Ad

Ad

28 December 2015

ທີ​ມຂອງມະຫາ​ວິທະຍາ​ໄລ​​ແຫ່ງ​ຊາ​ດຊະນະ​ເລີ​ດ​ການ​ແຂ່ງຂັນ​ເຕັ້ນ​ເຊຍ​ປະຈຳ​ປີ 2015

         
ການແຂ່ງຂັນການເຕັ້ນເຊຍ ຊີງຂັນປະທານຄະນະກຳມະການໂອລິມປິກແຫ່ງຊາດລາວ ຄັ້ງທີ 4 ປະຈຳປີ 2015, ​​​​​ການ​​ແຂ່ງຂັນ​​ແປບຊີເຊຍລີດດິງຄອນເທັດ​​ເປັນກິດຈະກຳໜຶ່ງທີ່ຂອງກິລາມ່ວນຊົນ, ຊຶ່ງການ​​ແຂ່ງຂັນໃນຄັ້ງນີ້​​​​ປະກອບມີ 2 ຮຸ້ນຄື: ຮຸ້ນມັດທະຍົມ​ 10 ທີແລະ ຮຸ້ນທົ່ວໄປລະດັບມະຫາວິ​​ທະຍາໄລ-ວິທະຍາໄລ ມີຈຳນວນ 9 ທີເຂົ້າຮ່ວມ, ຊຶ່ງຜ່ານການ​​ແຂ່ງຂັນໃນຮຸ້ນທົ່ວໄປລະດັບມະ​​ຫາວິທະຍາໄລ-ວິທະຍາໄລ, ລາງວັນທີ 1 ໄດ້​​ແກ່ທີມມະຫາວິທະຍາໄລແຫ່ງຊາ, ​ໄດ້ຮັບທຶນການສຶກສາ 25 ​ລ້ານກວ່າກີບ, ພ້ອມດ້ວຍຂັນໜຶ່ງໜ່ວຍແລະ  ຮຸ້ນມັດທະຍົມ​, ລາງວັນທີ່ 1 ໄດ້ແກ່ທີມມັດທະຍົມສົມບູນໂພນທັນ​,ໄດ້ຮັບທຶນການສຶກສາ ຈຳນວນ 12 ​ລ້ານກີບ, ພ້ອມດ້ວຍຂັນໜຶ່ງໜ່ວຍແລະລາງວັນອື່ນໆອີກຫຼາຍລາງວັນ, ​ເຊິ່ງການ​​ແຂ່ງຂັນ​​ແມ່ນໄດ້ຈັດຂຶ້ນໃນວັນທີ 24 ທັນວາຜ່ານມານີ້, ​ທີ່ສະໜາມກິລາໃນຮົ່ມບຶງຂະຫຍອງ, ນະຄອນຫຼວງວຽງຈັນ ໂດຍກາເຂົ້າຮ່ວມຂອງທ່ານ ສົມພູ ພົງສາ, ຜູ້ຊ່ວຍລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາ, ມີບັນດາຫົວໜ້າກົມ, ຮອງກົມແລະ ອງເຊຍເຂົ້າຮ່ວມເປັນຈຳນວນຫຼາຍ.

ຜູ້ຕາງໜ້າຄະນະກຳມະການຈັດການ​​ແຂ່ງຂັນໃຫ້ຮູ້ວ່າ: ​​ການແຂ່ງຂັນເຕັ້ນເຊຍໃນຄັ້ງນີ້, ກໍເພື່ອ​​​ສະໜັບສະໜູນໃຫ້ໄວໜຸ່ມນັກຮຽນ​, ນັກສຶກສາໄດ້ມີເວທີການສະແດງຄວາມສາມາດຂອງຕົນສູ່ສາຍຕາມະຫາຊົນໃນການເຕັ້ນທີ່ມີທ່ວງທ່າ, ລີລາແບບສິລະປະກິລາແລະ ສ່ອງແສງໃຫ້​​ເຫັນວ່າການເຕັ້ນດັ່ງກ່າວ, ກໍແມ່ນການອອກກຳລັງກາຍ ຫຼື ການຫຼິ້ນກິລາ​​ປະເພດໜຶ່ງເຊັນດຽວກັນ, ​ເພື່ອເຮັດໃຫ້ສຸຂະພາບແຂ່ງ​​ແຮງ, ສາມາດດຶງດູດເອົາ​​ໄວໜຸ່ມນັກຮຽນ​, ນັກສຶກສາເຂົ້າສູ່ລະບຽບແບບ​​ແຜນ, ຫ່າງ​​ໄກຈາກສິ່ງເສບຕິດແລະ ປາກົດການຫຍໍ້ທໍ້ທີ່ບໍ່ດີໃນສັງຄົມ. ນອກຈາກນີ້​, ກໍ​​ເປັນການເສີມສ້າງຄວາມສາມາດ, ຄວາມກ້າຫານ, ທັງ​​ເປັນການສ້າງຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນແລະ ກັນລະ ຫວ່າງໝູ່ໄວໜຸ່ມນັກຮຽນ​, ນັກສຶກສາດ້ວຍກັນ, ​ເພື່ອສົ່ງເສີມການພັດທະນາກິລາ-ກາຍະກຳຂອງລາວ, ​ໃຫ້ສອດຄ່ອງຕາມ 3 ລັກສະນະແລະ 5 ຫຼັກມູນຂອງການສຶກສາອີກດ້ວຍ.

No comments:

Post a Comment