Ad

Ad

18 February 2014

ແພດ​ລາວ-ສະ​ວິດແລກປ່ຽນ​ຄວາມ​ຮູ້​ການ​ບົ່ງມະຕິ​ດ້ວຍ​ຄື້ນສຽງ


   ​ໃນ​ວັນ​ທີ 17 ກຸມພາ​ນີ້, ຢູ່​ໂຮງໝໍ​ແມ່ ​ແລະ ​ເດັກ, ນະຄອນຫລວງ​ວຽງ​ຈັນ.​ ໄດ້​ມີ​ກອງ​ປະຊຸມ​ແລກປ່ຽນວິຊາ​ການ​ບົ່ງມະຕິ​ດ້ວຍ​ຄື້ນສຽງອຸນຕຣາຊາວ (Ultrasound) ລະຫວ່າງ​ຊ່ຽວ ຊານ​ແພດ​ລາວ ​ແລະ ສະ​ວິດ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຮອງ​​ສາດສະດາຈານ ດຣ ບົວ​ວັນ ​ແສນ​ສະຖິດ ອຳ​ນວຍການ​ໂຮງໝໍ​ແມ່ ​ແລະ ​ເດັກ, ທ່ານ ສາ​ດສະ​ດາຈານ ດຣ ອວກ ລາວ​ເປີ ຫົວໜ້າ​ໂຄງການ​ຮ່ວມມືໂຮງໝໍ​ລາວ-ສະ​ວິດ, ມີທ່ານສາດສະດາ ຈານ ດຣ ສະ​ຕັກ​ແມນ ຊ່ຽວຊານ​ແພດ​ເດັກ​ຈາກ​ປະ​ເທດ​ສະ​ວິດ ແລະ ຄະນະ ພ້ອມ​ດ້ວຍ​ແພດ​​ເດັກ ຈາກ​ໂຮງໝໍ​ຢູ່ສູນ​ກາງ, ​ແຂວງ​ຊຽງ​ຂວາງ ​ແລະ ຈຳປາ​ສັກ​ເຂົ້າ​ຮ່ວມ.
     ທ່ານ​ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ ກ່າວ​ວ່າ: ການນຳ​ໃຊ້​ເຄື່ອງອຸນຕຣາຊາວ ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍຕໍ່​ການ​ບົ່ງ ມະຕິ​ສຸຂະພາບ​ຂອງ​​ແມ່ ​ແລະ ເດັກ,​ ເຊິ່ງຈະ​ຊ່ວຍ​ໃຫ້​ແພດ​ສາ ມາດ​ຕິດຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ເດັກ​ໄດ້​ຕະຫລອດ​ໄລ
ຍະ​ເວລາຢູ່​ໃນ​ທ້ອງ​ແມ່ວ່າເດັກ​ມີ​ອາຍຸ​ເທົ່າ​ໃດ, ການ​ເຕັ້ນຂອງ​ຫົວ​ໃຈ, ມີ​ແຮ່​ຕິດ​ ແລະ ເດັກ​ສົມບູນ ດີຫລື​ບໍ່ ? ​ເພື່ອ​ໃຫ້​ແພດ
​ສາມາດ​ບົ່ງອາການ​ຂອງ​ເດັກ ​ແລະ ​ຮູ້​ວິທີ​ການ​ປິ່ນປົວ​​ໄດ້ທັນ​ການ. ​ຊຶ່ງ​ ການ​ແລກປ່ຽນບົດຮຽນຄັ້ງນີ້, ນັບ​ວ່າ​ເປັນ​ໂອກາດ​ອັນ​ດີ​ຫລາຍ​ສຳລັບ​​ແພດ​ລາວ ​ໃນ​ການ​ຍາດ​ແຍ່ງ​ເອົາ​ບົດຮຽນ​ວິຊາ​ການອັນ​ລ້ຳ​ຄ່ານຳຄະນະຊ່ຽວຊານແພດ ຈາກ​ປະ​ເທດ​ສະ​ວິດທີ່​ໄດ້​​ໃຫ້​ກຽດເດີນທາງ​ມາ​ຖ່າຍ​ຖອດ​ຄວາມ​ຮູ້​​ໃນ​ຄັ້ງນີ້ ​ເຊິ່ງຄະນະ​ແພດ​ດັ່ງກ່າວ ແມ່ນມີ​ຊື່​ສຽງ​ຢູ່ປະ​ເທດ​ສະ​ວິດ ແລະ ມີປະສົບ​ການສູງ​ໃນ​ການ ຖ່າຍ​ຖອດ​ຄວາມ​ຮູ້​​ເພື່ອ​ສ້າງ ຄວາມ​ເຂັ້ມແຂງ. ຜ່ານມາໄດ້ຈັດ ຕັ້ງ​ຢູ່ຫວຽດນາມ,​ ໄທ ​ແລະ ຫລາຍປະ​ເທດ​ອື່ນໆອີກ.
