Ad

Ad

14 January 2015

​​ເທດສະການ​ອາຫານ​ລາວ​ຈະ​ຈັດຂຶ້ນ​ໃນທ້າຍ​ເດືອນ​ມັງກອນ​ນີ້



            ວັນ​ທີ 13 ມັງກອນ ນີ້, ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ, ນະ ຄອນຫຼວງວຽງຈັນ, ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ປະທານ​ສະມາຄົມ​ນັກ ທຸລະກິດ​ແມ່ຍິງ​​ໄດ້​ມີຖະ​ແຫຼງ​ກ່ຽວກັບ​ການຈັດ​ງານ​ເທດສະການ​ອາຫານ​ລາວ​ຄັ້ງທີ 10 ປະ​ຈຳປີ 2015 ວ່າ: ງານ​ດັ່ງກ່າວ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 29-31 ມັງກອນ​ນີ້, ຢູ່​ເດີ່ນ​ສວນ​ເຈົ້າ​ອານຸວົງ (ຕໍ່ໜ້າທ່າ​ວັດ​ຈັນ), ນະຄອນຫຼວງວຽງຈັນ. ເພື່ອ​ເປັນ​ການ​ສືບຕໍ່ຊຸກຍູ້ ແລະ ສົ່ງ​ເສີມ​ທຸກໆຫົວໜ່ວຍທຸລະ​ກິດ​ຂອງ​ແມ່ຍິງ​ນັບ​ແຕ່​ການ​ຜະລິດ, ປູກ​ພືດ​ກະສິກຳ, ລ້ຽງສັດ, ປຸງ​ແຕ່ງ, ທຸລະ​ກິດ​ຮ້ານ​ອາຫານ, ​ໂຮງຮຽນທີ່​ຝຶກ ອົບຮົມ​ການ​ປຸງ​ແຕ່ງອາຫານ ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​​ໄດ້​ມີ​ໂອກາດ​ມາ​ວາງສະ​ແດງ ​ແລະ ຂາຍ​ຜະລິດ​ຕະພັນ​ຂ​ອງຕົນ​. ພ້ອມ​ທັງເປັນ​ການ​ສ້າງ​ໂອກາດ​ໃຫ້​ແມ່ຍິງ​ຜູ້​ປະກອບ​ການ​ຂະ​ແໜງຜະລິດ ​ແລະ ປຸງ​ແຕ່ງ​ອາຫານໄດ້​ແລກປ່ຽນບົດຮຽນ​, ປະສົບ​ການ ເຊິ່ງກັນ ແລະ ກັນ, ຮູ້ຈັກ​ປັບປຸງ​ຜົນ​ຜະລິດ ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ເຮັດ​ໃຫ້​ແມ່ຍິງ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ຜະລິດ​ເປັນ​ສິນຄ້າ ຂະຫຍາຍ​ຕະຫຼາດ​ໄດ້ ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​​ເຂົາ​ເຈົ້ານັບ​ມື້​ນັບ​ດີ​ຂຶ້ນ.

            ພາຍ​ໃນ​ງານ​ຈະ​ມີ ອາຫານ​ທີ່​ເປັນ​ເອກະລັກ​ຂອງຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ມາ​ວາງສະ​ແດງ ​ແລະ ຂາຍ ​ແລະ ເຊີນ​ເອົາ​​ຜູ້​ປະກອບ​ການ​ຜູ້​ຊະນະ​ເລີດ​ງານ​ແຂ່ງຂັນ​ປຸງ​ແຕ່ງອາຫານ​ແຊບ​ມາ​ຮ່ວມ​​ເປີດຮ້ານ​ຂາຍ​ເຊັ່ນ: ຕຳໝາກ ຫຸ່ງ​ຊະນະ​ເລີດ​ເທດສະການ​ອາຫານ​ປີ 2013, ລາບ​ນົກ​ແອ່ນ ແຂວງ​ຊຽງຂວາງ ​ແລະ ລາບໝູ​ໃສ່ໝາກກອກ ​​ແຂວງ ຫຼວງນ້ຳ​ທາຊະນະ​ເລີດ​ປີ 2014 ແລະ ການ​ແຂ່ງຂັນ​ປຸງ​ແຕ່ງ​ເຂົ້າປຸ້ນ​ແຊບ​ທີ່​ມາ​ຈາກ 11 ໂຮງຮຽນວິຊາ​ຊີບ ພາຍ​ໃນ 10 ແຂວງ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

No comments:

Post a Comment