Ad

Ad

25 December 2015

ສະຫລຸບວຽກງານຕ້ານແລະຄວບຄຸມພະຍາດໄຂ້ຍຸງລາຍປະຈຳປີ 2015

ກອງ​ປະຊຸມ​ສະຫລຸບ​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ການ​ຕ້ານ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍປະ​ຈຳປີ 2015 ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,​ ໄດ້ຈັດຂຶ້ນໃນ​ວັນ​ທີ 24 ທັນວານີ້, ຢູ່ນະຄອນ​ຫລວງ​ວຽງ​ຈັນ, ໂດຍການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງສາ ທາລະນະສຸກ ສຈ.ດຣ. ເອກ​ສະຫວ່າງ ວົງ​ວິຈິດ ເພື່ອລາຍງານສະພາບ ການລະບາດຂອງ​ໄຂ້​ຍຸງ​ລາຍ ແລະ ວາງ​ມາດ​ຕະການເພື່ອປ້ອງກັນ ແລະ ຄວບ​ຄຸມພະ​ຍາດດັ່ງກ່າວໃນຕໍ່ໜ້າ.
ທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກກ່າວວ່າ:​ ການ​ຕ້ານ ແລະ ຄວບ​ຄຸມພະ​ຍາດ​ໄຂ້​ຍຸງ​ລາຍຢູ່ທົ່ວປະເທດໃນ​ໄລຍະຜ່ານມາ​ແມ່ນ​ປະຕິບັໄດ້ດີ​​ສົມຄວນເຊິ່ງໃນທົ່ວປະເທດມີ​ຄົນເຈັບທີ່ຕິດເຊື້ອ​
ໄຂ້ຍຸງລາຍ​1.775 ກໍລະນີ, ບໍ່​ມີ​ຜູ້ເສຍ​ຊີວິດ, ຖ້າ​ທຽບ​ໃສ່​ບັນດາ​ປະ​ເທດ​​ໃກ້​ຄຽງເຊັ່ນ: ໄຂ້ຍຸງ​ລາຍ​ຍັງ​ສືບຕໍ່​ລະບາດ​ຢູ່​ປະ​ເທດ​ມາ​ເລ​ເຊຍ​ ມີ​ຈຳນວນຄົນ​ເຈັບຫ​ລາຍ​ເຖິງ 102.801 ກໍລະນີ, ເສຍ​ຊີ ວິດ 283 ກໍລະນີ,​ ຟິລິບ​ປິນມີ 124.728 ກໍລະນີ,​ ເສຍ​ຊີວິດ 374 ກໍລະນີ, ສສ ຫວຽດນາມ ມີ 39.410 ກໍລະນີ, ​ເສຍ​ຊີວິດ 31 ກໍລະນີ,​ ສິງກະ​ໂປ​ມີ 8.786 ກໍລະນີ, ບໍ່ມີຜູ້​ເສຍ​ຊີວິດ,​ ໄທມີ 117.012 ກໍລະນີ,​ ເສຍ​ຊີວິດ 113 ກໍລະນີ ​ແລະ ​ກຳປູ​ເຈຍ 12.218 ກໍລະນີ, ເສຍ​ຊີວິດ 34 ກໍລະນີ.

​ ໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ,​ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວ ຂ້ອງເອົາ​ໃຈ​ໃສ່​ໂຄສະນາໃຫ້​ປະຊາຊົນ​ມີ​ຄວາມ​ເ​ຂົ້າ​ໃຈ​ກ່ຽວ​ກັບ​ຜົນ​ຮ້າຍຂອງການ​ເປັນ​ໄຂ້ຍຸງ​ລາຍ, ພ້ອມດຽວກັນນັ້ນ, ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ຕ້ອງ​ມີ​ຄວາມ​ຮັບຜິດຊອບ, ​ເອົາ​ໃຈ​ໃສ່​ຊີ້ນຳ-ນໍາ​ພາ​ປະຊາຊົນ​​ຈັດຕັ້ງປະຕິບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ດັ່ງກ່າວ​ຢ່າງ​​ໃກ້​ຊິດ​,​ແຕ່​ລະ​ຄອບຄົວຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການກຳຈັດ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍຕາ​ມບໍລິເວນ​ເຮືອນ​ຊານ​ຢ່າງ​ສະໝ່ຳສະ​ເໝີ,​ ຄູ​ອາຈານຕ້ອງ​ໄດ້​ເອົາ​ໃຈ​ໃສ່ສຶກສາ​ອົບຮົມ​ນັກຮຽນ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ກຳຈັດ​ຍຸງ​ລາຍຕາ​ມສະຖານ​ທີ່​ເພາະ​ພັນ​ຂອງ​ຍຸງ​ລາຍຢູ່​ໂຮງຮຽນ ແລະ ​ເຮືອນ​ຂອງ​ຕົນ, ໃຫ້​ທຸກຂະ​ແໜງ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຕິບັດ​ກິດຈະ​ກຳ​ຕ່າງໆ ໃນ​ການກຳຈັດແຫລ່ງ​ເພາະ​ພັນ​​ຍຸງ​ລາຍແລະອື່ນໆ.

No comments:

Post a Comment