Ad

Ad

18 February 2014

ນາງ ສອນ​ມະນີ ນໍລະ​ສິງ ຄອງ​ຕຳ​ແໜ່​ງສາວ​ງາມ​ບຸນ​ຊ້າງ​ປະຈຳ​ປີ 2014.



      ງານ​ປະ​ກວດ​ນາງ​ສາວ​ງາມ​ມະຫາ​ກຳ​ບຸນຊ້າງ​ປະຈຳ​ປີ 2014 ຢູ່ແຂວງ​ໄຊ​ຍະບູລີ​ໄດ້​ໄຂ​ຂຶ້ນຢ່າງ​ຄຶກຄື້ນ​ໃນ​ຄ່ຳ​ຂອງ​ວັນ​ທີ 16 ກຸມພາ​ນີ້ ຢູ່​ເດີ່ນ​ກາງ​ແຈ້ງ​ສະໜາມ​ຫລວງ​ຂອງ​ແຂວງ ​ໂດຍ​ມີ​ທ່ານ ຍັນ​ຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂວງ​ໄຊ​ຍະ​ບູລີ, ມີ​ອຳນາດ​ການ​ປົກຄອງ​ແຂວງ, ອຳນາດ​ການ​ປົກ​ຄອງ​ເມືອງ, ພາກສ່ວນ​ກ່ຽວ ຂ້ອງພ້ອມ​ມວນ​ຊົນ​ເຂົ້າຮ່ວມ​ຊົມ​ຢ່າງ​ຫລວງຫລາຍ.
     ທ່ານ ບຸນ​ໜຽວ ອາລີ​ລັກ ຫົວໜ້າ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ ກ່າວ​ວ່າ: ການ​ປະ​ກວດ​ນາງ​ສາວ​ງາມ​ບຸນ​ຊ້າງ​ແມ່ນ​ກິດ ຈະກຳ​ໜຶ່ງ​ທີ່​ສຳຄັນ ​ເຊິ່ງຈັດ​ຕັ້ງ ຂຶ້ນ​ເພື່ອ​ສ້າງ​ບັນຍາ ກາດ​ເບີກ ບານ​ມ່ວນ​ຊື່ນ​ໃຫ້​ແກ່​ງານ​ມະຫະ ກຳ​ບຸນ​ຊ້າງ. ພ້ອມ​ດຽວ​ກັນນັ້ນ ກໍ​ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ຄວາມ​ສາມາດ​ຂອງ​ເອື້ອຍນ້ອງ​ແມ່ຍິງ​ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ​ມູນ​ເຊື້ອວັດທະນະທຳ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ຄຽງ​ຄູ່​ກັບ
​ຊາດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໄຊ​ຍະ​ບູລີ​ຕະ ຫລອດ​ໄປ. ດ້ານ​ໜຶ່ງ​ອີກ​ກໍ​ເພື່ອ​ຄັດ​ເລືອກ​ເອົາ​ຕົວ​ແທນ​ແມ່ຍິງ​ບັນ ດາ​ເຜົ່າ​ພາຍ​ໃນ​ແຂວງ​ເຂົ້າຮ່ວມ​ກິດຈະກຳ​ສຳຄັນ​ໃນ​ງານ​ມະຫະກຳ​ບຸນ​ຊ້າງ​ເຊັ່ນ: ການ​ຂີ່​ຊ້າງ, ການ​ຕ້ອນຮັບ​ແຂກ ​ແລະ ພິທີ ການ​ສຳຄັນ​ອື່ນໆ. ການ​ປະ​ກວດ ຄັ້ງນີ້ມີ​ຕົວ​ແທນ​ນາງ​ສາວ​ຈາກ 10 ​ເມືອງ​ພາຍ​ໃນ​ແຂວງ​ເຂົ້າ ຮ່ວມ 20 ຄົນ. ຜ່ານ​ການ​ປະ​ກວດ​ຄັດ​ເລືອກ​ຂອງ​ຄະນະ​ກຳມະການ​ນາງ​ສາວ​ງາມ​ໃນ​ງານ​ມະຫະກຳ​ບຸນ​ຊ້າງ​ຄັ້ງທີ VIII ຂອງ​ແຂວງ​ໄຊ​ຍະ​ບູລີ ປະຈຳປີ 2014 ​ແມ່ນ​ນາງ ສອນ​ມະນີ ນໍລະ​ສິງ ຈາກ​ເມືອງ​ພຽງ, ອັນ​ດັບທີ​ສອງ​ ນາງ ມິຖຸນາ ຈັນທະ​ລາ ຈາກ​ເມືອງ​ໄຊ​ຍະ​ບູລີ ​ແລະ ນາງ ​ແຄັດ ຈັນ​ທອງ ຈາກ​ເມືອງ​ແກ່ນ​ທ້າວ, ອັນ​ດັບ​ທີ​ສາມ ນາງ ຕາວັນ ສຸ​ນາ​ເຄນ ຈາກ​ເມືອງ​ປາກ​ລາຍ ​ແລະ ນາງ ສາຍ​ລຸ້ງ ບຸນ​ນິທິ ຈາກ​ເມືອງ​ຊຽງ​ຮ່ອນ. ​ໃນ​ພິທີ​ອັນ​ມີ​ຄວາມ​ໝາຍ​ສຳຄັນ, ທ່ານ ຍັນ​ຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂວງ​ໄຊ​ຍະ​ບູລີ ​ແລະ ທ່ານ​ນາງ ບຸນ​ພັກ ອິນທະ​ປັນຍາ ​ເຈົ້າ​ເມືອງ​ໄຊ​ຍະ​ບູລີ ພ້ອມ​ການ​ນຳ​ຂອງ​ແຂວງ ​ໄດ້​ມອບ​ສາຍ​ສະພາຍ, ຂອງຂວັນ ​ແລະ ຊໍ່​ດອກ​ໄມ້​ໃຫ້​ນາງ​ສາວ​ງາມ​ຕາມ​ລຳດັບ ທີ​ໜຶ່ງ​ໄດ້​ຮັບ​ສາຍ​ສະພາຍ ພ້ອມ​ເງິນສົດ 5 ລ້ານ​ກີບ, ທີ​ສອງ​ໄດ້​ຮັບ​ສາຍ​ສະພາຍ ​ແລະ ​ເງິນສົດ 4 ລ້ານ​ກີບ ​ແລະ ອັນ​ດັບ​ທີ​ສາມ​ຮັບ​ສາຍ​ສະພາຍ ພ້ອມ​ເງິນສົດ 3 ລ້ານ​ກີບ.

No comments:

Post a Comment