Ad

Ad

18 February 2014

ອອກຫວຍລາງວັນນັກຮົບເກົ່າແຂວງຈຳປາສັກ


      ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນ ນັບຮົບເກົ່າແຂວງ ຈຳປາສັກຄົບ ຮອບ 10 ປີທີ່ຈະມາເຖິງນີ້ ແລະ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຈຳປາສັກສະບັບເລກທີ 1520/ຈຂ.ຈສ, ລົງວັນທີ 27/91/2013 ວ່າດ້ວຍການອະ ນຸມັດໃຫ້ສະຫະພັນນັກລົບເກົ່າ ແຂວງຈຳປາສັກອອກສະຫຼາກ ສົມທົບທຶນເພື່ອ ພັດທະນາຊີວິດການເປັນຢູ່ຂອງ ນັກຮົບເກົ່າ ແລະ ເພື່ອເປັນການກະກຽມການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ສະຫະພັນນັກຮົບເກົ່າແຂວງ. ດັ່ງນັ້ນ ໃນຕອນ ບ່າຍ ວັນທີ 14 ກຸມພາທີ່ຜ່ານມາ ຢູ່ຫ້ອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າແຂວງດັ່ງກ່າວໄດ້ມີພິທີຈັດຕັ້ງການອອກສະຫຼາກ ນັກຮົບ ເກົ່າ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຸບິນ ຈັນທະພິມ ກຳມະການພັກແຂວງ, ປະທານແນວລາວສ້າງຊາດ ແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ ແລະ ບັນດາສະມະຊິກຄະນະສະຫະພັນນັກຮົບເກົ່າເມືອງອອ້ມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
       ທ່ານ ພັນໂທ ພົງສະຫວັດ ສາຍສຸວັນ ປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກໄດ້ ກ່າວໃນພິທີວ່າ: ການອອກ ສະຫຼາກໃນຄັ້ງນີ້ກໍເພື່ອສົມທົບທຶນ ເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງນັກຮົບເກົ່າໂດຍຈະອອກໃບສະຫຼາກທັງໝົດ ຈຳນວນ 10.000 ໃບ ແລະ ຂາຍໃນລາຄາ 10.000 ກີບ ເພື່ອຈຳໜ່າຍໃຫ້ສະມາຊິກນັກຮົບເກົ່າທົ່ວແຂວງ ແລະ ປະຊາ ຊົນທົ່ວໄປໂດຍຈະມີການອອກລາງວັນຜ່ານການຈົກສະຫຼາກເຊິ່ງມີ IV ລາງວັນດ້ວຍກັນ ແລະ ໃນໂອກາດນີ້, ທ່ານກໍໄດ້ ສະແດງຄວາມຂອບອົກຂອບໃຈຕໍ່ການນຳພັກ​ລັດ, ພະນັກງານທະຫານຕຳຫຼວດ, ບໍລິສັດຫ້າງຮ້ານຕະຫຼອດຮອດປະຊາຊົນ ບັນດາເຜົ່າພ້ອມດ້ວຍສະມາຊິກນັກຮົບເກົ່າທີ່ໃຫ້ການສະໜັບສະໜູນປະກອບສ່ວນຊື້ສະຫຼາກໃນຄັ້ງນີ້ເພື່ອພັດທະນາຊີວິດ ນັກຮົບເກົ່າໃຫ້ດີຂຶ້ນເປັນລຳດັບ.
     ການຈັບສະຫຼາກຂອງຄະ ນະກຳມະການໃນຄັ້ງນີ້ລາງວັນທີIໄດ້ຮັບລົດຈັກ WAVE 100C 1 ຄັນ, ລາງວັນທີ II ມີສອງ ລາງວັນໄດ້ຮັບຕູ້ເຢັນໂຕຊີບາ ລາງວັນລະ 1 ໜ່ວຍ, ລາງວັນທີ III ມີ 3 ລາງວັນ ໄດ້ຮັບໂທລະ ທັດສີ 24 ນິ້ວ ລາງວັນລະໜຶ່ງ ໜ່ວຍ  ແລະ ລາງວັນທີ IV ມີ 4 ລາງວັນ ໄດ້ຮັບພັດລົມຕັ້ງໂຕະລາງວັນລະໜຶ່ງໜ່ວຍ. ນອກນັ້ນ ຍັງມີລາງວັນຊົມເຊີຍ ຂ້າງຄຽງ ລາງວັນທີ I ອີກ 2 ລາງວັນ ລາງ ວັນລະ 500.000 ກີບ
     


No comments:

Post a Comment