Ad

Ad

14 January 2015

ນາຍົກຊົມຜົນງານບໍລິສັດລາວທະນາທອນການກະເສດ



    ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກຢູ່ບັນດາແຂວງ ພາກໃຕ້ ຂອງທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີເມື່ອບໍ່ດົນມານີ້, ທ່ານນາຍົກ ແລະ ຄະນະໄດ້ໄປຢ້ຽມຊົມສວນປູກໝາກໄມ້ຂອງບໍລິສັດລາວທະນາທອນ ການກະເສດຈຳກັດ, ຢູ່ເມືອງປາກຊ່ອງ, ແຂວງຈຳປາສັກ, ໂອກາດນີ້, ທ່ານ ອາທິດ ຈິດຣະວະທະນາກູນຜູ້ຈັດການບໍ ລິສັດດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດລາວທະນາທອນ ຈຳກັດ, ໄດ້ເຂົ້າມາດຳເນີນທຸລະກິດປູກໝາກໄມ້ຢູ່ແຂວງ ຈຳປາສັກໃນປີ 2012 ໂດຍໄດ້ລົງທຶນຫລາຍກວ່າ 9 ລ້ານໂດລາສະຫະລັດ ເພື່ອປູກໝາກກ້ຽງ, ອາງຸ່ນ,ສະຕໍເບີລີ, ໝາກຮຸ່ງ, ໜາກນາວ ແລະ ອື່ນໆ, ໃນເນື້ອທີ່ 400 ກວ່າເຮັກຕາ, ຢູ່ເຂດບ້ານນ້ຳປົດ ແລະ ບ້ານນ້ຳຕວດ, ເມືອງຊ່ອງ, ໃນນີ້ແມ່ນປູກໝາກກ້ຽງຫລາຍກວ່າໝູ່ ແລະ ມາຮອດປັດຈຸບັນ, ໝາກໄມ້ຈຳນວນໜຶ່ງສາມາດເກັບຜົນຜະລິດໄດ້ແລ້ວ ແລະ ຄາດວ່າໃນທ້າຍປີ 2015 ຈະສາມາດເກັບຜົນຜະລິດໄດ້ທັງໝົດເພື່ອສົ່ງຂາຍຢູ່ທ້ອງຕະຫລາດພາຍໃນ ແລະ ສົ່ງອອກ
ຂາຍຕ່າງປະເທດ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ,ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດດັ່ງກ່າວທີ່ມີ ຄວາມ ຫ້າວຫັນໃນການຜະລິດກະສິກຳເປັນສີນຄ້າຕາມແນວທາງນະໂຍບາຍຂອງລັດຖະບານ, ມີການນຳໃຊ້ເຕັກນິກ ການຜະລິດແບບໃໝ່ທີ່ໃຫ້ຜົນຜະລິດສູງ, ມີລາຄາດີ ແລະ ເປັນທີ່ຕ້ອງການຂອງຕະຫລາດທັງພາຍໃນ ແລະ ຕ່າງປະ
ເທດ, ພ້ອມນັ້ນ ກໍເນັ້ນໃຫ້ບໍລິສັດຈົ່ງສືບຕໍ່ພັດທະນາກິດຈະການຂອງຕົນໃຫ້ຂະຫຍາຍຕົວເພື່ອໃຫ້ກາຍເປັນແບບຢ່າງ ບ່ອນຮຽນຮູ້ທາງດ້ານກະສິກຳໃຫ້ແກ່ກະສິກອນເພື່ອສາມາດນຳໄປຜະລິດໃຫ້ກາຍເປັນສີນຄ້າສ້າງລາຍຮັບໂດຍກໍ ແມ່ນນຳເອົາຜົນຜະລິດມາຂາຍໃຫ້ບໍລິສັດເພື່ອສົ່ງອອກໄປຕ່າງໃນຕໍ່ໜ້າ.

No comments:

Post a Comment