Ad

Ad

18 February 2014

ການ​ລັກລອບ​ຄ້າຂາຍ​ໄມ້​ເຖື່ອນ​ມີ​ແຜ່​ຫລາຍ.


​ເຖິງ​ວ່າ​ໃນ​ໄລຍະ​ຜ່ານ​ມາ, ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ໄດ້ເອົາໃຈໃສ່ໃນ​ການ​ສະກັດ​ກັ້ນ ​ແລະ ປາບ​ປາມ​ຂະ​ບວນລັກລອບ​ຄ້າຂາຍ​ໄມ້​ເຖື່ອນ, ​ແຕ່​ປາກົດ​ວ່າ​ບັນຫາ​ດັ່ງກ່າວ​ຍັງ​ສືບຕໍ່​ເກີດ​ຂຶ້ນ​ໃຫ້​ເຫັນ​ຢ່າງ​ແຜ່​ຫລາຍ​ຢູ່ຕາມ​ທ້ອງ​ຖິ່ນ ຕ່າງໆ ຄື​ດັ່ງ​ໄດ້​ມີ​ການ​ລາຍ​ງານ​ຜ່ານ​ສື່​ຕ່າງໆ ​ແລະ ​ເມື່ອ​ບໍ່​ດົນ​ມານີ້, ກົມ​ຕຳຫລວດ​ເສດຖະກິດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ກໍ​ອອກ​ມາຖະແຫລງ​ວ່າ: ການ​ຄ້າຂາຍ​ໄມ້​ເຖື່ອນ​ໄດ້ກາຍເປັນ ຄະດີ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດວຽກ ງານຂອງ​ຕົນ ​ຄື:​ ໃນ​ປີຜ່ານມາ​ມີ​ຄະດີ​ໄມ້​ເຖື່ອນ​ເກີດ​ຂຶ້ນ 257 ກໍລະ ນີ, ຢຶດ​ໄມ້​ແປ​ຮູບ​ໄດ້ 37.392 ​ໂຕ, ບໍລິ​ມາດ 671 ກວ່າ​ແມັດ​ກ້ອນ ແລະ ​ໄມ້​ທ່ອນ 1.681 ທ່ອນ, ມີ​ບໍລິ​ມາດ 4,5 ລ້ານ​ກວ່າ​ແມັດ​ກ້ອນ ແລະ ສາມາດ​ກັກ​ຕົວ​ຜູ້​ກະ ທຳ​ຜິດ, ພາຫະນະ ​ແລະ ອຸປະກອນ​ໃນ​ການ​ຕັດ​ໄມ້​ໄດ້​ຈຳນວນ​ຫລາຍ ​ເຊິ່ງ​ເຈົ້າໜ້າ​ທີ່​ຈະ​ໄດ້​ເພີ່ມ​ກຳລັງ​ໃນ​ການ​ຕິດຕາມ​ກວດກາ​ໃຫ້​ເຂັ້ມງວດ​ກວ່າ​ເກົ່າ ​ເພື່ອໃຫ້​ບັນຫາ​ດັ່ງກ່າວ​ຫລຸດ​ໜ້ອຍ​ລົງ ແລະ ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ປ່າ​ໄມ້​ໃຫ້​ມີ​ຄວາມ​ອຸດົມສົມບູນ ​ແລະ ຍືນ​ຍົງຕະຫລອດໄປ.

No comments:

Post a Comment