Ad

Ad

17 February 2014

ມອບລາງວັນດວງຈຳປາໃຫ້ສິລະປິນດີເດ່ັນ



     ​​ໃນຄ່ຳ​ຄືນ​ຂອງ​ວັນ​ທີ 15 ກຸມພາ​ນີ້, ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ, ນະຄອນຫຼວງ​ວຽງ​ຈັນ, ​ໄດ້​​ມີ​ພິທີມອບ​​​ລາງວັນ​ດວງ​ຈຳ​ປາ ຄັ້ງ​ທີ 4 ​​​ໃຫ້​ກັບ​ສິລະ​ປິນດີ​ເດັ່ນທີ່​​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ສັງຄົມ ຢ່າງ​ກວ້າງ​ຂວາງ​, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳ​ພວງ ອິນ​ທະ​ວົງສາ ຫົວໜ້າ​ກົມສິລະ​ປະການ​ສະ​ແດງ ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນາ​ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ວິ​ລຸນ ​ແສງ​ດາລາ ຜູ້ ອຳ​ນວຍ​ການບໍລິສັດ ​ແສງ​ດາລາ ຄອມ​ມູນິ​ເຄ​ຊັນ ພ້ອມ​ດ້ວຍ​ຄະນະ​ກຳມະການ ​ແລະ ບັນດາ​ນັກ​ສິລະ​ປິນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼາຍ.
      ບັນດາ​​ສິລະ​ປິນທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້​ລວມມີ 19 ລາງ ວັນ​ເປັນ​ຕົ້ນ​ແມ່ນ ລາງວັນ​ເພັງ ບ້ານ​ນາ​ດີ​ເດັ່ນ ( ຍິງ​ ) ແມ່ນເພງ   “ ເອີ້ນ​ອ້າຍ​ໃສ່​ໝໍ້ໜຶ້ງ ” ຂອງ​ນັກ​ຮ້ອງ ນາງ ມຸກດາ​ວັນ ສັນຕິ​ພອນ, ຊາຍ​ແມ່ນເພງ “ ຕັກບາດ​ສະຫວັນ ” ຜົນງານ
​ຂອງ ທ້າວ ກິ ດາວ​ເພັດ ໜູ​ຫ່ວງ, ​ເພັງປ໊ອບດີ​ເດັ່ນ (ຍິງ​) ແມ່ນເພງ “ ຮັກ​ເຈົ້າ​ຕະຫຼອດ​ໄປ ” ອາ​ເລັກ​ຊານ​ດ້າ ບຸນ​ຊ່ວຍ, ຊາຍ
​ແມ່ນເພງ  “​ເປັນ​ໂສດ ” ຕູ່ ຮີ​ໂລ້ ທຳ​ມະ​ວົງສາ, ເພັງ​ຣ໊ອກດີ​ເດັ່ນ ແມ່ນ​ເພງ “ໄປ​ກັນ​ບໍ່​ໄຫວ” ຂອງ​ວົງ​ ບັອກ​ເຊີ, ເພັງ​ປ໊ອບກຸ່ມ​ຍິງ​ດີ​ເດັ່ນ ວົງຈ່ີ​ນີ້, ເພັງປ໊ອບກຸ່ມ​ຊາຍ​ດີ​ເດັ່ນ ວົງ​ເອັກ​ຕີມ, ​ຜູ້​ປະສານ​ສຽງ​ດີ​ເດັ່ນ ​ໂນ້ ມະ​ໂນ​ໄຊ ​ແກ້ວ​ນະຄອນ, ນັກ​ປະພັນ​ເພງ​ບ້ານ​ນາດີ​ເດັ່ນ ອ.ຈ ພິມ​ພອນ ພົມ​ມີ​ໄຊ, ວິ​ດີ​ໂອຍ​ອດນິຍົມ ທອມມີ ມ​າສ​ເຕີ້, ນັກ​ຮ້ອງ​ຮິບ​ຮ໋ອບ ຍອດ​ນິຍົມ ບູ​ເລັດ, ນັກ​ຮ້ອງ​ບ້ານ​ນາ ​(ຊາຍ)​ ຍອດ​ນິຍົມ ໂອ​ນິນາ, ນັກ​ຮ້ອງ​ບ້ານ​ນາ (​ຍິງ)​ຍອດ​ນິຍົມ ​ຕຸ​ນີ່ ວິ​ຍະ​ນຸດ, ຜູ້​ປະພັນ​ເພັງ​ປ໊ອບດີ​ເດັ່ນ ອາ​ດີ​ສັກ ລັດຕະນະ​ວົງ, ກຸ່ມ​ສິລະ​ປິນປ໊ອບ ດີ​ເດັ່ນ ​ເດ​ວິດ ​ເບ​ດ​ເທີ, ນັກ​ຮ້ອງປ໊ອບຍອດ​ຢ້ຽມ ​​ໄດ້​ແກ່​ທ້າວ ບູລາຕີ​ໂນ້, ​ເພັງ​ລ໊ອກຍອດ​ນິຍົມ ເພງ “​ສັນຍາ​ຊື້​ຟ້າ” ຂອງ ທົງ​ຄຳ.
      ສຳລັບງານ​ດວງຈຳປາ​​ແມ່ນ ກົມ​ສິລະ​ປະການ​ສະ​ແດງກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນາ​ທຳ ​ແລະ ທ່ອງ​ທ່ຽວຮ່ວມ​ກັບ ບໍລິສັດ ​ແສງ​ດາລາ ຄອມ​ມູນິ​ເຄ ຊັນ ຈັດ​ຂຶ້ນ​ເພື່ອ​ເປັນ​ການ​ມອບ​ໂລ້​ລາງວັນ ​ແລະ ສົ່ງ​ເສີມ​ວົງ​ການ​ເພັງ​ລາວ. ລາງວັນ​ດັ່ງກ່າວ ເປັນ​ລາງວັນ​​ແຫ່ງ​ກຽດຕິຍົດ​ສຳ ລັບ​ສິລະ​ປິນລາວ ​ໂດຍ​ສະ​ເພາະ​​ແມ່ນໄດ້ຢັ້ງຢືນເຖິງ​ຄຸນ​ນະພາ​ບ ຂອງນັກ​ຮ້ອງ, ນັກ​ດົນຕີ ​ແລະ ນັກ​ປະພັນ​ເພັງ​ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ໃຈ​ໃນ​ການ​ຜະລິດຜົນ​ງານ​ທີ່​ດີ​ອອກມາສູ່​ສັງຄົມ​ ​ແລະ​ ຍັງ ເປັນ​​ງານທີ່​ມີ​ຄວາມ​ໝາຍ ສຳຄັນ​ຕໍ່​ກັບສິລະ​ປິນ​ເພື່ອ​ໃຫ້​ພວກ​ເຂົາ​ກ້າວ​ຂຶ້ນ​ສູ່​​ເວທີສາກົນ.



No comments:

Post a Comment