ປັດຈຸບັນຢູ່ລາວມີເຂດເສດຖະກິດພິເສດ
ແລະ ສະເພາະ 10 ແຫ່ງທີ່ມີນັກລົງທຶນ ເຂົ້າໄປສ້າງ ຕັ້ງໂຮງຈັກໂຮງງານ ແລະ ຫລາຍໂຮງງານແມ່ນນຳໃຊ້ແຮງງານ ຕ່າງຊາດ ຫລາຍກວ່າແຮງງານລາວ.
ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ
ແລະ ສະເພາະ ໃຫ້ຮູ້ວ່າ: ໃນເຂດເສດຖະກິດທົ່ວປະ ເທດສາມາດສ້າງວຽກເຮັດງານທຳປະມານ 7.800 ຮ້ອຍກວ່າ
ຄົນ, ໃນນັ້ນ ແຮງງານລາວມີ ພຽງ 1.600 ກວ່າຄົນ ເຊິ່ງຖືວ່າ ເປັນໂຕເລກທີ່ໜ້ອຍຫລາຍໂດຍສະເພາະເຂດເສດຖະກິດພິເສດສາມຫລ່ຽມຄຳມີ ແຮງງານປະ
ມານ 5.500 ກວ່າຄົນ, ໃນນັ້ນ ແຮງງານລາວມີພຽງ 200 ກວ່າຄົນ, ເຂດເສດຖະກິດສະເພາະບໍ່ເຕນແດນງາມມີແຮງງານ
640 ກວ່າຄົນ ໃນນີ້ແຮງງານລາວມີ 130 ກວ່າຄົນ, ເຂດພັດທະນາ
ກວມລວມໄຊເສດຖາມີແຮງງານປະມານ 30 ກວ່າຄົນ, ມີແຮງງານລາວພຽງ 5 ຄົນ ແລະ ເຂດອື່ນໆກໍເຫັນວ່າມີແຮງງານ ລາວເຂົ້າເຮັດວຽກໜ້ອຍກວ່າແຮງງານຕ່າງປະເທດຫລາຍທັງນີ້ກໍ ຍ້ອນວ່າຍັງຢູ່ໃນຊ່ວງການ ສ້າງພື້ນຖານໂຄງລ່າງ ແລະ ບາງ ຂະແໜງການກໍມີຄວາມຈຳເປັນນຳໃຊ້ແຮງງານທີ່ມີຝີມື. ຂະນະດຽວກັນແຮງງານລາວທີ່ສະ ໝັກເຂົ້າເຮັດວຽກສ່ວນຫລາຍ ຢາກເຮັດແຕ່ວຽກບໍລິຫານຫລາຍກວ່າເປັນກຳມະກອນໃນໂຮງຈັກໂຮງງານ.

No comments:
Post a Comment