ໃນວັນທີ 13 ມັງກອນນີ້, ຢູ່ກະຊວງຖະແຫລ່ງຂ່າວ, ວັດທະນາທຳແລະ ທ່ອງ ທ່ຽວ, ໄດ້ມີການເຜີຍແຜ່ມະຕິກອງປະ ຊຸມຄົບຄະນະຄັ້ງທີ
9 ສະໄໝທີ IX ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ເອກະສານການກະກຽມເປີດກອງປະຊຸມໃຫຍ່ຄັ້ງທີ
IV ຂອງອົງຄະນະພັກກະຊວງ ຖວທ ໂດຍການເປັນປະທານຂອງທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ
ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ມີບັນດາຄະນະພັກ,ເລຂາໜ່ວຍພັກຮາກຖານອ້ອມຂ້າງກະຊວງ
ຖວທ ເຂົ້າຮ່ວມ.
ທ່ານລັດຖະມົນຕີວ່າການກະຊວງດັ່ງກ່າວ ໃຫ້ຮູ້ວ່າ:ກອງປະຊຸມຄົບຄະນະຄັ້ງທີ
9 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ໄດ້ດຳເນີນແຕ່ວັນທີ 17-21 ພະຈິກ
2014 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຈູມມາລີ ໄຊຍະສອນ,ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ເຊິ່ງໄດ້ລົງເລີກຄົ້ນຄວ້າ,ຕີລາຄາ,ປຶກສາຫາລື ແລະ ເປັນເອກະພາບໃນລະດັບສູງດ້ານທັດສະນະ
ແລະ ໃຫ້ທິດຊີ້ນຳຕໍ່ບັນຫາສຳຄັນຄື: ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ
ໄດ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່
ວາງໄວ້, ເຊິ່ງສ່ວນໃຫຍ່ແມ່ນເຮັດໄປຖືກທິດ
ແລະ ຫລັກການປັບປຸງ, ກໍ່ສ້າງພັກ, ອັນໄດ້ເຮັດໃຫ້ລະບົບການເມືອງຢູ່ຂັ້ນທ້ອງຖິ່ນຮາກຖານໄດ້ຮັບການປັບປຸງຢ່າງໜັກແໜ້ນເຂັ້ມແຂງຂຶ້ນຕື່ມບາດກ້າວໜຶ່ງ,
ປະ ກອບສ່ວນຊຸກຍູ້ໃຫ້ແກ່ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາມີບາດກ້າວໃໝ່ທີ່ຕັ້ງໜ້າ.ພ້ອມນີ້,ກອງປະຊຸມໃຫ້ສືບຕໍ່ຍູ້ຂະບວນການຢ່າງແຂງແຮງຕໍ່ເນື່ອງ
ໂດຍເອົາຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງສຸມໃສ່ສ້າງບ້ານພັດທະນາຕາມ
4 ເນື້ອໃນ 4 ຄາດໝາຍໂດຍຍູ້ການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກຂອງປະຊາຊົນ,ການປະຕິບັດຄາດໝາຍສະຫັດສະວັດດ້ານການພັດທະ
ນາ
ແລະ ຂະບວນການດ້ານອື່ນໆໃຫ້ແຂງແຮງຕໍ່ເນື່ອງໃຫ້ກາຍເປັນມະຫາຊົນ.ສຳລັບວຽກງານທົດລອງ
3 ສ້າງໃຫ້ສືບຕໍ່ຍຶດໝັ້ນການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນໂດຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນລາວຢູ່ທ້ອງຖິ່ນຮາກຖານ,ໂດຍສະເພາະແມ່ນຂັ້ນເມືອງ
ແລະ ຂັ້ນບ້ານ,ໃຫ້ເປັນເຈົ້າໃນການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງຂອງຕົນ
ໃນເງື່ອນໄຂໃໝ່.ກ່ຽວກັບເນື້ອໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ອະນຸກຳມະການກ່ຽວຂ້ອງສືບຕໍ່ຄົ້ນຄ້ວາປັບປຸງເນື້ອໃນແຕ່ລະເອກກະສານຕາມການປະກອບຄວາມຄິດເຫັນຂອງຜູ້ແທນກອງປະຊຸມຕາມທິດ,
ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ຍຸດທະສາດຮອດປີ
2015 ແລະ ວິໄສທັດຮອດປີ 2030 ໂດຍລວມແລ້ວແມ່ນໄດ້ປັບປຸງດີ ແລະ ມີຄວາມສົມບູນກວ່າເກົ່າ,
ແຕ່ໃຫ້ເອົາໃຈໃສ່ເບິ່ງຄືນຕື່ມອີກບັນດາຄາດໝາຍ,ທິດຍຸດທະສາດຮອດປີ
2020,2025 ແລະ ວິໄສທັດຮອດປີ 2030 ທິດທາງຄາດໝາຍຕ່າງໆນັ້ນຕ້ອງສອດຄ່ອງ ແລະ ກົມກຽວກັບລາຍງານການເມືອງຂອງກອງປະຊຸມໃຫຍ່,ພ້ອມນັ້ນ,ກໍໃຫ້ລົງເລີກຄົ້ນຄວ້າເບິ່ງຄືນດ້ານຂ້ໍມູນຊັດເຈນ
ແລະ ອັນສຳຄັນແມ່ນໃຫ້ກົມກ່ຽວໄປຕາມທິດພັດທະນາພື້ນຖານໂຄງລ່າງຕ່າງໆທີ່ເອື້ອອຳນວຍໃຫ້ແກ່ການເຊື່ອມໂຍງກັບພາກພື້ນ
ແລະ ສາກົນ,ຄວນກຳນົດແຈ້ງຕື່ມອີກທິດທາງກ່ຽວກັບການພັດທະນາເສດຖະກິດພູມປັນຍາ,ການພັດທະນາຕະຫລາດ,
ກ່ຽວກັບການຄົ້ນຄວ້າປັບປຸງລັດຖະທຳມະມູນສະບັບປີ
2003 ໃຫ້ສືບຕໍ່ຄົ້ນຄວ້າປັບປຸງຕາມທິດຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ໃຫ້ເຮັດຢ່າງຮອບຄອບ,
ບໍ່ຟ້າວຟ່ັງເພາະການປັບປຸງລັດຖະທຳມະນູນແມ່ນການພັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບ
ດ້ານທີ່ມີຫລັກການຂອງພັກຫັນເປັນນິຕິກຳ,ເປັນກົດໝາຍ.ເຫັນດີຄວນປັບປຸງລະບົບອຳນາດລັດໃຫ້ມີຄວາມເຂັ້ມແຂງຕະຫລອດຮອດແນວລາວສ້າງຊາດ
ແລະ ອົງການຈັດຕັ້ງມະຫາຊົນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນເງື່ອນໄຂໃໝ່.

No comments:
Post a Comment