ຖະໜົນແຄມຂອງໃນຍາມຄ່ຳຄືນເປັນສູນລວມຂອງປະຊາຊົນທີ່ມັກໄປອອກກຳລັງກາຍ
ແລະ ເປັນຈຸດໃຈກາງຊຸມຊົນ ທີ່ມີ ຊາວຕ່າງປະເທດມັກມາທ່ອງທ່ຽວໃນຍາມແລງ ເຮັດໃຫ້ມີບັນຍາກາດຄືກຄື້ນແຕ່ຍັງພົບວ່າເສັ້ນທາງດັ່ງກ່າວກໍມັກເກີດ ມີສະ
ພາບຊີງຊັບນັກທ່ອງທ່ຽວຈາກກຸ່ມຄົນບໍ່ດີຈຳນວນໜຶ່ງໂດຍອາໃສໂອກາດໃນຊ່ວງທີ່ມີການສັນຈອນແອອັດ
ແລະ ຄົນ ໜາແໜ້ນກໍ່ເຫດຂື້ເປັນປະຈຳ ແລະ ຍັງແກ້ໄຂບໍ່ຕົກ,
ລ່າສຸດໃນທ້າຍອາທິດຜ່ານມານີ້, ເຫດຄົນຮ້າຍດຶງກະເປົາຂອງນັກ ທ່ອງທ່ຽວ ຢູ່ເຂດເສັ້ນທາງວັດຈັນເຮັດໃຫ້ຍິງສາວນັກທ່ອງທ່ຽວຄົນໜຶ່ງໄດ້ຮັບບາດເຈັບ.
ສະພາບປຸ້ນຈີ້-ຊີງຊັບ ຖືເປັນປາກົດການຫຍໍ້ທໍ້ທາງສັງຄົມທີ່ພົ້ນເດັ່ນ
ຊຶ່ງສ່ວນໃຫຍ່ເຫັນວ່າຍັງແກ້ບໍ່ຕົກໂດຍສະເພາະ ແມ່ນເຫດການດຶງກະເປົາ, ຊີງຊັບຂອງນັກທ່ອງທ່ຽວທີ່ມັກເກີດຂື້ນຕາມເສັ້ນທາງແຄມຂອງ
ແລະ ອື່ນໆ ເຮັດໃຫ້ເສຍພາບ ພົດບັນຍາກາດການທ່ອງທ່ຽວຫາກເຮົາບໍ່ມີວິທີທາງແກ້ໄຂເສັ້ນທາງແຄມຂອງ
ເປັນຈຸດໜຶ່ງທີ່ມັກເກີດມີສະພາບດັ່ງກ່າວ. ເຈົ້າ ໜ້າທີ່ ປກສ ບ້ານ, ໄດ້ເອົາໃຈໃສ່ແກ້ໄຂສະພາບດັ່ງກ່າວ,
ແຕ່ກໍຍ້ອນກຳລັງບໍ່ພຽງພໍ ຈິ່ງເຮັດໃຫ້ການປະຕິບັດວຽກງານຍັງບໍ່ ແຂງແຮງພໍຈຶ່ງເຮັດໃຫ້ສະພາບການດຶງກະເປົາຢູ່ຈຸດເສັ້ນທາງແຄມຂອງ,
ວັດຈັນຍັງເກີດມີຂຶ້ນ ແລະ ມີລັກສະນະຮຸນແຮງ
ໂດຍບາງເຫດການກຸ່ມ ຄົນບໍ່ດີກໍໄດ້ໃຊ້ອາວຸດປຸ້ນຈີ້-ຊີງ
ຊັບຂອງນັກທ່ອງທ່ຽວ ແລະ ເຮັດໃຫ້ຜູ້ເສຍຫາຍໄດ້ຮັບບາດເຈັບກໍມີ.
ເຈົ້າໜ້າທີ່ ປກສ ເມືອງ ຈັນທະບູລີໃຫ້ຮູ້ວ່າ:
ບັນຫາກຸ່ມຄົນບໍ່ດີມັກດຶງກະເປົາ ແລະ ຊີງຊັບນັກທ່ອງທ່ຽວຢູ່ຈຸດ ດັ່ງກ່າວນັ້ນກຳລັງພວກເຮົາກໍໄດ້ເອົາໃຈໃສ່ແກ້ໄຂໂດຍໄດ້ປະສານສົມທົບກັບ
ປກສ ບ້ານ ວັດຈັນ, ຊຽງຍືນ, ອານຸ ແລະ ບ້ານໃກ້ຄຽງ ເພື່ອໃຫ້ເພີ້ມຄວາມເຂັ້ມງວດຮັກສາຄວາມປອດໄພ. ແຕ່ຜ່ານມາ ຍັງມີສະພາບກຸ່ມຄົນບໍ່ດີເຄື່ອນໄຫວ, ກໍ່ເຫດ
ຊີງຊັບຂອງນັກທ່ອງທ່ຽວເກີດຂຶ້ນ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່
ແລະ ພ້ອມນັ້ນກໍໃຫ້ ເພີ່ມທະວີໂຄສະນາແກ່ນັກທ່ອງທ່ຽວ ຈົ່ງມີສະຕິໃນການຮັກສາຊັບສິນອັນມີຄ່າຂອງຕົນ
ເພື່ອປ້ອງກັນບໍ່ໃຫ້ເປັນເປົ້າໝາຍ ຂອງ ກຸ່ມຄົນບໍ່ດີຊີງຊັບ ແລະ ອື່ນໆ
ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນປີ 2013 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີສະພາບປາກົດ ການຫຍໍ້ທໍ້ເກີດຂຶ້ນຫຼາຍກວ່າ
1.359 ເລື່ອງ ທຽບໃສ່ປີ 2012 ຜ່ານມາ ເພີ່ມຂຶ້ນ 300 ກວ່າເລື່ອງ, ໃນນັ້ນ ເຈົ້າໜ້າທີ່ສາມາດ
ແກ້ໄຂໄດ້ແລ້ວ 887 ເລື່ອງ, ກັກຕົວຜູ້ຕ້ອງຫາມາ ດຳເນີນຄະດີໄດ້ 1.413 ຄົນ ສ່ວນໃຫຍ່ແມ່ນຄະດີປຸ້ນຈີ້-ຊີງຊັບ
ແລະ ລັກຊັບພົນລະເມືອງ.
No comments:
Post a Comment