ທ່ານ ທັນສະໄໝ ກົມມະສິດ ກ່າວວ່າ: ກອງປະຊຸມຄັ້ງນີ້
ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວ
ກັບສະພາບການພັດທະນາ, ການຄຸ້ມຄອງ
ແລະ ການນຳໃຊ້ໄອຊີທີເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ລາວ ຊຶ່ງມີນັກວິທະຍາກອນຈາກຫລາຍພາກສ່ວນມາຮ່ວມ
ບັນລະຍາຍຕາມຫົວຂໍ້ແຕກຕ່າງກັນ. ໃນນັ້ນມີທັງມາຈາກມະຫາພາກ, ຜູ້ໃຫ້ບໍລິການ, ຜູ້ຊົມໃຊ້ ຈາກພາກລັດ ແລະ ເອກະຊົນ.
ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວຕື່ມວ່າ: ຄືດັ່ງໄດ້ຮູ້ຈັກກັນແລ້ວວ່າ
ໄອຊີທີ (ICT) ຫລື ເຕັກໂນໂລຊີຂໍ້ມູນຂ່າວ ສານເປັນເຄື່ອງມືສຳຄັນຕໍ່ການພັດທະນາ
ແລະ ການຄຸ້ມຄອງເສດຖະກິດ-ສັງຄົມໃນປັດຈຸບັນ
ຊຶ່ງໄດ້ຕິດພັນກັບທຸກພາກ ສ່ວນເສດຖະ ກິດ, ທຸກຂະແໜງການທັງພາກລັດ ແລະ
ເອກະຊົນ. ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານ ດັ່ງກ່າວ, ພັກ-ລັດຖະບານຈິ່ງໄດ້ມີນະໂຍບາຍໃນການພັດທະນາວຽກງານໄອຊີທີ
(ICT) ດ້ວຍການເອື້ອອຳນວຍການສົ່ງເສີມການລົງທຶນທັງພາກລັດ ແລະ ເອກະຊົນ, ມີການຮ່ວມມືກັບຕ່າງປະເທດເພື່ອໃຫ້ວຽກງານດັ່ງກ່າວເປັນປາຍແຫລມເພື່ອຊຸກຍູ້ໃຫ້ແກ່ການພັດທະນາ
ແລະ ສ້າງສາພັດທະນາປະເທດຊາດ.

No comments:
Post a Comment