ປັດຈຸບັນ
ສະພາບລົດເສຍຍ້ອນການຂີ້ລັກຂອງພວກມືກາວ, ເບິ່ງຄືວ່ານັບມື້ຍິ່ງຮ້າຍແຮງ, ໂດຍສະເພາະຢູ່ນະຄອນ
ຫລວງວຽງຈັນ. ຊຶ່ງຕາມການລາຍງານຂອງເຈົ້າຫນ້າທີ່ໃຫ້ຮູ້ວ່າ: ພຽງປີ 2013 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ
ມີລົດ ເສຍຫາຍຫລາຍກ່ວາ 300 ຄັນ, ທຽບໃສ່ປີ 2012 ເພີ່ມຂຶ້ນ 100 ກ່ວາຄັນ, ໃນນັ້ນເຈົ້າຫນ້າທີ່ສາມາດ
ເກັບກູ້ຄືນໄດ້ພຽງ ສ່ວນໜ້ອຍເທົ່ານັ້ນ, ລົດຈັກທີ່ເສຍຫາຍສ່ວນຫລາຍຈະແມ່ນປະເພດລົດທີ່ມີລາຄາແພງ
ແລະ ມີຄວາມນິຍົມກັນໃນສັງ ຄົມຄື: ລົດປະເພດຮອນດາເວບ, ຢາມາຮາຟີໂນ ແລະ ອື່ນໆທີ່ສາມາດຈຳຫນ່າຍໄດ້ງ່າຍ.
ເຈົ້າຫນ້າທີ່ໃຫ້ຮູ້ວ່າ:
ສາເຫດສ່ວນໃຫຍ່ທີພາໃຫ້ເກີດມີສະພາບຂີ້ລັກດັ່ງກ່າວແມ່ນເນື່ອງມາຈາກສອງສາເຫດຫລັກຄື: ຫນຶ່ງແມ່ນຍ້ອນກຳລັງເຈົ້າຫນ້າທີ່ຢູ່ຫລາຍທ້ອງຖິ່ນບໍ່ສາມາດຄວບຄຸມພາຫະນະໃນເຂດຄວາມຮັບຜິດຊອບຂອງຕົນໄດ້,
ລົດບໍ່ ຕິດປ້າຍ ທະບຽນຍັງສັນຈອນໄປມາມີຫລາຍຍ້ອນການກວດກາຂອງຫນ່ວຍງານທະບຽນລົດບໍທັນເຂັ້ມງວດ,
ຊຶ່ງເປັນຊ່ອງ
ຫວ່າງຫນຶ່ງໃຫ້ແກ່ການຊື້ຂາຍລົດເຖື່ອນມີຂຶ້ນ, ສາເຫດທີ່ສອງແມ່ນມາຈາກສະພາບສັງຄົມ,
ໂດຍສະເພາະແມ່ນບັນຫາຢາ ເສບຕິດ, ການມົ້ວສຸມຫລິ້ນກິນຟູມເຟືອຍຊຶ່ງຈຳເປັນຕ້ອງການເງິນມາໃຊ້ຈ່າຍ
ແລະ ອີກອັນຫນຶ່ງກໍມາຈາກການບໍ່ມີວຽກ ເຮັດງານທຳຂອງໄວຫນຸ່ມໄດ້ປະກົດມີຂຶ້ນຫລາຍ.
ແຕ່ເພື່ອຢາກແກ້ໄຂບັນຫາດັ່ງກ່າວຊຶ່ງກ່ອນອື່ນຫມົດກໍແມ່ນເບື້ອງເຈົ້າຫນ້າທີ່ຈະລາຈອນ,
ຕ້ອງມີຄວາມເຂັ້ມງວດໃນ ການກວດຂັນ, ຂະແຫນງຄົມມະນາຄົມຕ້ອງເອົາໃຈໃສ່ຕື່ມອີກໃນການຄຸ້ມຄອງ
ແລະ ການຂຶ້ນທະບຽນພາຫະນະ, ຈາກນັ້ນ ກໍແມ່ນເບື້ອງສັງຄົມຈະຕ້ອງໄດ້ເພີ່ມທະວີເຮັດວຽກງານໂຄສະນາສຶກສາອົບຮົມຊາວຫນຸ່ມໃຫ້ຫນີໄກຈາກສິ່ງເສບຕິດ,
ຕ້ານ ປະກົດການຫຍໍ້ທໍ້ໃຫ້ແຂງແຮງກ່ວາເກົ່າ ພ້ອມນັ້ນກໍຈະຕ້ອງໄດ້ເອົາໃຈໃສ່ການສ້າງວຽກເຮັດງານທຳໃນຫມູ່ຊາວຫນຸ່ມໄວຫນຸ່ມ
ໃຫ້ກວ້າງຂວາງດ້ວຍວິທີການທີ່ເຫມາະສົມໃນການຍົກສູງວິຊາຊີບໃຫ້ເຂົາເຈົ້າ.
No comments:
Post a Comment