Ad

Ad

28 December 2015

ສໍາເລັດການຍົກລະດັບທັກສະການຂຽນຂ່າວໃຫ້ສື່ມວນຊົນລາວ

ໃນວັນທີ 25 ທັນວານີ້, ຢູ່ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ໄດ້ຈັດພິທີປິດຊຸດຝຶກອົບຮົມທັກສະການຂຽນຂ່າວໃຫ້ສື່ມວນຊົນລາວ, ພາຍຫລັງດໍາເນີນມາເປັນເວລາ 5 ວັນຢູ່ສະຖາບັນດັ່ງກ່າວ, ຊຶ່ງແມ່ນຊ່ຽວຊານດ້ານການຂ່າວຈາກ ສສຫວຽດນາມ ໄດ້ມາໃຫ້ຄວາມຮູ້ໃນຊຸດອົບຮົມຄັ້ງນີ້, ໂດຍສະເພາະແມ່ນບົດຮຽນໃນການເກັບກຳຂໍ້ມູນ, ການເຈາະເລິກບັນຫາ, ການວິ​ເຄາະ-ວິໄຈຂໍ້ມູນແລະ ອົງປະກອບປັດໄຈສໍາຄັນອື່ນໆເພື່ອປະກອບໃສ່ການຂຽນບົດ, ຂຽນຂ່າວບັນ ດາເຫດການສໍາຄັນຕ່າງໆທີ່ເກີດຂຶ້ນໃນສັງຄົມ, ທັງນີ້ກໍເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດຂອງສື່ມວນຊົນລາວເພື່ອກຽມ
ຄວາມພ້ອມຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກຽມເຂົ້າປະ ຊາຄົມເສດຖະກິດອາຊຽນ (AEC) ​ແລະ ກຽມຄວາມພ້ອມ​​ໃຫ້​​ແກ່ກອງປະຊຸມອາຊຽນທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ສໍາເລັດຜົນຕາມລະດັບຄາດໝາຍ.

ຊູດອົບຮົມດັ່ງກ່າວມີສື່ມວນຊົນເຂົ້າຮ່ວມຫລາຍກວ່າ 40 ຄົນທີ່ມາຈາກໜັງສືພ, ວິທະຍຸ ແລະ ໂທລະພາບ, ໂດຍການຮ່ວມມືລະຫວ່າງສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ກົມສື່ມວນຊົນກະຊວງຖະແຫລງຂ່າວ ແລະ ການສື່ສານ ສສ ຫວຽດນາມ.       

No comments:

Post a Comment