັນທີ່ສຸດ ເປັນລັກ ສະນະຍຸດທະສາດ, ບົດຄົ້ນຄວ້າໄດ້ອະທິບາຍບັນດາຂີດໝາຍການປ່ຽນແປງໃໝ່ທີ່ສຳຄັນໃນສອງຂົງເຂດການຮຽນ-ການສອນ ແລະ ການຄົ້ນຄ້ວາວິຢູ່ບັນດາມະຫາວິທະຍາໄລເສດຖະກິດຂອງຫວຽດນາມນັບແຕ່ປີ 2004-2014, ຄຽງຄູ່ກັນນັ້ນການ ຄົ້ນຄວ້າກໍວາງຂໍ້ສະເໜີໃຫ້ກັບມະຫາວິທະຍາໄລຂອງຫວຽດນາມ ແລະ  ມະຫາວິທະຍາໄລເສດຖະ ກິດຂອງຫວຽດນາມ, ເວົ້າສະເພາະຕ້ອງເລັ່ງໃສ່ສືບຕໍ່ປັບປຸງໃໝ່ໃຫ້ເຂັ້ມແຂງທາງດ້ານຄຸນນະພາບຂອງ ການຮຽນ-ການສອນ ແລະ ການຄົ້ນ ຄວ້າວິໄຈ.
        ກອງປະຊູມແລກປ່ຽນບົດຮຽນກ່ຽວກັບການປັບປຸງຍົກລະດັບຄຸນນະພາບຂອງການຮຽນ-ການສອນ ແລະ ການຄົ້ນຄວາວິລະຫວ່າງ 2 ສະຖາບັນການສຶກສາຂັ້ນສູງຂອງລາວ ແລະ ຫວຽດນາມໃນເທື່ອນີ້ ເປັນນິມິດໝາຍ ທີ່ດີ, ທັງເປັນການເສີມສ້າງຄວາມເຂົ້າໃຈເພື່ອເຮັດໃຫ້ສອງພາກສ່ວນເພີ່ມຂີດຄວາມສາມາດໃນດ້ານສະຕິປັນຍາ, ສ້າງ ຄວາມເຂັ້ມແຂງໃນດ້ານການຮຽນ-ການສອນທັງນີ້ກໍເພື່ອພັດທະນາບຸກຄະລາກອນຄູໃຫ້ທຽບທັນກັບຂົງເຂດອື່ນ ແນ ໃສ່ປະກອບສ່ວນເຂົ້າໃນການເຊື່ອມໂຍງເສດຖະກິດອາຊຽນໃນປີ 2015 ນີ້, ການພົວພັນ ແລະ ຮ່ວມມືລະຫວ່າງທະນາຄານແຫ່ງ ສປປ ລາວ ກັບທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ມີມາຕັ້ງແຕ່ດົນນານມາແລ້ວ ເຊິ່ງກ່ອນ ການສ້າງຕັ້ງທະນາຄານປະເທດລາວໃນປີ 1968 ຈົນມາເຖິງປະຈຸບັນນີ້ ທະນາຄານແຫ່ງລັດ ຫວຽດນາມ ກໍຄືສະຖາບັນການທະນາຄານຫວຽດນາມໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າໃນການກໍ່ສ້າງຖັນແຖວພະນັກງານ ແລະ ອຸປະກອນ ໃຫ້ແກ່ ສປປ ລາວ.


No comments:

Post a Comment