ວັນທີ 12 ກຸມພາ 2014 ເປັນມື້ເປີດສາກໃຫ້ແກ່ງານມະຫາກຳ
ບຸນຊ້າງປະຈຳປີ, ທີ່ແຂວງໄຊຍະບູລີດ້ວຍບັນຍາກາດອັນຄຶກຄື້ນ, ທີ່ໄດ້ເລີ່ມມີການໄຂງານວາງສະແດງຂາຍສິນຄ້າຕະຫຼາດນັດ,
ໂດຍການເຂົ້າຮ່ວມຂອງແຂວງຕ່າງໆພ້ອມຫົວ ໜ່ວຍທຸລະກິດ, ຫ້າງຮ້ານພາຍໃນ ແລະ ຕ່າງປະເທດ,
ໃນນີ້ນອກຈາກມີສິນຄ້າສຳເລັດຮູບ, ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ສອຍສຳລັບຮັບໃຊ້ຊີວິດປະຈຳວັນແລ້ວ,
ຍັງມີສິນຄ້າຈາກຜະ ລິດຕະພັນກະສິກຳຂອງແຕ່ລະເມືອງ ແລະ ກຸ່ມບ້ານນຳເຂົ້າມາວາງສະແດງ,
ໃນນີ້ພິເສດຜູ້ເຂົ້າຮ່ວມງານຍັງຈະມີໂອກາດຊິມ ລົດຊາດໝາກຂາມຫວານຈາກ 4 ເມືອງໃຕ້ແຂວງໄຊຍະບູລີຄື:
ໝາກ ຂາມຫວານຈາກເມືອງ ບໍ່ແຕນ, ແກ່ນທ້າວ, ປາກລາຍ ແລະ ເມືອງທົ່ງມີໄຊ ນຳໄປຂາຍ
ແລະ ສາມາດຕີຕະຫຼາດໝາກຂາມທີ່ນຳເຂົ້າຈາກປະເທດໄກ້ຄຽງໄດ້ບໍ່ໜ້ອຍໜ້າ.
ຈາກນີ້ຮອດວັນທີ 19 ກຸມພາ ງານມະຫາກຳບຸນຊ້າງຈະມີໂອກາດຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນລວມເຖິງນັກທ່ອງທ່ຽວຈາກນະຄອນຫຼວງວຽງຈັນ,
ບັນດາແຂວງຕ່າງໆ ແລະ ຕ່າງປະເທດກໍຈະມີໂອກາດເຂົ້າທ່ຽວຊົມງານມະຫາກຳບຸນຊ້າງ,
ຊຶ່ງຈະມີປະຊາກອນຊ້າງທີ່ຂື້ນຊື່ລືຊາຈາກເມືອງຫົງສາ, ເມືອງພຽງ ແລະ ບັນດາເມືອງອ້ອມຂ້າງທີ່ຄວານຊ້າງໄດ້ທຳການເຝິກແອບມາເປັນເວລາດົນນານ
ໃຫ້ສາມາດເຂົ້າແຂ່ງຂັນສະແດງຊິງລາງວັນ ຊ້າງຄຳຮູ້, ຊ້າງງາມ ແລະ ອີກຫຼາຍໆ
ລາງວັນ ແລະ ບໍ່ສະເພາະແຕ່ເທົ່ານັ້ນບັນດາແຂກຍັງຈະໄດ້ມີໂອກາດຊິມລົດຊາດອາຫານພື້ນເມືອງຈາກເຂດເມືອງເໜືອ
ຂອງແຂວ ງໄຊຍະບູລີ ທີ່ໄດ້ປຸງແຕ່ງ ແລະ ວາງຂາຍຢູ່ໃນງານວາງສະແດງດັ່ງກ່າວດ້ວຍ ຄວາມຫຼາກຫຼາຍ.
No comments:
Post a Comment