Ad

Ad

17 February 2014

ສົ່ງ-ມອບຊາວຕ່າງຊາດເຂົ້າເມືອງຜິດກົດຫມາຍກັບຄືນປະເທດ



       ເມື່ອທ້າຍອາທິດຜ່ານມານີ້, ກອງບັນຊາການແຂວງຄຳມ່ວນ ໄດ້ສົ່ງມອບຜູ້ ຕ້ອງຫາຄົນໄທ ຄືທ້າວ ສຳເພົາ ສີໄມນາມ ອາຍຸ 31 ປີ ຢູ່ບ້ານບົກ ເມືອງສຳໂລງ ທາບຈັງຫວັດສຸລິນເຊິ່ງຖືກ ເຈົ້າໜ້າທີ່ກັກຕົວໄດ້ເມື່ອວັນທີ 3 ຕຸລາ 2013 ໃນຂໍ້ ຫາເຂົ້າເມືອງ ຜິດກົດໝາຍ, ລັກແຕ່ງດອງ, ລີ້ຊ້ອນຢູ່ລາວ ແລະ ທ້າວ ສຸລິຍາ ສິງຫາຄົມ ອາຍຸ 31 ປີ ຢູ່ບ້ານ ໜອງດານ ເມືອງນາການ ແລະ ທ້າວ ອຸດົມ ສີຈັນດີ ອາຍຸ 30 ປີ ຢູ່ບ້ານໜອງບົວໃຕ້ ເມືອງສີບຸນ ເຮືອງຈັງຫວັດໜອງບົວລຳພູນ ໂດຍທັງສອງຖືກເຈົ້າໜ້າ ທີ່ກັກຕົວໄດ້ເມື່ອວັນທີ 10 ພະຈິກ 2013 ໃນຂໍ້ຫາລັກລອບເຂົ້າເມືອງຜິດກົດໝາຍ. ຕາງໜ້າກ່າວ ມອບ ໂດຍທ່ານ ຮ້ອຍເອກ ວິທູນ ກອງໄຊສີຮອງຫ້ອງການຕຳຫລວດແຂວງຄຳມ່ວນ ແລະ ກ່າວຮັບໂດຍທ່ານ ຮ້ອຍເອກ ບຸນເໝີຍ ລັດຕະນະວົງ ຮອງດ່ານສາກົນຂົວມິດຕະພາບ 3 ປະເທດໄທ.

No comments:

Post a Comment