ໂຄງການປັບປຸງເສັ້ນທາງ
ຈະລາຈອນຢູ່ນະຄອນຫຼວງວຽງຈັນເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2013 ໂດຍການສະໜັບ ສະໜູນຈາກທະນາຄານໂລກມູນຄ່າ 5 ແສນໂດລາສະຫະລັດ, ໄດ້ມອບໃຫ້ກົມຂົນສົ່ງກະຊວງໂຍທາທິ
ການ ແລະ ຂົນສົ່ງ ເປັນຜູ້ຄຸ້ມຄອງ ແລະ ປະຕິບັດຕົວຈິງ. ມາຮອດປັດຈຸບັນມີບາງໜ້າວຽກທີ່ນອນຢູ່ໃນໂຄງການນີ້ໄດ້ຮັບການຈັດຕັ້ງປະຕິບັດມີຮູບປະທຳຫຼາຍຂື້ນອັນໄດ້ເຮັດໃຫ້ລະບົບການສັນຈອນຢູ່ໃນນະຄອນຫຼວງວຽງຈັນມີຄວາມຄ່ອງໂຕດີຂຶ້ນ
ກວ່າເກົ່າ, ແຕ່ຍັງມີຫຼາຍໜ້າວຽກທີ່ນອນຢູ່ໃນໂຄງການດັ່ງກ່າວ ຈະຕ້ອງໄດ້ເລັ່ງປະຕິບັດໃຫ້ສຳເລັດໃນລະຫວ່າງເດືອນເມສາ
ປີ 2014 ນີ້ ເປັນຕົ້ນການປັບປຸງລະ ບົບການສັນຈອນເສັ້ນທາງຂຶ້ນ- ລ່ອງຫຼື Two Way—One Way, ປັບປຸງລະບົບປ້າຍສັນຈອນ, ການ ວາງຖັງກັ້ນຕາມເສັ້ນທາງໃນຈຸດທີ່ມີຄວາມສ່ຽງລໍ່ແຫຼມເພື່ອປ້ອງກັນອຸປະຕິເຫດທີ່ມັກເກີດຂື້ນພ້ອມທັງປັບປຸງລະບົບໄຟອຳ ນາດຢູ່ຕາມສາຍທາງແຍກຕ່າງໆໃຫ້ເຂົ້າສູ່ຄວາມເປັນລະ
ບຽບຮຽບຮ້ອຍ, ເຊິ່ງມາຮອດດຽວນີ້ ທາງພາກສ່ວນກ່ຽວຂ້ອງໄດ້ຈັດຕັ້ງປະຕິບັດເຮັດໃຫ້ເສັ້ນທາງຈະລາຈອນມີຄວາມເປັນລະບຽບຮຽບຮ້ອຍ
ແລະ ມີໂສມໜ້າປ່ຽນແປງໃໝ່ ໂດຍການວາງ
ຖັງກັ້ນຕາມເສັ້ນທາງເພື່ອຫຼຸດ ຜ່ອນອຸປະຕິເຫດສຳເລັດມາຫຼາຍຈຸດເຊັ່ນ:
ຖະໜົນໜອງບອນ 3 ແຍກທະນາຄານອິນດູ ຈີນ, ເສັ້ນທາງຕະຫຼາດເຊົ້າຮອດຈຸດຄົບໜ້າກະຊວງປ້ອງກັນຄວາມສະຫງົບ,
ຖະໜົນໄກສອນພົມວິຫານ, ໂຮງຮຽນສິນໄຊ-ປະຕູໄຊ, ເສັ້ນທາງໂຮງໝໍມິດຕະພາບ 150 ຕຽງ-ຕະ
ຫຼາດນ້ອຍໂພນຕ້ອງສະຫວ່າງ, ຖະໜົນອາຊຽນຍ່ານທາງໂຄ້ງຈາກ 4 ແຍກໄຟແດງຕະຫຼາດທົ່ງຂັນຄຳ-ຮ່ອງຄ້າ
ແລະ ຈຸດທີ່ມີຄວາມລໍ່ແຫຼມອື່ນໆ ກໍໄດ້ນຳເອົາຖັງກັນອຸປະຕິເຫດໄປວາງໄວ້ຢ່າງຄົບຊຸດ.
ນອກຈາກນີ້ ພາກສ່ວນກ່ຽວຂ້ອງຍັງໄດ້ປັບປຸງເສັ້ນທາງຈະລາຈອນຄືນໃໝ່ ຈາກເສັ້ນທາງສອງເລນຫັນມາໃຊ້ເສັ້ນທາງເລນ
ດຽວເຊັ່ນ: ຖະໜົນເຈົ້າສຸພານຸວົງເລີ່ມຈາກ 3 ແຍກຊ້າງສາມຫົວ ອານຸສາວະລີເຈົ້າຟ້າງຸ່ມ
ເຊື່ອມຕໍ່ຖະໜົນເສດຖາທິລາດຮອດ 3 ແຍກວັດສີເມືອງ ໃຫ້ເປັນທາງລ່ອງ ແລະ ປັບປຸງເສັ້ນທາງແຄມຂອງຈາກ
4 ແຍກທາດຂາວຮອດໂຮງຮຽນປາກປາສັກໃຫ້ເປັນທາງຂື້ນນອກຈາກນີ້ຍັງໄດ້ມີການປັບປຸງໄຟອຳນາດຢູ່ຕາມທາງແຍກຕ່າງໆໃຫ້ສາມາດຮັບປະກັນຮັບໃຊ້ການສັນຈອນໄດ້ເປັນປົກະຕິດີ ແລະ ນອກຈາກນີ້ຍັງມີບາງວຽກໃນການປັບປຸງເສັ້ນທາງຈະລາຈອນຫຼາຍຈຸດທາງພາກສ່ວນກ່ຽວຂ້ອງພວມສຸມ
ໃສ່ຈັດຕັ້ງປະ ຕິບັດໃຫ້ສຳເລັດຕາມແຜນໃນອີກບໍ່ເທົ່າໃດເດືອນຕໍ່ໜ້າ.
No comments:
Post a Comment