     ທ່ານ​ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ ໃຫ້ຮູ້ວ່າ:​ຜ່ານ​ມາໂຮງ ໝໍ​ພວກ​ເຮົາແມ່ນນຳ​ໃຊ້​ເຄື່ອງ​ບົ່ງມະຕິ​ດ້ວຍ​ຄື້ນສຽງ​ແບບ​ເກົ່າ​ແກ່ ແລະ ບໍ່​ພຽງພໍ​​ໃນ​ການຮັບ​ໃຊ້​ກວດກາ​ສຸ​ຂະ​ພາບຂອງ​ແມ່ ​ແລະ ​ເດັກ, ຈາກ​ຄວາມ​ຈຳ​ເປັນ​ດັ່ງກ່າວ,​ ໂຄງການຮ່ວມມື​​ໂຮງໝໍ​ລາວ-ສະ​ວິດ ຈຶ່ງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ເຄື່ອງ​ບົ່ງມະຕິ​ດ້ວຍ​ຄື້ນ ສຽງ​ທີ່​ທັນ​ສະ​ໄໝໃຫ້​ແກ່​ໂຮງໝໍ​ແມ່ ​ແລະ ​ເດັກຈຳ ນວນ 42 ​ເຄື່ອງ ​ແລະ ມາ​ຮອດ​ປັດຈຸບັນ ​ເຄື່ອງ​ຊ່ວຍ​ເຫລືອຈຳນວນ​ໜຶ່ງ​ກໍ​​ໄດ້​ແຈກ​ຢາຍ​ໃຫ້​ໂຮງໝໍ​ແຂວງ ຕ່າງໆແລ້ວ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ. ປັດ​ຈຸ​ບັນ​ໂຮງໝໍ​ແມ່ ແລະ ​ເດັກ​ ມີ​ແມ່ຍິງ​ຖືພາມາກ​ວດ ສຸຂະພາບ​ສະ​ເລ່ຍ 350 - 400 ​ຄົນ​ຕໍ່​ວັນ ​ແລະ ​ໃນ​ປີ 2013 ຜ່ານ​ມາມີ​ຜູ້​ມາ​ເກີດ​ລູກ​ຫລາຍ​ກວ່າ 5 ພັນ​ຄົນ,​ ໃນ​ນັ້ນ 20% ​ແມ່ນ​ອອກລູກ​ດ້ວຍ​ການຜ່າ​ຕັດ ​ແລະ ບໍ່​ມີ​​ກໍລະ ນີການ​ເສຍ​ຊີວິດຂອງ​ແມ່ ​ແລະ ເດັກໃດໆ ຊຶ່ງສິ່ງ​ດັ່ງກ່າວ​ໄດ້​ຢັ້ງ ຢືນ​ໃຫ້​ເຫັນ​ວ່າການ​ຫັນ​ສູ່​ການ​ນຳ​ໃຊ້​ເຄື່ອງມື​ທາງ​ການ​ແພດ​ທີ່​ທັນ​ສະ​ໄໝສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ຕໍ່​ສຸຂະພາບ​ຂອງ​ແມ່ ​ແລະ ​ເດັກ​ ດ້ວຍ​ປະສິດທິ​ຜົນ​ສູງ.​
    ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ການຄັ້ງນີ້,​ ໄດ້​ຮັບ​ການ​ສະໜັບສະໜູນ​​ໂດຍ ໂຮງໝໍ ວິນ​ເຕີ​ຕູ ປະ​ເທດ​ສະ​ວິດ ແລະ ​ໂຄງການ​ຮ່ວມ​ມື​ໂຮງໝໍ​ລາວ-ສະ​ວິດ.


No comments:

Post a Comment