Ad

Ad

14 January 2015

ກົມຄຸ້ມຄອງທີ່ດິນກະສິກຳບໍ່ມີສິດແບ່ງປັນດິນ



 ພາຍຫຼັງມີພະນັກງານບຳນານຢູ່ແຂວງຊຽງຂວາງ​ໄດ້ສະເໜີຕໍ່ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII ວ່າ: “ທີ່ດິນທຳ ການຜະລິດໃນປັດຈຸບັນສ່ວນຫລາຍມີແຕ່ພະນັກງານຂັ້ນສູງ ໄດ້ດິນເປັນຈຳນວນ ຫລວງຫລາຍ  ແຕ່ທີ່ດິນ ທີ່ປະຊາຊົນ ທຳ ການ ຜະລິດກະສິກຳ ແມ່ນຕ້ອງໄດ້ ຊື້ໃນລາຄາແພງ”. ຕໍ່ບັນຫາດັ່ງກ່າວ ທ່ານ ອະ​ໂນລາດ ຈັນທະວົງສາ ຮອງ​ຫົວ ໜ້າກົມ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ດິນກະ​ສິກຳ​ໄດ້​ຊີ້​ແຈງ ​ໃນ​ວັນ​ທີ 13 ມັງ ກອນ​ນີ້​ ຢູ່​ສະພາ​ແຫ່ງ​ຊາດ​ວ່າ:  ອີງໃສ່ພາລະບົດບາດ ແລະ ໜ້າທີ່ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແມ່ນບໍ່ມີສິດທີ່ຈະແບ່ງປັນ ແລະ ຫ້າມບໍ່ໃຫ້ມີການແບ່ງປັນ ຕອນດິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ. ນອກຈາກອຳນາດການປົກຄອງທີ່ກ່ຽວຂ້ອງ ບົນພື້ນຖານກົດ ໝາຍ ແລະ ລະບຽບການທີ່ກຳນົດໄວ້ເພາະວ່າ ທີ່ດິນແຕ່ ລະປະເພດແມ່ນຂຶ້ນກັບການຄຸ້ມຄອງຂອງອຳນາດການປົກ ຄອງ ທ້ອງຖິ່ນບ່ອນທີ່ດິນດັ່ງກ່າວ ຕັ້ງຢູ່ວ່າຈະຈັດແບ່ງ ແນວໃດ. ສຳລັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳແມ່ນມີໜ້າທີ່
ທາງດ້ານວິຊາການ, ຕອບສະໜອງຂໍ້ມູນກ່ຽວກັບແຕ່ລະປະເພດດິນທີ່ມີຄວາມຕ້ອງການຈະປູກພືດຊະນິດໃດຈຶ່ງມີຄວາມ ເໝາະສົມ ແລະ ໃຫ້ຂໍ້ ແນະນຳໃນການ ໃຊ້ຝຸ່ນຊະນິດໃດ, ໃນອັດຕາສ່ວນເທົ່າໃດເພື່ອໃຫ້ມີຜົນຜະລິດສູງ ​ແລະ ຍືນ​ຍົງ ສ່ວນ​ບຸກຄົນ ຫຼື ພາກສ່ວນ​ໃດ​ທີ່​ສະ​ເໜີຕໍ່ວຽກງານ​ກ່ຽວຂ້ອງ​ກັບ​ກົມຄວນລະບຸລາຍລະອຽດກ່ຽວກັບບັນຫາທີ່ຈະສະເໜີໃຫ້ ຈະແຈ້ງວ່າບັນຫານັ້ນເກີດຂຶ້ນ ຢູ່ໃສ່, ຂົງເຂດໃດເພື່ອຈະໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາຄືນວ່າບັນຫາດັ່ງກ່າວ ແມ່ນຖືກຕ້ອງກັບຄວາມ ເປັນຈິງແທ້ ຫລື ບໍ່.                                                                                               

No comments:

Post a Comment