ໃນໂອກາດນີ້, ທ່ານນາງ ເກອິໂກະ ມີວະ
ໄດ້ລາຍງານກ່ຽວກັບຜົນການດຳເນີນງານໃນ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ
ແລະ ລຶບລ້າງຄວາມທຸກຍາກໃນຄັ້ງນີ້ ເຫັນວ່າຖືກເປົ້າໝາຍກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ມີບາດກ້າວທີ່ດີຂຶ້ນ ໂດຍສະເພາະແມ່ນລັດຖະບານໄດ້ນຳເອົາວຽກງານ 3
ສ້າງ ເຂົ້າໄປເປັນສ່ວນໜຶ່ງໃນວຽກ
ງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຫັນວ່າໄດ້ມີປະສິດທິພາບດີ, ໄລຍະຜ່ານມາທະນາຄານໂລກກໍເປັນອົງການໜຶ່ງ ທີ່ໄດ້ໃຫ້ທຶນສະໜັບສະໜູນໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເປັນຈຳນວນຫລາຍສົມຄວນ.
ງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຫັນວ່າໄດ້ມີປະສິດທິພາບດີ, ໄລຍະຜ່ານມາທະນາຄານໂລກກໍເປັນອົງການໜຶ່ງ ທີ່ໄດ້ໃຫ້ທຶນສະໜັບສະໜູນໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເປັນຈຳນວນຫລາຍສົມຄວນ.
ທ່ານ ບຸນເຮືອງ ດວງພະຈັນ ກໍໄດ້ສະແດງຄວາມຊົມເຊີຍ,
ຂອບໃຈ ແລະ ຕີລາຄາສູງຕໍ່ຜູ້ຕາງໜ້າທະນາຄານໂລກ ແລະ ຄະນະທີ່ໄດ້ໃຫ້ການສະ ໜັບສະໜູນທຶນຮອນ
ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສູ້ຊົນປະຕິບັດເປົ້າໝາຍສະຫັດສະວັດການພັດທະນາຢູ່ລາວ
ໃນໄລຍະຜ່ານມາ ເວົ້າສະເພາະການປະເມີນເຄິ່ງສະໄໝ, ການ ຈັດຕັ້ງ ປະຕິບັດປະເມີນໂຄງການຫລຸດ
ຜ່ອນຄວາມທຸກຍາກຂອງຄະ ນະດັ່ງກ່າວ ແມ່ນໄດ້ລົງສຳພັດຕົວຈິງຢູ່ບ້ານທີ່ຢູ່ຫ່າງໄກສອກຫລີກ,
ພັກເຊົາຢູ່ກິນກັບຄອບຄົວທຸກຍາກທີ່ມີຄວາມແຕກຕ່າງທາງດ້ານວັດທະນະທຳ, ພາສາ ແລະ
ເຊື້ອຊາດ ແຕ່ຍ້ອນ ການຮ່ວມມື ແລະ ຊ່ວຍເຫລືອຂອງທະນະຄານໂລກ ເຮັດໃຫ້ວຽກງານດັ່ງກ່າວໄດ້ມີບາດກ້າວຂະ
ຫຍາຍຕົວ ແລະ ບັນລຸຕາມແຜນ ການທີ່ວາງໄວ້ສາມາດເຮັດໃຫ້ອັດຕາຄວາມທຸກຍາກຂອງປະ
ຊາຊົນບັນດາເຜົ່າໃນລາວຫລຸດລົງເທື່ອລະກ້າວ. ພ້ອມນີ້ ທ່ານຍັງໄດ້ຢືນຢັນວ່າ
ລັດຖະບານລາວມີຄວາມມຸ້ງຫວັງ ຈະປະຕິບັດພັນທະຂອງຕົນຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ແລ້ວນັ້ນ
ທຸກປະການເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງເກີດດອກອອກຜົນແທ້ຈິງ.

No comments:
Post a Comment