ເຖິງວ່າໂຄງການສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາຢູ່ເມືອງຫົງສາ
ແຂວງໄຊຍະບູລີ, ຈະຊ່ວຍເຮັດໃຫພື້ນຖານການພັດທະນາເສດຖະກິດ- ສັງຄົມ ແລະ ພື້ນຖານໂຄງລ່າງ
ແຂວງໄຊຍະບູລີ ເວົ້າລວມ ເວົ້າສະເພາະຢູ່ເມືອງຫົງສາໄດ້ຮັບການປັບປຸງດີຂຶ້ນ
ແລະ ປະຊາຊົນທີ່ຍົກຍ້າຍອອກຈາກໂຄງການຈະໄດ້ມີຊີວິດການເປັນຢູ່ດີຂຶ້ນກໍຕາມ.
ແຕ່ສິ່ງທີ່ປະຊາຊົນມີຄວາມເປັນຫ່ວງກໍຍັງແມ່ນບັນຫາມົນລະພິດຈາກໂຮງງານທີ່ອາດຈະສົ່ງຜົນກະທົບຕໍ່ມົນລະພິດທາງອາກາດ
ແລະ ສະພາບແວດລ້ອມ ເຊິ່ງບັນຫານີ້ ໜ່ວຍງານຮັບຜິດຊອບໂຄງການໄດ້ເວົ້າວ່າ: ການຜະລິດຂອງໂຮງໄຟຟ້າຈະບໍ່ສົ່ງ ຜົນກະ ທົບຕໍ່ສິ່ງແວດລ້ອມເປັນອັນຂາດ
ເນື່ອງຈາກ ບໍລິສັດໄດ້ ປະຕິບັດຕາມລະບົບການກວດ ກາວັດແທກຄຸນນະພາບອາກາດ, ນ້ຳ
ແລະ ສຽງຢ່າງຕໍ່ເນື່ອງ ໂດຍສະເພາະ, ໄດ້ຕິດຕັ້ງລະບົບການຕິດຕາມຄຸນນະພາບອາກາດແບບອັດຕາໂນມັດ ( AQMS ຫຼື Air Quality Monitoring
System) ອ້ອມຂ້າງໂຄງການຈຳນວນ 3 ສະຖານີ ເພື່ອຕິດຕາມຄຸນ
ນະພາບອາກາດ
ພ້ອມທັງສົ່ງບົດລາຍງານໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນປະຈຳທຸກເດືອນ.
ຄຽງຄູ່ກັນນັ້ນ ໜ່ວຍງານກ່ຽວຂ້ອງຂອງລັດຖະ ບານກໍໄດ້ເອົາໃຈໃສ່ ຕິດຕາມກວດກາຢ່າງເຂັ້ມງວດຢ່າງສະໝໍ່າສະເໝີ.
ແນວໃດກໍຕາມໂຄງການໄດ້ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ທຸກໆກິດຈະກຳຂອງສັງ
ຄົມໃນພື້ນທີ່ສຳປະທານຕາມແຜນການຄຸ້ມຄອງຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມ
(Environmental Management Plan)ໃນທຸກໆໄລຍະຂອງການດຳເນີນງານ
ຕັ້ງແຕ່ປີ 2005ເປັນຕົ້ນມາ. ແຜນການດັ່ງກ່າວໄດ້ຖືກຮັບຮອງຈາກອົງການຊັບພະຍາກອນນໍ້າ
ແລະ ສິ່ງແວດລ້ອມ ( Water Resource
and Environmen Administration) ຂອງລາວແຕ່ປີ
2007 ແລະ ສະບັບປັບປຸງສຸດທ້າຍໃນປີ 2010. ແຜນການຄຸ້ມຄອງສິ່ງແວດລ້ອມດັ່ງກ່າວຈະຕ້ອງມີການປັບປຸງໃຫ້ເໝາະສົມຕາມສະພາບການປ່ຽນແປງທຸກໆ
2 ປີ ໃນໄລຍະກໍ່ສ້າງ ແລະ ທຸກໆ 5 ປີ ໃນໄລຍະດຳເນີນການຜະລິດກະແສໄຟຟ້າ ພ້ອມທັງສ້າງແຜນຟື້ນຟູສະພາບບໍ່ຖ່ານຫີນເພື່ອນຳສະເໜີ
ກະຊວງຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມຂອງ ລາວ ອະນຸມັດນຳໃຊ້ຕໍ່ໄປ.

No comments:
Post a Comment