Ad

Ad

17 February 2014

ປີໂຕຣເທດ ມອບເຄື່ອງກັນຫນາວ ( ຜ້າຫົ່ມ ) ໃຫ້ແກ່ຜູ້ປະສົບໄພຫນາວ ຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ອັດຕະປື



    ເພື່ອ​ເປັນ​ການ​ຊ່ວຍ​ເຫລືອ ແລະ ບັນ​ເທົາ​ທຸກ​ຊ່ວຍ​ຜູ້​ປະສົບ​ໄພ​ຫນາວ ​ແລະ ຄອບຄົວ​ທຸກ​ຍາກ​ຢູ່ແຂວງ​ສະຫວັນ​ນະ​ເຂດ, ສາລະ​ວັນ ແລະ ​ແຂວງ​ອັດ​ຕະປື,  ​ເມື່ອ​ມໍ່ໆ​ຜ່ານ​ມາ ບໍລິສັດ ​ປີ​ໂຕຣ ລ້ຽມ​ເທດຣດດິ້ງ ລາວ ຈຳກັດ​ ຮ່ວມ​ກັບສະມາຄົມ ອັອບ​ໂຣດ ລາວ ( Off Road )  ​ໄດ້​ນຳ​ຜ້າ​ຫົ່ມ ຈຳນວນ 2.150 ຜືນ ລວມ ມູນ​ຄ່າ 188 ລ້ານ​ກວ່າ​ກີບ ​ໄປ​ມອບ​ໃຫ້​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ຫນາວ ​ແລະ ​ໄພ​ນ້ຳຖວ້ມ ​ໃນ 3 ເມືອງ ຄື : ​ເມືອງ​ທ່າ​ປາງ​ທອງ ​ແຂວງ​ສະຫວັນ​ນະ​ເຂດ ​ເມືອງຄົງ​ເຊ​ໂດນ ແຂວງ​ສະຫວັນ​ນະ​ເຂດ ​ແລະ ​ເມືອງຊານ​ໄຊ ​ແຂວງ​ອັດ​ຕະປື.
       ພິທີ​ມອບ-ຮັບ ​ເຄື່ອງ​ຊ່ວຍ​ເຫລືອ​ດັ່ງກ່າວ ສະ​ເພາະ​ຢູ່​ເມືອງ​ທ່າ​ປາທອງ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ ທີ 5 ກຸມພາ 2014 ຢູ່​ໂຮງຮຽນກຸ່ມ​ບ້ານ ແດນ​ສະ​ຕຶງ ລະຫວ່າງ ທ່ານ ຈັນທະ​ວອນ ແກ້ວ​ອັກສອນ ຜູ້​ຈັດການ​ຝ່າຍ​    ຄຸ​້ມຄອງ​ສາ ບໍລິສັດ ປີ​
ໂຕຣລ້ຽມ​ ເທຣດດິ້ງລາວ ຈຳກັດ ​ແລະ ທ່ານ ບຸນ​ໄທ ຮອງ​ຫົວຫນ້າ ຫ້ອງ​ກັນພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​
ຍາກ​ເມືອງ​ດັ່ງກ່າວ​ມີ​ຜ້າ​ຫົ່ມ​ຈຳນວນ 500 ຜືນ.
      ສ່ວນ ພິທີ​ມອບ-ຮັບ ຢູ່ເມືອງ​ຄົງ​ເຊ​ໂດນ  ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5 ກຸມພາ 2014 ຢູ່​ສະ​ໂມ​ສອນ​ແຂວງ ສາລະ​ວັນ ລະ ຫວ່າງ ທ່ານ ຄຳ​ພຸດ ສົມບູນ ຜູ້​ຈັດການ​ຝ່າຍ​ການ​ຕະຫລາດ ບໍລິສັດ ປີ​ໂຕຣລ້ຽມ​ເທຣດດິ້ງລາວ ຈຳກັດ ​ແລະ ທ່ານ ສີ​ເຮ​ງ ຫອມ​ສົມ​ບັດ ກຳມະການ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ ສາລະ​ວັນ ມີ​ຜ້າ​ຫົ່ມ​ຈຳ​ນວນ 550 ຜືນ ແລະ ພິທີ​ມອບ-ຮັບ ຢູ່​ເມືອງ​ຊານ​ໄຊ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 6 ກຸມພາ 2014 ຢູ່​ສະ​ໂມ​ສອນ​ບ້ານ ຈະ​ເລີ​ນ​ໄຊ ( ນ້ຳຊຸ ) ລະຫວ່າງ ທ່ານ ຄຳ​ພຸດ ສົມບູນ ຜູ້ຈັດການ​ຝ່າຍ​ການ​ຕະຫລາດ ບໍລິສັດ ປີ​ໂຕຣລ້ຽມ ​ເທຣດດິ້ງ ລາວ ຈຳກັດ ​ແລະ ທ່ານ ອຸ່ນ​ໄຊ ​ໄຊ​ມະນີ ຮອງ​ເຈົ້າ​ເມືອງ ຊານ​ໄຊ ມີ​ຈຳ ນວນ 1.100 ຜືນ.

No comments:

Post a Comment