Ad

Ad

17 February 2014

ສັງຄົມສົນໃຈຄວາມໂປ່ງໃສໃນການອອກຫວຍ



      ການຊື້ຫວຍແມ່ນຮູບແບບໜຶ່ງຂອງການລຸ້ນໂຊກທີ່ໄດ້ຮັບຄວາມນິຍົມຈາກສັງຄົມ ແລະ ກໍເປັນສ່ວນປະກອບເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຂະຫຍາຍຕົວ ເຊິ່ງປັດຈຸບັນການອອກຫວຍພັດທະນາຢູ່ປະເທດເຮົາຈະອອກ ອາທິດລະ 2 ຄັ້ງ ຄືວັນຄານກັບວັນສຸກ. ແນວໃດກໍຕາມສັງຄົມສັງເກດເຫັນວ່າ: ການອອກຫວຍ ດຽວນີ້ແມ່ນບໍ່ຄືເມື່ອກ່ອນ ເພາະວ່າໃນເມື່ອກ່ອນການອອກຫວຍ ແມ່ນມີການເປີດໂອກາດໃຫ້ມວນຊົນສາມາດເຂົ້າຮ່ວມຊົມການອອກຫວຍດັ່ງກ່າວ ຢ່າງກວ້າງຂວາງ. ນອກຈາກນີ້ ກໍມີການຖ່າຍທອດສົດຜ່ານທາງໂທລະພາບ, ວິທະຍຸ ແລະ ປະກາດຜົນການອອກຫວຍ ຕື່ມຜ່ານໜັງສືພິມເຊິ່ງກໍເຫັນວ່າມີຄວາມໂປ່ງໃສພໍສົມຄວນແຕ່ປັດຈຸບັນນີ້ຫລາຍຄົນບໍ່ຮູ້ວ່າອອກຫວຍຢູ່ບ່ອນໃດ? ພາກສ່ວນ ໃດເປັນຜູ້ອອກ, ມີໃຜເຂົ້າຮ່ວມເປັນສັກຂີພະຍານ ແລະ ກໍບໍ່ມີການແຈ້ງຜົນອອກຫວຍ ຜ່ານສື່ຕ່າງໆເພື່ອໃຫ້ມວນຊົນໄດ້ ຕິດຕາມຄືນ. ຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ສັງຄົມເກີດຄວາມສົນໃຈໃນຄວາມໂປ່ງໃສ ຂອງການອອກຫວຍເນື່ອງຈາກຜ່ານ ການຕິດຕາມປາກົດວ່າ ມັກອອກເລກຕົວເກົ່າຊ້ຳກັນຫລາຍງວດອັນໄດ້ສ້າງຄວາມອັນປະໂຫຍດໃຫ້ແກ່ສັງຄົມເປັນຈຳນວນ ຫລາຍ. ດັ່ງນັ້ນ ສັງຄົມສະເໜີວ່າຢາກໃຫ້ພາກສ່ວນກ່ຽວຂ້ອງຫັນມານຳໃຊ້ການ ອອກຫວຍຄືດັ່ງເມື່ອກ່ອນເພື່ອໃຫ້ມວນຊົນ ໄດ້ເຂົ້າຮ່ວມ ແລະ ເຊື່ອໝັ້ນວ່າ: ການອອກຫວຍແມ່ນໄດ້ດຳເນີນໄປດ້ວຍຄວາມໂປ່ງໃສຍຸຕິທຳແທ້.


No comments:

Post a Comment