ກະຊວງອຸດສະຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:ໃນປີຜ່ານມາ,ການຂື້ນທະບຽນວິສາຫະກິດໃຫ້ແກ່ທຸລະ
ກິດທັງໝົດ
1.832 ຫົວໜ່ວຍ,ມີມູນຄ່າທຶນຈົດທະບຽນ 33 ຕື້ກວ່າກີບ,ເຫັນວ່າຫລຸດລົງຫລາຍເມື່ອທຽບກັບປີ
ກ່ອນຄື
3.829 ຫົວໜ່ວຍ,ມີທຶນຈົດທະບຽນຫລາຍກວ່າ 596 ຕື້ກີບ,ຂະນະດຽວກັນ,ສະມາຄົມທຸລະກິດສະ
ເໜີເຫດຜົນພາກສ່ວນກ່ຽວຂ້ອງຍັງມີຫລາຍຂອດບໍ່ເອື້ອອຳນວຍຕໍ່ພາກທຸລະກິດ.
ກະຊວງອຸດສະຫະກຳ ແລະ ການຄ້າ ລະບຸວ່າ: ການຂື້ນທະບຽນວິສາຫະກິດຫລຸດລົງນັ້ນເປັນຜົນມາຈາກ
ສະພາບແວດລ້ອມດ້ານເສດຖະກິດມີຄວາມຫຍຸ້ງຍາກ
ເຊັ່ນ: ມີວິກິດດ້ານການເງິນ, ນະໂຍບາຍການເງິນ,ບັນ
ຫາໜີ້ສີນຕ່າງໆ.ແນວໃດກໍຕາມ,ໃນປີນີ້ຫາກເສດຖະກິດຂອງປະເທດກັບມາມີສະພາບຄ່ອງບວກກັບນະໂຍບາຍສົ່ງ
ເສີມຈາກພາກລັດໄດ້ມີການປັບປຸງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວທຸລະກິດພາຍໃນ, ກໍອາດເຮັດ
ໃຫ້ມີຜູ້ປະກອບການມາຈົດຂື້ນທະບຽນວິສາຫະກິດຫລາຍຂື້ນຢ່າງແນ່ນອນໂດຍສະເພາະຫົວໜ່ວຍວິສາຫະກິດປຸງ
ແຕ່ງ, ກະສິກຳ, ຫັດຖະກຳ ແລະ ການທ່ອງທ່ຽວຂະໜາດນ້ອຍ ແລະ ກາງ.
ແນວໃດກໍດີ, ໃນກອງປະຊຸມພົບປະລະຫວ່າງອົງການປົກຄອງນະຄອນຫລວງວຽງຈັນ
ແລະ ສະພາການຄ້າ ແລະ ອຸດສະຫະກຳນະຄອນຫລວງເມື່ອບໍ່ດົນມານີ້,ໂດຍການເປັນປະທານຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ
ດຣ ສີນລະວົງ ຄຸດໄພທູນ, ໃນນີ້ຜູ້ປະກອບການສ່ວນຫລາຍໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂບັນດາຂໍ້ຫຍຸ້ງ
ຍາກທີ່ເປັນການກົດໜ່ວງທ່ວງດຶງການຂະຫຍາຍຕົວຂອງພາກທຸລະກິດເປັນຕົ້ນ: ການຈັດລະບຽບທຸລະກິດຂົນສົ່ງ
ແລະ ບໍລິການ, ການແຈ້ງພາສີເພື່ອສ້າງຄວາມເປັນເອກກະພາບ, ມາດຕະການຕໍ່ການສົ່ງອອກວັດຖຸດິບທີ່ບໍ່ແມ່
ຜະ ລິດຕະພັນສຳເລັດຮູບ,ຊ່ວຍໃນການເຂົ້າຫາແຫລ່ງທຶນໄລຍະຍາວ ແລະ ອັດຕາດອກເບ້ຍຕ່ຳ ແລະ ບັນຫາສຳຄັນແມ່ນ
ໃຫ້ຂະແໜງການກ່ຽວຂ້ອງຕ່າງໆເອື້ອອຳນວຍຄວາມສະດວກດ້ານເອກກະສານຕ່າງໆໃນການເຄື່ອນໄຫວທຸລະກິດໃຫ້ວ່ອງໄວ
ແລະ ໂປ່ງໃສ ເປັນຕົ້ນ: ການອະນຸມັດເຫັນວ່າຍັງມີຫລາຍຂັ້ນຫລາຍຂອດ ແລະ ຫລາຍປະຕູ.
No comments:
Post a Comment