Ad

Ad

28 December 2015

ສສ ຫວຽດນາມ ຊ່ວຍ​ກໍ່ສ້າງສູນ​ອົງຄະທຽມ ​ແລະ ​ຟື້ນ​ຟູ​ສະມັດ​ຕະພາບ ​ແຂວງ​ວຽງ​ຈັນ

   
 ​ໃນວັນທີ 26 ທັນວານີ້, ກະຊວງແຮງງານແລະ ສະຫວັດດີການສັງຄົມຮ່ວມກັບກະຊວງແຮງງານ-​ເສຍອົງຄະແລະ ສັງຄົມແຫ່ງ ສສ. ຫວຽດນາມໄດ້ຈັດພິທີມອບ-ຮັບແລະ ເປີດນຳໃຊ້ໂຄງ ການກໍ່ສ້າງສູນອົງຄະທຽມແລະ ຟື້ນຟູສະມັດຕະພາບແຂວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ດຣ. ຄຳແພງໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມ, ມີທ່ານ ຫງວຽນ ວັນ ຕີ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ-​ເສຍອົງຄະແລະ ສັງຄົມແຫ່ງ ສສ ຫວຽດນາມ.
     ທ່ານລັດຖະມົນຕີວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້ກ່າວໃນພິທີອັນມີຄວາມໝາຍສຳຄັນນີ້ວ່າ: ​ໂຄງການກໍ່ສ້າງ​​ສູນອົງຄະທຽມແລະ ຟື້ນຟູສະມັດຕະພາບ, ​​ເປັນໂຄງການຊ່ວຍເຫລືອ
ລ້າຈາກລັດຖະບານແຫ່ງ ສສ ຫວຽດນາມ ໃຫ້ແກ່ລັດຖະບານລາວ, ​ໃນມູນຄ່າທັງໝົດ 46,8 ຕື້ດົງ (​ຫວຽດ ນາມ) ຫລື ປະມານ 20 ກວ່າຕື້ກີບ, ​ສູນດັ່ງກ່າວເປັນບ່ອນຜະລິດຂາທຽມ,​ ການຟື້ນຟູສຸຂະພາບໃຫ້ແກ່ພະນັກງານອາວຸໂສປະຕິວັດທີ່ເສຍອົງຄະໃນສະໄໝຕໍ່ສູ້ກູ້ຊາດເຮັດການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ​​ໂຄງການດັ່ງກ່າວ​​ໄດ້ດຳເນີນການກໍ່ສ້າງ ມາເປັນເວລາ 18 ​ເດືອນ ດ້ວຍຄວາມເອົາໃຈໃສ່ຊີ້ນຳໆພາຂອງຂະແໜງການກ່ຽວຂ້ອງ, ​ການຕິດຕາມກວດກາ, ຊຸກຍູ້ແລະ ຄຸ້ມຄອງຂອງຄະນະຮັບຜິດຊອບຂອງຜູ້ຈັດຕັ້ງປະຕິບັດ, ຈຶ່ງເຮັດໃຫ້ໂຄງການດັ່ງກ່າວສໍາເລັດຕາມແຜນທີ່ກຳນົດໄວ້ ແລະ ອີກເທື່ອໜຶ່ງ ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈມາຍັງລັດຖະບານຫວຽດນາມ ກໍຄືກະຊວງແຮງງານ-​ເສຍອົງຄະແລະ ສັງຄົມສສ ຫວຽດນາມ ທີ່ໃຫ້ການຊ່ວຍເຫລືອຢ່າງມີປະສິດທິຜົນດັ່ງກ່າວ, ​ເຊິ່ງຈະກາຍເປັນສັນຍາລັກແຫ່ງມິດຕະພາບແລະ ຄວາມສາມັກຄີ​​ແບບພິເສດ ລະຫວ່າງສອງກະຊວງ ກໍຄືສອງປະເທດລາວ-ຫວຽດນາມ ພວກເຮົາ.
     ທ່ານລັດຖະມົນຕີຊ່ວຍວ່າການກະຊວງ​​ແຮງງານ-​ເສຍອົງຄະແລະ ສັງຄົມ ສສ ຫວຽດນາມໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ລັດຖະບານລາວ ກໍຄືກະຊວງ​​ແຮງງານແລະ ສະຫວັດດີການສັງ ຄົມ ຈະຮັກສາ, ຄຸ້ມຄອງແລະເສີມຂະຫຍາຍຜົນສຳເລັດຂອງໂຄງການດັ່ງກ່າວເພື່ອສາມາດຍົກສູງຄຸນນະພາບວຽກງານການດູແລສຸຂະພາບຂອງຜູ້ເສຍອົງຄະແລະ ພິການຂອງລາວ ດ້ວຍຄວາມຮັບຜິດຊອບສູງ.

    ສູນອົງຄະທຽມແລະຟື້ນຟູສະມັດຕະພາບ ຫລືໂຮງງານຜະລິດແຂນ-ຂາທຽມ 686 ຫລັງໃໝ່ນີ້, ຕັ້ງຢູ່ບ້ານ​​ເກີນ, ​ເມືອງທຸລະຄົມແຂວງວຽງຈັນປະກອບມີ: ອາຄານໃຫຍ່ 1 ຊັ້ນ, ​ມີຮ້ານອາຫານ​, ມີບ່ອນຈອດລົດກວ້າງຂວາງ, ຫ້ອງນ້ຳສະອາດ, ອ່າງເກັບນ້ຳທີ່ໃຫຍ່, ​ມີສວນໄວ້ນັ່ງພັກຜ່ອນ, ມີລະບົບສະໜອງນ້ຳແລະອຸປະກອນໂຮງງານສັນຍະກຳ​​ຄົບຊຸດ, ພ້ອມໃຊ້ງານໄດ້ຢ່າງສະດວກສະບາຍ.

No comments:

Post a Comment